ສຳນັກຂ່າວສານອາຊີຕາເວັນອອກ ແລະ ປາຊີຟິກ ທ່ານ Susan Thornton ຮັກສາການຜູ້ຊ່ວຍເລຂາທິການໃຫຍ່ ໄດ້ເຂົ້າຮ່ວມ ເປັນປະທານ ການປຶກສາຫາລືລະຫວ່າງ ສະຫະລັດອາເມລິກາ-ອາຊຽນຄັ້ງທີ 31 ທີ່ນະຄອນຫຼວງກົວລາລຳເປີ, ປະເທດມາເລເຊຍ, ໃນວັນທີ 3 ເມສາ ເຊິ່ງ ເຂົ້າຮ່ວມໂດຍທ່ານ Ramlan Ibrahim ເລຂາທິການໃຫຍ່ຂອງມາເລເຊຍ. ໃນບົດຖະແຫຼງການລວມເຖິງການພົບປະສົນທະນາກັນໃນວຽກງານອັນສຳຄັນລະຫວ່າງສະຫະລັດອາເມລິກາ, ກັບບັນດາກຸ່ມສະມາຊິກອາຊຽນທັງ 10 ປະເທດ, ແລະກອງເລຂາທິການອາຊີ, ອັນໄດ້ສະແດງໃຫ້ເຫັນເຖິງຄວາມສຳຄັນອັນຍິ່ງໃຫຍ່ ຂອງການເປັນຄູ່ຮ່ວມມືທາງຍຸດທະສາດລະຫວ່າງສະຫະລັດ ກັບ ອາຊຽນ.
ຜູ້ຕາງໜ້າຈາກສະຫະລັດອາເມລິກາ ແລະ ອາຊຽນ ໄດ້ພ້ອມກັນຢືນຢັນເຖິງຄວາມມຸ່ງໝັ້ນຮ່ວມກັນກ່ຽວກັບການປະຕິບັດຕາມລະບຽບການ ແລະ ສັດຕະຍາບັນຂອງອາຊຽນ. ສະຫະລັດ ແລະ ອາຊຽນ ໄດ້ມີການແລກປ່ຽນມຸມມອງກ່ຽວກັບແນວຄິດເປີດກວ້າງແບບເສລີ ຂອງອິນໂດ-ປາຊີຟິກ. ບັນດາຜູ້ເຂົ້າຮ່ວມຍັງໄດ້ໃຫ້ການຍອມຮັບລະບົບການພັດທະນາຍຸກໃໝ່ ເຊິ່ງ ສະແດງໃຫ້ເຫັນເຖິງຄວາມເຕັມໃຈຂອງເກົາຫຼີເໜືອ ຈະໃຫ້ການຮ່ວມມືກັບສະຫະລັດໃນເລື່ອງການຍຸດຕິອາວຸດນິວເຄຼຍ, ແຕ່ຍັງຄົງມີຄວາມເປັນຫ່ວງຕະຫຼອດກ່ຽວກັບໂຄງການລູກສອນໄຟນິວເຄຼຍ ແລະ ຂີປານາວຸດຂອງເກົາຫຼີເໜືອ. ພວກເຂົາມຸ່ງໝັ້ນທີ່ຈະເພີ່ມທະວີຄວາມກົດດັນໃຫ້ເຖິງຈຸດສູງສຸດຈົນກວ່າເກົາຫຼີເໜືອຈະຍອມດຳເນີນການຕາມຂັ້ນຕອນຢ່າງເປັນຮູບປະທຳ, ໄປສູ່ການພິສູດ, ແລະ ສາມາດກວດສອບລະບົບການລົ້ມເລີກຂີປານາວຸດນິວເຄຼຍໄດ້ຢ່າງສົມບູນ, ແລະ ຮຽກຮ້ອງໃຫ້ມີການດຳເນີນການຕາມມະຕິຂອງຄະນະສະພາຄວາມໝັ້ນຄົງຂອງສະຫະປະຊາຊາດ. ຜູ້ເຂົ້າຮ່ວມຍັງໄດ້ກ່າວເປັນສຽງດຽວກັນວ່າ ການນຳໃຊ້ອາວຸດເຄມີໃນທຸກສະຖານທີ່, ທຸກເວລາ, ໂດຍບຸກຄົນໃດໜຶ່ງ, ພາຍໃຕ້ສະຖານະການໃດໜຶ່ງ ແມ່ນຖືເປັນສິ່ງທີ່ບໍ່ຖືກຕ້ອງ, ແລະ ຜູ້ທີ່ໃຊ້ງານດັ່ງກ່າວຄວນຮັບຜິດຊອບກັບສິ່ງເສຍຫາຍທີ່ເກີດຂຶ້ນ.
ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນຢືນຢັນເຖິງຄວາມຈຳເປັນໃນການສ້າງຄວາມເຂົ້າໃຈໃນການແກ້ໄຂຂໍ້ຂັດແຍ່ງຕາມກົດໝາຍສາກົນ, ລວມທັງຂໍ້ຂັດແຍ່ງທາງທະເລຈີນໃຕ້, ພາຍໃຕ້ການເຄົາລົບລະບຽບກົດໝາຍ ແລະ ບໍ່ແຊກແຊງເຂົ້າກິດຈະການພາຍໃນຂອງກັນ ແລະ ກັນ. ບັນດາຜູ້ເຂົ້າຮ່ວມຍັງໄດ້ສະແດງໃຫ້ເຫັນເຖິງຄວາມພະຍາຍາມທີ່ຈະບັນລຸຈັນຍາບັນ, ແຕ່ກໍຍັງມີຄວາມຫ່ວງໃຍໃນທາງອັນດຽວກັນນັ້ນກໍຄື ເຫດການກໍ່ການຮ້າຍທີ່ເກີດຂຶ້ນຢ່າງຕໍ່ເນື່ອງ. ບັນດາຜູ້ເຂົ້າຮ່ວມກອງປະຊຸມຕ່າງກໍໄດ້ກ່າວຢໍ້າເຖິງຄວາມມຸ່ງໝັ້ນໃນການຮັກສາສິດ ແລະ ເສລີພາບຂອງຊຸມຊົນ ໃນການນຳໃຊ້ປະໂຫຍດຈາກທະເລຢ່າງຖືກຕ້ອງຕາມກົດໝາຍ. ບັນດາຜູ້ເຂົ້າຮ່ວມຍັງໄດ້ກ່າວເນັ້ນເຖິງຄວາມສຳຄັນຂອງ ການປ້ອງກັນການກໍ່ການຮ້າຍ ແລະ ການນຳໃຊ້ມະຕິຂອງຄະນະສະພາຄວາມໝັ້ນຄົງຂອງ ສະຫະປະຊາຊາດເພື່ອປ້ອງກັນການເຄື່ອນໄຫວຂອງນັກກໍ່ການຮ້າຍຊາວຕ່າງຊາດ. ພວກເຂົາຍັງຄົງມີຄວາມມຸ່ງໝັ້ນໃນ ການແບ່ງປັນຂໍ້ມູນ, ການຮັກສາຄວາມປອດໄພ, ການໂຕ້ຕອບຕໍ່ກັບການກໍ່ການ ຮ້າຍທາງການເງິນ, ແລະ ການປ້ອງກັນ ແລະ ຕໍ່ຕ້ານການໃຊ້ຄວາມຮຸນແຮງຢ່າງຈິງຈັງ.
ບັນດາຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ສະແດງຄວາມຊົມເຊີຍຕໍ່ການສ້າງຄວາມເຂັ້ມແຂງດ້ານຄວາມສຳພັນທາງເສດຖະກິດ ລະຫວ່າງສະຫະລັດອາເມລິກາ ກັບ ອາຊຽນ, ແລະ ສືບຕໍ່ເສີມສ້າງຄວາມຮ່ວມມື ທາງເສດຖະກິດລະຫວ່າງສະຫະລັດ-ອາຊຽນ, ການຈັດການຂອບການຄ້າ ແລະ ການລົງທຶນລະຫວ່າງສະຫະລັດ-ອາຊຽນ, ແລະໂຄງການເສີມສ້າງຂີດຄວາມສາມາດຕົວຈິງ. ທັງສອງຝ່າຍໄດ້ພ້ອມກັນເຫັນດີໃນດ້ານ “ຄວາມຍືນຍົງ ແລະ ນະວັດຕະກຳໃໝ່” ຂອງສິງກະໂປໃນໂອກາດເປັນເຈົ້າພາບຈັດກອງປະຊຸມອາຊຽນໃນປີ 2018. ບັນດາຜູ້ເຂົ້າຮ່ວມ ກອງປະຊຸມໄດ້ກ່າວສະແດງເຖິງຄວາມຈຳເປັນທີ່ບັນດາປະເທດ ຕ້ອງໄດ້ປະຕິບັດຕາມກົດໝາຍສາກົນ ແລະ ເປັນຂົວຕໍ່ໃນວຽກງານຮັກສາຄວາມສະຫງົບຮຽບຮ້ອຍທາງດ້ານຂໍ້ມູນ ແລະ ການສື່ສານ ດ້ານເຕັກໂນໂລຊີ (ICTs) ແລະ ຍັງມີຄວາມເປັນຫ່ວງຕໍ່ກັບໄພອັນຕະລາຍຈາກການນຳໃຊ້ປະໂຫຍດຂອງອິນເຕີເນັດແບບໄຮ້ຂີດຈຳກັດ.
ບັນດາຜູ້ເຂົ້າຮ່ວມຍັງໄດ້ສະແດງຄວາມຊົມເຊີຍຕໍ່ການເຕີບໂຕຢ່າງຕໍ່ເນື່ອງໃນການສ້າງຄວາມສຳພັນທາງດ້ານວັດທະນະທຳ-ສັງຄົມລະຫວ່າງ ອາຊຽນ ກັບສະຫະລັດອາເມລິກາ, ໂດຍສະເພາະກໍແມ່ນໂຄງການລິເລີ່ມດ້ານການເປັນຜູ້ນຳສຳລັບໄວໜຸ່ມອາຊີຕາເວັນອອກສ່ຽງໃຕ້ (YSEALI) ແລະ ໂຄງການດ້ານການຊ່ວຍເຫຼືອອື່ນໆ. ພວກເຂົາຍັງຍິນດີທີ່ຈະໃຫ້ຄວາມຮ່ວມມືຢ່າງຕໍ່ເນື່ອງໃນການເສີມສ້າງຂີດຄວາມສາມາດຜ່ານໂຄງການລິເລີ່ມໃນເຂດລຸ່ມແມ່ນໍ້າຂອງ, ໂຄງການຝຶກອົບຮົມປະເທດທີສາມຂອງສະຫະລັດ-ສິງກະໂປ, ແລະໂຄງການອື່ນໆ. ບັນດາຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຢືນຢັນໃຫ້ເຫັນເຖິງຄວາມມຸ່ງໝັ້ນ ຮ່ວມກັນໃນການສ້າງສັນຕິພາບ, ຄວາມໝັ້ນຄົງ, ແລະຄວາມຈະເລີນສີວິໄລ, ແລະ ມຸ່ງໝັ້ນທີ່ຈະສ້າງຄວາມເຂັ້ມແຂງໃຫ້ກັບຄວາມສຳພັນລະຫວ່າງສະຫະລັດ-ອາຊຽນ ໃນກອງປະຊຸມຄະນະລັດຖະມົນຕີ ແລະ ກອງປະຊຸມສຸດຍອດອາຊຽນ-ສະຫະລັດ ທີ່ຈະຈັດຂຶ້ນຢູ່ປະເທດສິງກະໂປໃນທ້າຍປີນີ້.