ເອກະສານຂໍ້ມູນຕົວຈິງ: ໂຄງການລິເລີ່ມກ່ຽວກັບອະນາຄົດດ້ານສາທາລະນະສຸກ ລະຫວ່າງປະເທດສະຫະລັດອາເມລິກາ  ແລະ ອາຊຽນ

ມື້ນີ້ ທ່ານ ພອມແພວ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ເຜີຍແຜ່ໂຄງການລິເລີ່ມກ່ຽວກັບອະນາຄົດດ້ານສາທາລະນະສຸກ ລະຫວ່າງປະເທດສະຫະລັດອາເມລິກາ  ແລະ ອາຊຽນ. ໂຄງການລິເລີ່ມ ດັ່ງກ່າວໄດ້ລະບຸກ່ຽວກັບວຽກງານດ້ານສາທາລະນະສຸກທີ່ກໍາລັງມີການດໍາເນີນການ ແລະ ສືບຕໍ່ດໍາເນີນການໃນບັນດາປະເທດສະມາຊິກອາຊຽນ ຊຶ່ງເປັນພື້ນຖານອັນແໜ້ນແກ່ນສໍາລັບການຮ່ວມມື, ການຊ່ວຍເຫຼືອທີ່ມີເປົ້າໝາຍໄລຍະຍາວ ແລະ ການກັບມາສຸມຈິດໃຈໃສ່ຊັບພະຍາກອນອັນສໍາຄັນທີ່ສຸດຂອງພວກເຮົາ – ໂດຍແມ່ນສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີຂອງປະຊາກອນໜຶ່ງຕື້ຄົນຂອງພວກເຮົາ. ໃນໄລຍະຫຼາຍກວ່າ 20 ປີທີ່ຜ່ານມາ, ສະຫະລັດອາເມລິກາໄດ້ລົງທຶນຫຼາຍກວ່າ 3.5 ຕື້ ໂດລາ ສະຫະລັດ ເຂົ້າໃນວຽກງານສາທາລະນະສຸກ ໂດຍການຮ່ວມມືກັບບັນດາປະເທດອາຊຽນ, ຊຶ່ງສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນທີ່ມີຄວາມໝາຍທາງປະຫວັດສາດ ດ້ວຍວິທີການທີ່ເອົາຈິງເອົາຈັງ ແລະ ເນັ້ນຄວາມຍືນຍົງ. ທຶນຊ່ວຍເຫືອດັ່ງກ່າວໄດ້ພາໃຫ້ວຽກງານດ້ານສາທາລະນະສຸກໃນທົ່ວພາກພື້ນມີຮາກຖານທີ່ເຂັ້ມແຂງ ແລະ ເປັນພື້ນຖານໃຫ້ແກ່ການສືບຕໍ່ຄວາມໝາຍໝັ້ນຂອງພວກເຮົາ.  ການຊ່ວຍເຫຼືອຂອງພວກເຮົາຕໍ່ກັບບັນດາປະເທດອາຊຽນ ແມ່ນສືບຕໍ່ຕອບສະໜອງກັບຄວາມຕ້ອງການອັນຈໍາເປັນໃນພາກພື້ນ, ລວມທັງທຶນຊ່ວຍເຫຼືອເພື່ອຮັບມືກັບພາວະສຸກເສີນແກ່ບັນດາປະເທດສະມາຊິກອາຊຽນຈໍານວນ 35.3 ລ້ານ ໂດລາ ສະຫະລັດ ໃນວັນທີ 22 ເມສາ ທີ່ຜ່ານ ເພື່ອຕໍ່ສູ້ກັບພະຍາດອັກເສບປອດສາຍພັນໃໝ່ ໂຄວິດ-19 (COVID-19).

ພວກເຮົາໄດ້ເສີມສ້າງເປົ້າໝາຍຮ່ວມກັນ ເຂົ້າໃນອະນາຄົດທາງດ້ານສາທາລະນະສຸກຂອງຫຼາຍຂະແໜງການຍ່ອຍ ລວມທັງການຄວບຄຸມ ເຊື້ອເຮສໄອວີ/ພະຍາດເອດ (HIV/AIDS) ແລະ ວຽກງານການຄວບຄຸມພະຍາດຊຶມເຊຶ້ອອື່ນໆ, ການຂະຫຍາຍ ຕາໜ່າງການເຂົ້າເຖິງນໍ້າສະອາດ, ແລະ ການປັບປຸງດ້ານໂພສະນາການ ລວມທັງ ສຸຂະພາບແມ່ ແລະ ເດັກ. ນອກຈາກນັ້ນ ພວກເຮົາຍັງຮ່ວມມືກັນ ດໍາເນີນການສຶກສາຄົ້ນຄວ້າດ້ານສາທາລະນະສຸກຮ່ວມກັນ, ສ້າງຄວາມເຂັ້ມແຂງ ຄວາມອາດສາມາດທາງດ້ານວຽກງານສາທາລະນະສຸກໃນທົ່ວພາກພື້ນ ແລະ ເຮັດວຽກຮ່ວມກັນເພື່ອພັດທະນາຊັບພະຍາກອນມະນຸດລຸ້ນຕໍ່ໄປ. ພວກເຮົາຍັງໄດ້ຮ່ວມກັນຊອກຫາ ວິທີແກ້ບັນຫາດ້ານສາທາລະນະສຸກໃນຕົວເມືອງທັນສະໄໝ ໂດຍຜ່ານ ການຮ່ວມມືເພື່ອສ້າງເມືອງທັນສະໄໝຮ່ວມກັນລະຫວ່າງສະຫະລັດອາເມລິກາ – ປະຊາຄົມອາຊຽນ.

ການສຶກສາຄົ້ນຄວ້າ: ຄວາມຮູ້ທາງດ້ານວິທະຍາສາດເປັນພື້ນຖານໃຫ້ແກ່ການສ້າງຄວາມເຂົ້າໃຈ ແລະ ການບົ່ງມະຕິພະຍາດ, ແລະ ການພັດທະນາການປິ່ນປົວ. ການສຶກສາຄົ້ນຄວ້າຮ່ວມກັນໃນພາກພື້ນອາຊຽນປະກອບມີ:

  • ໂຄງການສຶກສາຄົ້ນຄວ້າ ຫຼາຍກວ່າ 1,000 ໂຄງການໃນໄລຍະຫຼາຍກວ່າສິບປີທີ່ຜ່ານມາ, ລວມທັງ 300 ກວ່າໂຄງການສຶກສາຄົ້ນຄວ້າທີ່ກໍາລັງດໍາເນີນການໃນປະຈຸບັນ ຊຶ່ງເປັນໂຄງການຮ່ວມມືລະຫວ່າງປະເທດສະມາຊິກອາຊຽນ ແລະ ສະຖາບັນສາທາລະນະສຸກຂອງສະຫະລັດອາເມລິກາ ຫຼາຍກວ່າ 20 ສະຖາບັນ;
  • ໃນໄລຍະສິບກວ່າປີທີ່ຜ່ານມາມີງົບປະມານຫຼາຍກວ່າ 30 ລ້ານໂດລາ ລົງທຶນເຂົ້າໃນການສຶກສາຄົ້ນຄວ້າໂດຍກົງໃນມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າຂອງລັດຖະບານ;
  • ສະໜັບສະໜູນການທົດລອງກ່ຽວກັບ ການປ້ອງກັນເຊື້ອເຮສໄອວີ, ການທົດລອງກ່ຽວກັບຢາຕ້ານເຊື້ອ, ການສຶກສາທາງຄຼິນນິກພະຍາດເອດ, ລະບາດວິທະຍາຂອງພະຍາດວັນນະໂລກ, ແລະ ການທົດລອງທາງຄຼິນນິກຂອງພະຍາດຊຶມເຊື້ອຕ່າງໆ.

ຂີດຄວາມສາມາດຂອງລະບົບສາທາລະນະສຸກ: ລະບົບສາທາລະນະສຸກ ທີ່ເຂັ້ມແຂງ ຖືເປັນສິ່ງສຳຄັນໃນການສະໜັບສະໜູນ ໃຫ້ປະຊາຊົນ ມີຊີວິດຊີວາ ແລະ ສຸຂະພາບທີ່ດີ ແລະ ສາມາດຮັັບມືກັບ ຄວາມສ່ຽງ ແລະ ໄພຄຸກຄາມ ທາງດ້ານສາທາລະນະສູກ.  ການຮ່ວມມືຂອງສະຫະລັດອາເມລິກາ ກັບອາຊຽນ ທີ່ຜ່ານມາ ລວມມີ:

  • ເສີມສ້າງໜ່ວຍງານການດູແລເບິ່ງແຍງສາທາລະນະສຸກ, ການບໍລິການ ໃຫ້ມີຄຸນະພາບ ແລະ ການຄອບຄຸມທົ່ວປວງຊົນ, ໂດຍສະເພາະ ຜູ້ທຸກຍາກ ແລະ ດ້ອຍໂອກາດທີ່ສູດ;
  • ເສີມຂະຫຍາຍການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ເພື່ອຊ່ວຍກັນສົ່ງເສີມໃຫ້ປະຊາຊົນມີສຸຂະພາບທີ່ແຂງແຮງ, ໂດຍສະເພາະ ຂົງເຂດການບົ່ງມະຕິ ແລະ ປິ່ນປົວພະຍາດວັນນະໂລກ. ທີ່ຜ່ານມາ, ຍ້ອນການຮ່ວມມືກັນພາກລັດ ແລະ ເອກະຊົນ ໂດຍສະເພາະ ລະຫວ່າງ ອົງການພັດທະນາສາກົນ ແຫ່ງສະຫະລັດ (USAID) ແລະ ບັນດາບໍລິສັດຂອງສະຫະລັດອາເມລິກາ ຈຶ່ງເຮັດໃຫ້ສາມາດເພີ່ມການການກວດພົບກໍລະນີຄົນເຈັບພະຍາດວັນນະໂລກ ແລະ ປິ່ນປົວໄດ້ໄວຂຶ້ນ, ຊ່ວຍໃຫ້ ຄົນເຈັບ ຫຼາຍພັນຄົນ ໃນຂົງເຂດອາຊຽນໄດ້ຮັບການປິ່ນປົວ ທີ່ເໝາະສົມ ສຳລັບ ພະຍາດວັນນະໂລກ ແລະ ວັນນະໂລກດື້ຢາ.
  • ການຄວບຄຸມ ການລະບາດ ເຊື້ອເຮສໄອວີ/ພະຍາດເອດ.ຫລາຍກວ່າ 150,000 ຄົນ ທີ່ໄດ້ຮັບການປິ່ນປົວໂດຍການປິ່ນປົວທີ່ໃຊ້ຢາຕ້ານຈຸລະໂລກ ເຊິ່ງມາຈາກໂຄງການຮ່ວມມືລະຫວ່າງສະຫະລັດອາເມລິກາ ກັບ ບັນດາປະເທດອາຊຽນ. ໂດຍການສະໜັບສະໜູນຈາກ ສະຫະລັດອາເມລິກາ, ປະເທດຫວຽດນາມ ຍັງເປັນປະເທດທໍາອິດ ທີ່ຖືວ່າເຮັດໄດ້ດີ ໃນການນຳໃຊ້ ທຶນແຜນສູກເສີນການຊ່ວຍເຫຼືອພະຍາດເອດ ຂອງປະທານາທິບໍດີ ໄດ້ຢ່າງມີປະສິດທິພາບ ໃນການບັນລຸການເປັນເຈົ້າການຢ່າງເຕັມຂັ້ນ ໃນວຽກງານ ຕອບໂຕ້ເຊື້ອເຮສໄອວີ/ພະຍາດເອດ ໃນທ້າຍປີ 2020 ໂດຍການເພີ່ມທະວີການລະດົມທຶນພາຍໃນ ແລະ ຮັບປະກັນການເງິນແບບຍືນຍົງ.
  • ສືບຕໍ່ຊ່ວຍເຫລືອບັນດາປະເທດອາຊຽນໃນການຫລຸດຜ່ອນການຕິດເຊື້ອພະຍາດວັນນະໂລກ ແລະ ພະຍາດໄຂ້ມາເລເລຍ. ຕົວຢ່າງ, ໃນຊຸມປີ 2014 ຫາ 2017, ສາມາດຫລຸດຈຳນວນກໍລະນີການຕິດເຊື້ອພະຍາດໄຂ້ມາເລເລຍໄດ້ເຖິງ 70 ເປີເຊັນ.
  • ສູນປະຕິບັດການ ການຄົ້ນຫາພະຍາດສາກົນ ຂອງສູນຄວບຄຸມ ແລະ ປ້ອງກັນພະຍາດລະບາດ ຂອງສະຫະລັດອາເມລິກາ ຕິດຕາມ ແລະ ລາຍງານສະພາບການລະບາດ ແລະ ຄວາມສ່ຽງ ຂອງພະຍາດຕ່າງໆ ຕໍ່ຊຸມຊົນ ໃນທົ່ວໂລກ ຢ່າງເປັນປະຈຳ, ລວມທັງ ພະຍາດຊຶມເຊື້ອ 44 ປະເພດ ທີ່ເກີດຂຶ້ນໃນແຖບ ອາຊຽນ ໃນໄລຍະປີ 2014 ຫາ 2019 ເພື່ອຫຼຸດຜ່ອນຄວາມສ່ຽງການແຜ່ລະບາດໄປຕື່ມ.
  • ນອກຈາກນີ້, ອົງການ USAID ແລະ ກອງເລຂາອາຊຽນ ຍັງໄດ້ຮ່ວມມືກັນສ້າງລະບົບປະສານງານໃນກໍລະນີສຸກເສີນທາງດ້ານສາທາລະນະສຸກຂຶ້ນ, ເຊິ່ງນີ້ເປັນການສົມທົບກັນລະຫວ່າງກົນໄກ ແລະ ຫນ່ວຍງານຕ່າງໆຂອງບັນດາປະເທດອາຊຽນ ທີ່ມີຢູ່ແລ້ວ, ເຊັ່ນ ເຄືອຄ່າຍປະຕິບັດງານສຸກເສີນຂອງອາຊຽນ ເພື່ອກະກຽມ ແລະ ຕອບໂຕ້ກັບສະຖານະການສຸກເສີນທາງດ້ານສາທາລະນະສຸກ.

ສ້າງຊັບພະຍາກອນດ້ານມະນຸດໃນ ຂະແໜງສາທາລະນະສຸກ: ການເສີມສ້າງບຸກຄະລາກອນລຸ້ນໃໝ່ຂອງຂະແໜງສະທາລະນະສຸກແມ່ນສິ່ງສຳຄັນໜຶ່ງໃນຈຸດປະສົງ ຮວ່ມເພື່ອອະນາຄົດທີ່ເຂັມແຂງ. ຄວາມພະຍາຍາມລວມມີ:

  • ໂດຍການເປີດໂຕໃໝ່ຂອງໂຄງການ ເຄືອຄ່າຍສິດເກົ່າເພື່ອອະນາຄົດຂອງ ສະຫະລັດອາເມລິກາ ແລະ ອາຊຽນ US- ASEAN Health Future Alumni Network, ພວກເຮົາກຳລັງຕິດຕໍ່ກັບ ແພດໝໍ ແລະ ນັກຄົ້ນຄວ້າສຶກສາດ້ານສາທາລະນະສຸກ 2,400 ຄົນ ທີ່ໄດ້ທຶນຢ້ຽມຢາມ ແລະ ອະດີດນັກສຶກສາເຜື່ອມາແລກປ່ຽນບົດຮຽນ ແລະ ພົວພັນໂດຍກົງນໍາຜູ້ຊ່ຽວຊານຈາກປະເທດສະຫະລັດອາເມລິກາ.
  • ຊວ່ຍເຫຼືອແພດໝໍ ແລະ ແພດຝຶກງານດ້ານສາທາລະນະສຸກ ແລະ ນັກສຶກສາດ້ານວິທະຍາສາດ ໃນການສຶກສາຖອດຖອນບົດຮຽນຈາກຊ່ຽວຊານຈາກປະເທດອາເມລິກາໂດຍຜ່ານໂຄງການສຶກສາແລກປ່ຽນ ຟຼູໃບ້ (Fulbright education exchange), ໂຄງການຢ້ຽມຢາມໃຫ້ແກ່ຜູ້ນໍາ ( International Visitor Leadership Program), ໂຄງການແລກປ່ຽນຂອງສັນຊາດອື່ນ (Other Citizen Exchange).
  • ຝຶກອົບຮົມໃຫ້ແກ່ຜູ້ສຶບຄົ້ນຫາການລະບາດຂອງພະຍາດ ຫຼາຍກ່ວາ 1,300 ຄົນໃນຂົງເຂດອາຊຽນ ASEAN ເຜື່ອຕິດຕາມພະຍາດ, ຄົ້ນຄວ້າການແຜ່ລະບາດຂອງພະຍາດ, ແລະ ຕອບໂຕ້ກັບພາວະສຸກເສີນດ້ານສາທາລະນະສຸກ.
  • ສ້າງເຄືອຄ່າຍມະຫາວິທະຍະໄລສຸຂະພາບໜຶ່ງດຽວ One Health University Networks (ສະເພາະສີ່ປະເທດ, ພາກພື້ນດຽວ) ເພື່ອກະກຽມບຸກຄະລາກອນດ້ານສາທາລະນະສຸກໃນການສະກັດກັ້ນ, ກວດຫາ ແລະ ຮັບມືໃນການປິ່ນປົວພະຍາດລະບາດ, ເຊິ່ງຜ່ານມາໃດ້ມີການຝຶກອົບຮົມ ນັກຮຽນ ແລະ ຊ່ຽວຊານ ຫຼາຍກ່ວາ 10,000 ຄົນ ນັບແຕ່ປີ
  • ສົ່ງເສີມວຽກງານ ໂທລະຄົມ-ສາທາລະນະສຸກ (telehealth) ແລະ ການບັນທຶກຂໍ້ມູນ ອີເລັກໂທຼນິກ (e-records) ເພື່ອຊ່ວຍໃຫ້ບັນດາເມືອງ ແລະ ເຈົ້າໜ້າທີ່ທາງສາທາລະນະສຸກສາມາດໃຫ້ບໍລິການ ແລະ ຂໍ້ມູນແບບມີປະສິດຕິພາບ.