ນະຄອນຫຼວງວຽງຈັນ, ສປປ ລາວ – ເຈົ້າໜ້າທີ່ອະວຸໂສຂອງສະຫະລັດ ໄດ້ເນັ້ນໜັກເຖິງການສະໜັບສະໜູນຂອງລັດຖະບານສະຫະລັດ ທີ່ມີຕໍ່ ລັດຖະບານ ສປປ ລາວ ໃນການເຮັດວຽກຮ່ວມກັນເພື່ອຕ້ານສະກັດກັ້ນຕ້ານຢາເສບຕິດຜິດກົດໝາຍ ແລະ ອາຊະຍາກໍາຂ້າມຊາດ.
ໃນໄລຍະການຢ້ຽມຢາມ ລາວ ເປັນເວລາ 2 ວັນ, ທ່ານນາງ ເຄີສະເຕັນ ດີ ເມດີສັນ (Kirsten D. Madison) ຜູ້ຊ່ວຍລັດຖະມົນຕີ ຮັບຜິດຊອບວຽກງານປາບປາມ ຢາເສບຕິດ ແລະ ປະຕິບັດກົດໝາຍ (INL) ໄດ້ພົບກັບລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງລັດຖະມົນຕີກະຊວງການເງິນ ທ່ານນາງ ທິບພະກອນ ຈັນທະວົງສາ ແລະ ຮອງລັດຖະມົນກະຊວງປ້ອງກັນຄວາມສະຫງົບ ແລະ ຮອງເລຂາພັກກະຊວງ ທ່ານ ພົນຕີ ກົງທອງ ພົງວິຈິດ. ການສົນທະນາດັງກ່າວ ສຸມໃສ່ ການຮ່ວມມື ລະຫວ່າງ ສອງປະເທດໃນຂົງເຂດການບັງຄັບໃຊ້ກົດໝາຍດ້ານຕ່າງໆ ໂດຍສະເພາະວຽກງານຕ້ານຢາເສບຕິດ ແລະ ອາຊະຍາກໍາຂ້າມຊາດ ແລະ ການສົ່ງເສີມລັດແຫ່ງກົດໝາຍ.
ໃນການໄປຢ້ຽມຢາມການຝຶກອົບຮົມຂອງກົມພາສີຂອງ ສປປ ລາວ, ທ່ານຜູ້ຊ່ວຍລັດຖະມົນຕີ ເມດິສັນ ໄດ້ຍ້ອງຍໍ ການຮ່ວມມືດ້ານການບັງຄັບໃຊ້ກົດໝາຍ ເປັນເວລາ 30 ປີ ລະຫວ່າງສອງລັດຖະບານ ເຊິ່ງນໍາພາໂດຍພະແນກ INL.
ທ່ານຜູ້ຊ່ວຍລັດຖະມົນຕີ ເມດິສັນ ກ່າວວ່າ “ໃນຊ່ວງໄລຍະນີ້, ສອງປະເທດ ໄດ້ເຮັດວຽກຮ່ວມກັນສະກັດກັ້ນ ແລະ ຕ້ານອາຊະຍາກໍາຂ້າມຊາດ, ການປູກ ແລະ ການຄ້າຢາເສບຕິດ, ການຄ້າມະນຸດ ແລະ ການຄ້າສັດປ່າຜິດກົດໝາຍ. ພວກເຮົາຕີລາຄາສູງການຮ່ວມມືືິດັ່ງກ່າວ ແລະ ຄາດຫວັງຈະເພີ່ມຂະຫຍາຍການຮ່ວມມືໃນບັນຫາເຫຼົ່ານີ້ ເຊິ່ງມີຜົນກະທົບຕໍ່ກັບສອງປະເທດ”
ພະແນກ INL ປັດຈຸບັນກໍາລັງສະໜອງການຊ່ວຍເຫຼືອ ເພື່ອຍົກລະດັບຄວາມອາດສາມາດຂອງ ລັດຖະບານ ລາວ ໃນການສະກັດກັ້ນ ແລະ ຕ້ານການຄ້າຢາເສບຕິດຜິດກົດໝາຍ, ການປູກ ແລະ ຜະລິດຢາເສບຕິດ ແລະ ການຕິດຢາ. ພະແນກ INL ສະໜອງການຝືກອົບຮົມ ແລະ ອຸປະກອນເຄື່ອງມືໃຫ້ກັບເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ແລະ ການສະໜັບສະໜູນໂຄງການພັດທະນາຕ່າງໆ ໃຫ້ຊາວກະສີກອນທີ່ເຄີຍປູກຝິ່ນ ແລະ ບັນດາສູນບໍາບັດການຕິດຢາໃນຂັ້ນຊຸມຊົນ.
ພະແນກ INL ຍັງເຮັດວຽກກັບລັດຖະບານ ລາວ ເພື່ອປັບປຸງລັດແຫ່ງກົດໝາຍ ແລະ ສ້າງຄວາມອາດສາມາດໃນການສະກັດກັ້ນ ແລະ ຕ້ານອາຊະຍາກໍາຂ້າມຊາດ ໂດຍສະເພາະການຄ້າຢາເສບຕິດ, ການຄ້າສັດປ່າ ແລະ ການຄ້າມະນຸດລຽບເຂດຊາຍແດນຂອງປະເທດ. ບັນດາກິດຈະກໍາຫຼັກ ປະກອບມີ ການສະໜອງການຝຶກອົບຮົມໃຫ້ຕໍາຫຼວດ, ພະນັກງານພາສີ, ຜູ້ພິພາກສາ ແລະ ໄອຍາການ ເພື່ອສະໜັບສະໜູນຄວາມພະຍາຍາມຂອງພວກເຂົາ ໃນການຫຼຸດຜ່ອນອາຊະຍາກໍາຂ້າມຊາດ. ພະແນກ INL ຍັງສະໜັບສະໜູນສໍານັກງານຂໍ້ມູນຕ້ານການຟອກເງິນ (AMLIO) ເພື່ອຍົກລະດັບຄວາມສາມາດໃນດ້ານການຕ້ານການຟອກເງິນ.
ເອກອັກຄະລັດຖະທູດ ສະຫະລັດ ທ່ານນາງ ຣີນາ ບິດເຕີ ກ່າວວ່າ “ຢາເສບຕິດ ແລະ ອະຊາຍາກໍາຂ້າມຊາດ ແມ່ນໄພຂົ່ມຂູ່ຕໍ່ກັບ ຄວາມສະຫງົບສຸກ ແລະ ສະເຖຍລະພາບ ແລະ ກົດໜ່ວງການພັດທະນາດ້ານເສດຖະກິດ ແລະ ສັງຄົມ. ການມາຢ້ຽມຢາມຂອງ ທ່ານຜູ້ຊ່ວຍລັດຖະມົນຕີ ເມດິສັນ ໄດ້ສະແດງໃຫ້ເຫັນວ່າ ພວກເຮົາມີຄວາມມຸ່ງໝັ້ນທີ່ຈະສືບຕໍ່ເຮັດວຽກກັບ ລັດຖະບານ ລາວ ໃນຊຸມປີຂ້າງໜ້າ ເພື່ອສະກັດກັ້ນ ແລະ ຕ້ານຢາເສບຕິດ, ການລັກລອບ ແລະ ການຟອກເງິນຜິດກົດໝາຍ. ໃນໄລຍະຍາວ, ບັນດາແນວຄິດລິເລີ່ມເຫຼົ່ານີ້ ຈະຊ່ວຍໃຫ້ລາວສາມາດເຊື່ອມໂຍງເຂົ້າເສດຖະກິດໂລກ ແລະ ສົ່ງເສີມເຂດອິນໂດ-ປາຊີຟິກ ທີ່ມີຄວາມເສລີ ແລະ ເປີດກວ້າງ.”
ພະແນກ INL ເຮັດວຽກຢູ່ ຫຼາຍກວ່າ 90 ປະເທດທົ່ວໂລກ, ສະໜັບສະໜູນບັນດາລັດຖະບານປະເທດທ້ອງຖິ່ນ ໃຫ້ຄວາມຍຸຕິທໍາ ແລະ ຄວາມເທົ່າທຽມ ໂດຍການສ້າງຄວາມສາມາດໃຫ້ກັບຕໍາຫຼວດ, ສານ ແລະ ລະບົບຄ້າຍຄຸມຂັງ. ນັບແຕ່ປີ 1989, ພະແນກ INL ໄດ້ປະກອບສ່ວນຫຼາຍກວ່າ 60 ລ້ານໂດລາ ເພື່ອສະໜັບສະໜູນໂຄງການຕ່າງໆ ຢູ່ ລາວນັບຕັ້ງແຕ່ ໂຄງການບໍາບັດຜູ້ຕິດຢາຂັ້ນຊຸມຊົນ ໄປຮອດ ໂຄງການພັດທະນາການປູກພືດ ສໍາລັບຊາວກະສີກອນທີ່ເຄີຍປູກຝິ່ນ.