ສະຫະລັດອາເມຣິກາ ສະຫຼອງວັນປະກາດເອກກະລາດ ພ້ອມດ້ວຍ ບັນດາທ່ານຜູ້ນຳລາວ

ນະຄອນຫຼວງວຽງຈັນ, ສປປ ລາວ — ເພື່ອສະເຫຼີມສະຫຼອງການປະກາດເອກກະລາດ ສະຫະລັດອາເມຣິກາ ຄົບຮອບ 243 ປີ,​ ສະຖານທູດສະຫະລັດ ອາເມຣິກາ ໄດ້ຈັດງານລ້ຽງສະຫຼອງຂື້ນ ທີ່ໂຮງແຮມ ໃນ ວັນທີ 2 ເດືອນກໍລະກົດ 2019. ງານລ້ຽງສະຫຼອງໃນປີນີ້ ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້  ສິດທິໃນການເລືອກຕັ້ງ, ໂດຍສະເພາະແລ້ວ ແມ່ນເນັ້ນໜັກໃຫ້ເຫັນເຖິງ ຄົບຮອບ 100 ປີທີ່ຜູ້ຍິງມີສິດທິເຂົ້າຮ່ວມໃນການເລືອກຕັ້ງຢູ່ໃນສະຫະລັດອາເມຣິກາ.

ທ່ານ ລັດຖະມົນຕີ ກະຊວງແຜນການແລະການລົງທຶນ ປອ. ສຸພັນ ແກ້ວມີໄຊ ແລະ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຮັບກຽດເປັນແຂກກິຕິມະສັກ ຕາງໜ້າໃຫ້ແກ່ ລັດຖະບານ ສປປ ລາວ ເຂົ້າຮ່ວມໃນງານ.  ພ້ອມດຽວກັນນີ້ ສະຖານທູດ ສະຫະລັດອາເມຣິກາກໍຖືເປັນກຽດ ທີ່ໄດ້ຕ້ອນຮັບ ທ່ານ ປອ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສະທາລະນະສຸກ, ທ່ານ ນາງແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສືກສາທິການແລະ ກິລາ,​ ທ່ານ ປອ ຄໍາແພງ ໄຊສົມແພງ  ລັດຖະມົນຕີ ກະຊວງ ແຮງງານແລະສະຫວັດດີການສັງຄົມ,​ ທ່ານນາງ ເຂັມເພັດ ພົນເສນາ ຮອງລັດຖະມົນຕີ ກະຊວງອຸດສາຫະກຳແລະການຄ້າ, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານແລະບໍ່ແຮ່, ​ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ທ່ານ ວຽງທະວີສອນ ເທພະຈັນ ຮອງປະທານຄະນະກຳມາທິການພົວພັນຕ່າງປະເທດ ປະຈຳສະພາແຫ່ງຊາດ, ຮວມທັງ ບັນດາທ່ານພະນັກງານຂັ້ນສູງ ຈາກລັດຖະບານ ສປປ ລາວ, ບັນດາທ່ານທູດ, ນັກການທູດ, ບັນດາທ່ານຈາກພາກສ່ວນ ທຸລະກິດ ແລະ ແຂກທີ່ຖືກເຊີນຈາກພາກສ່ວນຕ່າງໆກໍໄດ້ໃຫ້ກຽດ ເຂົ້າຮ່ວມງານລ້ຽງໃນຄັ້ງນີ້.

ທ່ານ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ເນັ້ນເຖິງສາຍພົວພັນອັນເຂັ້ມແຂງ ຂອງ ສະຫະລັດອາເມລິກາ ແລະ ສປປ ລາວ ແລະ ຜົນສຳເລັດທີ່ຍາດມາໄດ້ໃນໄລຍະຊຸມປີທີ່ຜ່ານມາ ທີ່ສອງປະເທດໄດ້ເຮັດວຽກຮ່ວມກັນເພື່ອໃຫ້ບັນລຸເປົ້າໝາຍຮ່ວມກັນ. ເອກອັກຄະລັດຖະທູດ ບິດເຕີ ໄດ້ກ່າວວ່າ: ພວກເຮົາໄດ້ມີການສະໜັບສະໜູນດ້ານວຽກງານໂພຊະນາການ, ສາທາລະນະສຸກ, ການສຶກສາ ແລະ ການພັດທະນາທາງດ້ານເສດຖະກິດ ລວມທັງ ຄວາມໝາຍໝັ້ນໃນໄລຍະຍາວ ໃນຂະແໜງການເກັບກູ້ລະເບີດທີ່ບໍ່ທັນແຕກ ແລະ ວຽກງານຄົນພິການ. ພວກເຮົາມີຄວາມພາກພູມໃຈຫຼາຍຕໍ່ກັບການຮ່ວມມື ແລະ ມີຄວາມພາກພູມໃຈທີ່ສຸດຕໍ່ບົດບາດຂອງພວກເຮົາໃນການກຽມຄວາມພ້ອມໃຫ້ກັບຄົນຮຸ່ນຕໍ່ໄປທີ່ຈະເປັນຜູ້ນຳໃນອະນາຄົດກໍ່ຄືໃນເວທີສາກົນ.

ຈຸດພິເສດຂອງງານມນມື້ນີ້ແມ່ນການໄດ້ນຳເອົາບັນດາຂະໜົມຕ່າງໆທີ່ໄດ້ຮັບຄວາມນິຍົມໃນ 100 ປີທີ່ຜ່ານມາເຊິ່ງເປັນປີດຽວກັນທີ່ແມ່ຍິງໃນອາເມລິກາໄດ້ຮັບສິດໃນການເລືອກຕັ້ງທົ່ວປະເທດ.  ນອກຈາກການໄດ້ກິນອາຫານແບບຄົນອາເມລິກາ ແລະ ທົດລອງເຄື່ອງດື່ມຕ່າງໆພາຍໃນງານ ບັນດາແຂກທີ່ມາຮ່ວມງານຍັງໄດ້ຖືກເຊີນຮ່ວມການຈຳລອງການເລືອກເອົາຂະໜົມອາເມລິກາ ທີ່ພວກເຂົານຳມັກ.

ການສະເຫຼີມສະຫຼອງວັນຊາດ ແມ່ນເພື່ອລະລຶກເຖິງການປະກາດ ເອກະລາດຢ່າງເປັນທາງການຂອງສະຫະລັດອາເມລິກາໃນວັນທີ 4 ກໍລະກົດ 1776 ທີ່ປະຊາຊົນຊາວອາເມລິກາໄດ້ແຍກຕົວອອກຈາກການປົກຄອງຂອງຈັກກະພັດອັງກິດ. ວັນດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງການກຳເນີດໃນປະຫວັດສາດຂອງສະຫະລັດອາເມລິກາທີ່ກາຍມາເປັນປະເທດ. ນີ້ຖືເປັນວັນພັກທີ່ສຳຄັນປະຈຳປີຂອງສະຫະລັດອາເມລິກາ ແລະ ປະຊາຊົນຊາວ ອາເມລິກາ ໄດ້ສະເຫຼີມສະຫຼອງວັນປະຫວັດສາດ ແລະ ເສລີພາບ ໂດຍການຍິງບັ້ງໄຟດອກສູ່ທ້ອງຟ້າຢ່າງສວຍງາມ ພ້ອມທັງການເດີນສວນສະໜາມ ແລະ ຈັດງານລ້ຽງສະຫຼອງຕ່າງໆໃນຊຸມຊົມ.