ນະຄອງຫຼວງພະບາງ, ສປປ ລາວ – 14 ກຸມພາ 2019, ຜູ້ຕາງຫນ້າຈາກອົງການ ການກຸສົນ Spirit of America ແລະ ສະຖານທູດສະຫະລັດອາເມລິກາ ໄດ້ມອບ ເປັນອຸປະກອນ ເປັນຈຳນວນເງິນ ຫຼາຍກວ່າ 10,000 ໂດລາສະຫະລັດ ເພື່ອສົ່ງເສີມ Laos Buffalo Dairy ຢູ່ທີ່ນະຄອນຫຼວງພະບາງ.
The Laos Buffalo Dairy ແມ່ນເປັນທຸລະກິດຮ່ວມ ຂອງສະຫະລັດອາເມລິກາ ຢູ່ທີ່ຫຼວງພະບາງໂດຍການເຊົ່າສັດລ້ຽງເຊັ່ນ: ຄວາຍ ຈາກຊາວກະສິກອນເພື່ອແລກປ່ຽນກັບນໍ້ານົມຄວາຍ. ຫຼັງຈາກນັ້ນ, ນໍ້ານົມຄວາຍຈະໄດ້ຖືກນຳໄປແປຮູບເປັນຫຼາກຫຼາຍຜະລິຕະພັນ ເຊັ່ນ: ເນີຍແຂງ, ນົມສົ້ມ ແລະ ກະແລ່ມ ເພື່ອໄປຈຳໜ່າຍ ໃນຕະຫຼາດທ້ອງຖິ່ນ. Laos Buffalo Dairy ໄດ້ສ້າງລະບົບຕ່ອງໂສ້ການພະລິດເພື່ອສະໜອງຜະລິດຕະພັນໃຫ້ແກ່ຮ້ານອາຫານ ທີ່ຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ແລະ ໃນຫວ່າງບໍ່ດົນມານີ້ໄດ້ມີບັນດາປະເທດໃນອາຊີລວມທັງປະເທດຍີ່ປຸ່ນທີ່ໄດ້ສັ່ງຊື້ຜະລິດທະພັນ.
ນັບຕັ້ງແຕ່ເປີດທຳການຜະລິດໃນປີ 2016, The Laos Buffalo Dairy ໄດ້ເພີ່ມການຜະລິດໃນແຕ່ລະມື້ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃຫ້ແກ່ລູກຄ້າທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຳນວນເພີ່ມຂື້ນ. ແລະນີ້ຍັງເປັນການປະກອບສ່ວນອັນສໍາຄັນດ້ານສຸຂະພາບ ແລະ ຄວາມເປັນຢູ່ທີ່ດີຂອງເສດຖະກິດທ້ອງຖິ່ນ. ຊາວກະສິກອນທີ່ໃຫ້ເຊົ່າຄວາຍຂອງເຂົາເຈົ້າເປັນໄລຍະເວລາຫຼາຍກວ່າຫົກເດືອນໄດ້ມີລາຍໄດ້ທີ່ໝັ້ນຄົງເຊິ່ງຊ່ວຍໃຫ້ພວກເຂົາສາມາດຈ່າຍຄ່າຕ່າງໆພາຍໃນຄົວເຮືອນ ລວມທັງຄ່າໂຮຽຮຽນ ແລະ ຄ່າອາຫານ. ຄວາຍທີ່ຢູ່ໃນ Laos Buffalo Dairy ຍັງໄດ້ຮັບການສັກຢາວັກແຊ່ງ ເຊິ່ງຊ່ວຍໃຫ້ອັດຕາການຕາຍຂອງລູກສັດລ້ຽງຫຼຸດລົງຢ່າງຫຼວງຫຼາຍ ແລະ ສິ່ງທີສຳຄັນຍັງເປັນການພັດທະນາສຸຂະພາບຂອງສັດລ້ຽງໃນໄລຍະຍາວ.
ທ່ານເອກອັກຄະລັດຖະທູດ ຣີນາ ບິດເຕີ ໄດ້ຮ່ວມເປັນສັກຂີພະຍານໃນພິທີມອບ ແລະ ຍັງໄດ້ເຂົ້າຮ່ວມພິທີບາສີສູ່ຂວັນ. ທ່ານໄດ້ກ່າວວ່າ: Laos Buffalo Dairy ເປັນຕົວແບບທຸລະກິດທີ່ດີຈາກສະຫະລັດອາເມລິກາ ໃນການເຮັດຫນ້າທີ່ຢູ່ຕ່າງປະເທດ ແລະ ສົ່ງເສີມການເປັນແບບຢ່າງທາງດ້ານທຸລະກິດທີ່ມີຄວາມຮັບຊອບຕໍ່ສັງຄົມ. ແລະ ທຸລະກິດນີ້, ທຸກໆຄົນລ້ວນແຕ່ມີຜົນປະໂຫຍດ – ຊາວກະສິກອນໄດ້ມີລາຍຮັບ, ສັດລ້ຽງໄດ້ຮັບວັກແຊ່ງ ແລະ ຜູ້ບໍລິໂພກ ຄືຂ້າພະເຈົ້າເອງ ກໍ່ໄດ້ປະໂຫຍດຈາກເນີຍແຂງ ແລະ ກະແລມ.
ນອກຈາກຜະລິດຕະພັນນົມນີ້ແລ້ວ, ທາງ ຍັງໄດ້ຈັດການຝຶກອົບຮົມໃຫ້ແກ່ນັກສຶກສາຈາກ ວິທະຍາໄລກະເສດທາງພາກເໜືອໃນການເພີ່ມທັກສະສັດຕະວະແພດ ແລະ ຍັງເຮັດໃຫ້ຊຸມຊົນໃນ ສປປ ລາວ ໄດ້ຮັບຜົນປະໂຫຍດຈາກຜະລິດຕະພັນນົມທີ່ອຸດົມດ້ວຍທາດໂປຼຕີນໃນຄາບອາຫານ. ຄວາຍຈຳນວນ 100ໂຕບວກກັບລູກຂອງພວກມັນຢູ່ທີ່ໃນ Laos Buffalo Dairy ແຫ່ງນີ້ໄດ້ເຮັດໃຫ້ຜະລິດຕະພັນນົມເພີ່ມຂື້ນ ແລະ ສາມາດສ້າງວຽກໃຫມ່ໄດ້ເກືອບຮອດ 500 ຕໍາແໜ່ງງານໃຫ້ຕະຫຼາດແຮງງານຢູ່ໃນທ້ອງຖິ່ນ.
ທ່ານ Susie Martin ຜູ້ອໍານວຍໃຫຍ່ Laos Buffalo Dairy ໄດ້ສະແດງຄວາມຍີນດີຕໍ່ກັບການສະໜັບສະໜູນເຊິ່ງມັນເປັນການຊ່ວຍເປີດໂອກາດໃຫ້ທຸລະກິດກ້າວສູ່ຕະຫຼາດໃຫມ່ໃນ ສປປ ລາວ ແລະ ຕະຫຼາດອື່ນໆນໍາອິກ. ທ່ານ ກ່າວວ່າ: ພວກເຮົາຮູ້ສຶກດີໃຈຫຼາຍຕໍ່ກັບການສະໜັບສະໜູນທີ່ພວກເຮົາໄດ້ຮັບຈາກ ອົງການ Spirit of America ແລະ ສະຖານທູດສະຫະລັດອາເມລິກາ. ອຸປະກອນເຫຼົ່ານີ້ຍັງຈະຊ່ວຍໃຫ້ພວກເຮົາສາມາດຜະລິດປະລິມານນໍ້ານົມທີ່ມີຄຸນນະພາບໃຫ້ຫຼາຍຂື້ນກວ່າເກົ່າເພື່ອຕອບສະໜອງຢ່າງພຽງພໍໃຫ້ແກ່ຕະຫຼາດໃນ ສປປ ລາວ ແລະ ຍັງເປັນການເປີດໂອກາດໃນການສົ່ງອອກອິກດ້ວຍ. ນອກຈາກນີ້, ພວກເຮົາຍັງສາມາດເຊົ່າຄວາຍຈຳນວນຫຼາຍຂື້ນຈາກປະຊາຊົນໃນທ້ອງຖິ່ນ.
ທ່ານ Terrell Chandler ຜູ້ບໍລິຫານຂອງ ອົງການ Spirit of America ໄດ້ກ່າວວ່າ: ການໃຫ້ສະໜັບສະໜູນໃຫ້ແກ່ Laos Buffalo Dairy ໃນເທື່ອນີ້ໄດ້ສະແດງໃຫ້ເຫັນເຖິງຄຸນຄ່າອັນສໍາຄັນດ້ານຜູ້ປະກອບການຈາກສະຫະລັດອາເມລິກາ, ສະແດງໃຫ້ເຫັນເຖິງຄວາມກ້າວຫນ້າ ແລະ ໂອກາດທີດີຂື້ນໃນຊີວິດ. ອົງການ Spirit of America ມີຄວາມຍີນດີຕໍ່ກັບການຮ່ວມມືກັບສະຖານທູດສະຫະລັດອາເມລິກາ ແລະ Laos Buffalo Dairy ເພື່ອສົ່ງເສີມໃຫ້ແກ່ Laos Buffalo Dairy ໃນການສ້າງຄວາມແຕກຕ່າງອັນສໍາຄັນໃຫ້ແກ່ເສດຖະກິດໃນທ້ອງຖິ່ນ ແລະ ໃນຊຸມຊົນ. ພວກເຮົາຖືວ່ານີ້ເປັນຫົນທາງອັນສຳຄັນໃນການຮັດແໜ້ນສາຍພົວພັນລະຫວ່າງສອງປະເທດນຳອິກ.
Spirt of America ເປັນອົງການ ການກຸສົນ ຈາກສະຫະລັດອາເມລິກາ ເຊິ່ງເຮັດພາລະບົດບາດໃນການຊ່ວຍເຫຼືອທາງດ້ານມະນຸດສະທຳ ແລະ ເສດຖະກິດ ລວມໄປເຖິງການຊ່ວຍສະໜັບສະໜູນອຸປະກອນໃນໃຫ້ແກ່ ພາລະບົດບາດຂອງສະຫະລັດອາເມລິກາ ແລະ ຍັງສົ່ງບັນດາບຸກຄະລາກອນໃຫ້ໄປເຮັດຫນ້າທີ່ໃນທົ່ວໂລກ. ໃນປະຈຸບັນ, ອົງການ Spirit of America ໄດ້ສະໜັບສະໜູນຫຼາຍກວ່າ 800ໂຄງການ ໃນ63 ປະເທດໃນທົ່ວໂລກ.