ຮອງຜູ້ຊ່ວຍ ລັດຖະມົນຕີ ກະຊວງປ້ອງກັນປະເທດ ສ.ອາເມລິກາ ຢ້ຽມຢາມ ສປປ ລາວ

ນະຄອນຫຼວງວຽງຈັນ, ສປປ ລາວ – ຄະນະຜູ້ແທນຂັ້ນສູງ ຈາກ ກະຊວງປ້ອງກັນປະເທດ ສະຫະລັດ ອາເມລິກາ  ໄດ້ມາຢ້ຽມຢາມ ສປປ ລາວ ໃນລະຫວ່າງ ວັນທີ່ 16-18 ມັງກອນ, 2019. ຄະນະຜູ້ແທນຈາກກອງທັບ ສ. ອາເມລິກາ ໄດ້ພົບປະກັບຄູ່ຮ່ວມງານ ຈາກກອງທັບ ແລະ ລັດຖະບານ  ສປປ ລາວ ເພື່ອເນັ້ນໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍໂຕ ຂອງສາຍພົວພັນດ້ານກອງທັບ ຂອງ ສ.ອາເມລິກາ ແລະ ສປປ ລາວ ແລະ ທັງຢືນຢັນ ໃຫ້ເຫັນເຖິງຄວາມໝາຍໝັ້ນຕໍ່ຂົງເຂດເຂດພາກພື້ນອິນໂດປາຊິຟິກອິກດ້ວຍ.

ຮອງຜູ້ຊ່ວຍ ລັດຖະມົນຕີ ກະຊວງປ້ອງກັນປະເທດ ສະຫະລັດ ອາເມລິກາ ດຣ. Joe Felter ໄດ້ເຂົ້າພົບປະກັບທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ບັນດາເຈົ້າຫນ້າທີ່ຂັ້ນສູງອື່ນໆຈາກ ກະຊວງປ້ອງກັນປະເທດ ແລະ ຍັງໄດ້ພົບປະກັບ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ. ດຣ. Felter ໄດ້ຖືໂອກາດນີ້ເພື່ອ ສະແດງຄວາມຍິນດີຕໍ່ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70ປີ ແລະ ຍັງໄດ້ປຶກສາຫາລືເພື່ອຊອກຫາວິທີໃນການເສີມຂະຫຍາຍສາຍພົວພັນທາງດ້ານກອງທັບ ແລະ ສືບຕໍ່ເສີມຂະຫຍາຍການຮ່ວມມືແບບກວມລວມ ຂອງ ສ.ອາເມລິກາ ແລະ ສປປ ລາວ.

ທ່ານ ຄໍລິນ ກຣອສບີ ອຸປະທູດ ສະຫະລັດອາເມລິກາ ໄດ້ກ່າວວ່າ: ການຢ້ຽມຢາມຂອງທ່ານ ຮອງຜູ້ຊ່ວຍ ລັດຖະມົນຕີ ກະຊວງປ້ອງກັນປະເທດ ສ.ອາເມລິກາ ດຣ. Joe Felter ໄດ້ເປັນຂໍ້ພິສູດເຖິງລະດັບຄວາມໝາຍໝັ້ນໃນການຮ່ວມມືແບບກວມລວມ ລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ.

ວາລະການຢ້ຽມຢາມຂອງທ່ານ ດຣ. Felter ຍັງລວມເຖິງການລົງສັງເກດການຕົວຈິງຂອງໂຄງການ ທີ່ໄດ້ຮັບການສະໜັບສະໜູນຈາກ ລັດຖະບານສະຫະລັດອາເມລິກາ ໃນການເກັບກູ້ລະເບີດບໍ່ທັນແຕກໃນ ສປປ ລາວ ພ້ອມດຽວກັນຍັງໄດ້ສ້າງການພົວພັນກັບບັນດາຜູ້ນຳທຸລະກິດໃນທ້ອງຖິ່ນ. ການຢ້ຽມຢາມດັ່ງກ່າວຍັງສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນຂອງສະຫະລັດອາເມລິກາຕໍ່ກັບອາຊຽນ ແລະ ຂົງເຂດອິນໂດປາຊີຟິກອີກດ້ວຍ.