ສະ​ຖານ​ທູ​ດ​ສະ​ຫະ​ລັດ ແລະ ບັນ​ດ​າ​ບໍ​ລິ​ສັດ ສະ​ໜັ​ບ​ສະ​ໜູນ​ງານ Lao Digital Forum ​ຄັ້ງ​ທໍ​າ​ອິດ

ນະຄອນຫຼວງວຽງຈັນ, ລາວ  – –ທ່ານ ນາງ ຣີນາ ບິເຕີ, ​ເອອັກຄະລັດຖະທູດສະຫະລັດປະຈຳ ສປ ລາວ ໄດ້ກ່າວເປີງານ Lao Digital Forum ​ຄັ້ງທໍອິດ ທີ່ຈັດຂຶ້ນໃນວັນທີ 26 ມັງກອນ ທີ່ນະຄອນຫຼວງວຽງຈັນ.  ​ງານ​​​ງດັ່ງ​ກ່າວ​ແມ່ນ​ສຸມ​ໃສ່​​ເສດ​ຖະ​ກິດ​ດິ​ຈິຕໍ​ລະ​ດັບ​ສາ​ກົນ ແລະ ຜົນ​ປະ​ໂຫຍດ​ຕ່າງ​ໆ ທີ່​ມີ​ຕໍ່​ກັບ​ວິ​ສາຫະ​ກິດ​ຈຸ​ລ​ະ​ພາກ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ຂະ​ໜາດ​ກ​າງ ຢູ່ ສ​ປ​ປ ລາວ ລ​ວມ​ທັງ​ສະ​ພາບ​ແວດ​ລ້ອ​ມ​ດ້ານ​ນະ​ໂຍ​ບາຍ ທີ່​ຈຳ​ເປັນ​ເພື່ອ​ເກັ​ບ​ກ່ຽ​ວ​ຜົນ​ປະ​ໂຫຍດ​ຈາກເສດ​ຖະ​ກິດ​ດິ​ຈິຕໍ.

ບັນ​ດາ​ຜູ້ປະກອບການໄວ​ໜຸ່ມ ແລະ ບັນ​ດາ​ອະດິດນັກສຶກສາ ຈາກ ສະ​ຖານ​ທູ​ດອ​າ​ເມ​ລິກ​າ ໂດຍຮ່ວມ​ມື​ກັບ​  ສະ​ມາ​ຄົ​ມເຕັກ​ໂນ​ໂລ​ຊີ​ການ​ສື່ສານ ​ແລະ ຂໍ້​ມູນ​ຂ່າວສານ, ສະ​ພ​າ​ກາ​ນ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ແຫ່​ງ​ຊາດ​ລາວ (LNCCI), ​ກະ​ຊວງ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ (MOST) ແລະ ກະ​ຊວງ​ໄປ​ສະ​ນີ ແລະ ໂທ​ລະ​ຄົມ​ມະ​ນາ​ຄົມ (MOPT)  ​ຈັດງານ​ຄັ້ງ​ນີ້ຂື້ນ. ອົງການພັດທະນາສາກົນແຫ່ງ ສະຫະລັດອາເມລິກາ (USAID) ໄດ້​ສະ​ໜັ​ບ​ສະ​ໜູນງານ​ສະ​ແດງຄັ້ງ​ນີ້ ໂດຍ​ຜ່ານ ໂຄງການ ລາວ-ອາເມລິກາ ເພື່ອຊ່ວຍເຫຼືອດ້ານການເຊື່ອມໂຍງເຂົ້າອາຊຽນ ແລະ ສາກົນ (LUNA), ບັນ​ດາ​ບໍ​ລິ​ສັດ​ອາ​ເມ​ລິ​ກາ ເຊັ່ນ: Microsoft, Visa, ແລະ Facebook ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ຜູ້​ສະ​ໜັບ​ສະ​ໜູນ​ງານໃນຄັ້ງນີ້.

ທ່ານ ທູດ ຣີນາ ກ່າວວ່າ: “​ຂ້າພະເຈົ້າາດຫວັງວ່າໃນອານາຄົຂ້ພະເຈົ້ຈະສາມາດຈັບໂທລະສັບສະມາດໂຟຂຶ້ນມາ ແລ້ວສັ່ງຊື້ກາເຟຈາກ ພູຽງບໍລະເວນ, ຜ້າໄໝຈາກແຂວງຫົວພັນ ແລະ ເຂົ້າຽວາກແຂວງຊຽງຂວາງ ໂດຈ່າຍຜ່ານລະບົບອອນລາຍ ແລະ ເຄື່ອງ​​ຂົນສົ່ງ​​ມາຮອດເຮືອນຢູ່ນະຄອນຫຼວງວຽງຈັນ. ນັ້ນແມ່ນພະລັງຂອງເສດຖະກິດດິຈິຕໍແລະ ວິໄສທັດຂອງຂ້າພະເຈົ້າທີ່ມີຕໍ່ອານາຄົດດັ່ງກ່າວແມ່ນບໍ່ຢູ່ໄກເກີນເອື້.”

ທ່ານ ແກ້ວນາຄອນ ໄຊສຸລຽນ, ຫົໜ້າກົມເຕັກໂນໂລຊີດີຈິຕໍ ຈາກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ລາຍງານກ່ຽວກັບສາບເຕັກໂນໂລຊີດີຈິຕໍ ຢູ່ ສປ ລາວ ໃນປະຈຸບັນ ແລະ ທ່ານ ພູໂຂງ ຈິດຮູບໂລກ, ຫົວໜ້າກົມແຜນການ ແລະ ການຮ່ວມື, ນໍສະເໜີກ່ຽວກັບນະໂຍບາຍ ແລະ ລະບຽບການຕ່າງໆກ່ຽວກັບການນຳໃຊ້ ແລະ ສົ່ງເສີມ ເຕັກ​ໂນ​ໂລ​ຊີ​ການ​ສື່ສານ ​ແລະ ຂໍ້​ມູນ​ຂ່າວສານ (ICT) ຢູ່ ສປ ລາວ ແລະ

​ທ່ານ Huy Nguyen Tuong, ຜູ້ນຳພາພື້ນຮັບຜິດຊອບການຂະຍາຍການຮ່ວມື ຂອງ Facebook ນຳສະເໜີ ໂຄງກາລິເລີ່ມຂອງ Facebook ຫົວຂໍ້ “Free Basics in Laos,”ເຊິ່ງແມ່ນໂຄງການທີ່ສະໜີ ກາເຂົ້າເຖິງການບໍລິກາອິນເຕີເນັດ ແລະ  Facebook ບໍ່ເສຍຄ່າໃຊ້ຈ່າຍ ຢູ່  ປ ລາວ.

ອ​າ​ຊຽນ ແມ່ນ​ພາ​ກ​ພື້ນ​ທີ່​ເຕີບ​ໂຕ​ໄວ​ທີ່​ສຸ​ດ​ໃນ​ໂລກ ດ້ານ​ການ​ນຳ​ໃຊ້​ອິ​ນ​ເຕີ​ເນັດ, ໂດຍ​ຫຼັກໆ​ແມ່ນ​ເນື່ອງ​ຈາກ​ການ​ນຳ​ໃຊ້​ໂທ​ລະ​ສັບ​ມື​ຖື​ທີ່​ເພີ່ມ​ຂຶ້ນ.  ​ໃນ​ໄລ​ຍະ​ລະ​ຫວ່າງ 2006 ເຖິງ 2015, ຈຳ​ນວນ​ຜູ້​ໃຊ້ໂທ​ລະ​ສັບ​ມື​ຖື ໃນ​ອາ​ຊ​ຽນ ເພີ່ມ​ຂຶ້ນ​ຈາກ 198 ​ລ້ານ​ຄົ​ນ ເປັນ 784 ລ້ານ​ຄົນ.  ​ກ​າ​ນ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຂອງ​ອາ​ຊຽນ ແລະ ປະ​ຊາ​ກອນ​ໄວ​ໜຸ່ມ​ທີ່​ມີ​ຈຳ​ນ​ວນ​ຫຼາຍ ໝາຍ​ຄວາມ​ວ່າ ພາ​ກ​ພື້ນ​ນີ້ ຢູ່​ໃນ​ຕຳ​ແໜ່ງ​ທີ່​ດີ ທີ່​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາ​ກ​​ເສດ​ຖະ​ກິດ​ດິ​ຈິຕໍ​.