ສະຖານທູດສະຫະລັດ ອາເມລິກາ ສະເຫຼີມສະຫຼອງ ວັນປະກາດເອກະລາດ, ເນັ້ນໜັກເຖິງ ການຮັດແໜ້ນ ການພົວພັນຮ່ວມມືສອງຝ່າຍ

ນະຄອນຫຼວງວຽງຈັນ – ສະຖານທູດສະຫະລັດ ອາເມລິກາ ໄດ້ຈັດງານສະເຫຼີມສະຫຼອງວັນປະກາດເອກະລາດຄົບຮອບ 242ປີ ຂື້ນຢູ່ ທີ່ໂຮງແຮມ ໃນວັນທີ 3 ກໍລະກົດ 2018 ໂດຍມີແຂກເຂົ້າຮ່ວມຫຼາຍກວ່າ 600 ທ່ານ.

ເປັນກຽດເຂົ້າຮ່ວມງານ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ໂພໄຊ ໄຂຄຳພິທູນ, ຫົວໜ້າຫ້ອງການ ກະຊວງການຕ່າງປະເທດ ເຊິ່ງຕາງຫນ້າໃຫ້ ລັດຖະບານ ສປປ ລາວ ພ້ອມທັງ ເຈົ້າຫນ້າທີ່ອາວຸໂສ ຈາກລັດຖະບານ ສປປ ລາວ, ບັນດາທູດ ທຸຕານຸທູດ ແລະ ບັນດານັກທຸລະກິດ.

ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງບັນດາຄະນະເຈົ້າຫນ້າທີ່ຂັ້ນສູງ ຈາກສະຫະລັດອາເມລິກາທີ່ໄດ້ມາຢ້ຽມຢາມ ສປປ ລາວ ໃນປີທີ່ຜ່ານມາ ເຊິ່ງລວມທັງ ລັດຖະມົນຕີກະຊວງການຄ້າ ແລະ ສາມຄະນະຜູ້ແທນຂັ້ນສູງແຫ່ງ ລັດຖະສະພາ. ທ່ານນາງ ບິດເຕີ ຍັງໄດ້ເນັ້ນໃຫ້ເຫັນເຖິງ ຄວາມພະຍາຍາມຂອງ ລັດຖະບານສະຫະລັດອາເມລິກາ ໃນການຊ່ວຍເຫຼືອໃນການຫຼຸດຜ່ອນຜົນກະທົບຈາກລະເບີດທີ່ບໍ່ທັນແຕກ (UXO) ຕໍ່ການພັດທະນາ ໃນ ສປປ ລາວ.

ທ່ານເອກອັກຄະລັດຖະທູດໄດ້ກ່າວວ່າ: ການເຮັດວຽກຮ່ວມກັນກັບ ລັດຖະບານ ສປປ ລາວ, ພວກມີຄວາມຸ້ງໝັ້ນ ເພືອເກັບກູ້ລະເບີດບໍ່ທັນແຕກ ເຊິ່ງເປັນອຸປະສັກຕໍ່ການພັດທະນາປະເທດຊາດ ໃຫ້ໝົດໄປກ່ອນປີ 2030.

ທ່ານເອກອັກຄະລັດຖະທູດ ບິດເຕີ ຍັງໄດ້ເນັ້ນໃຫ້ເຫັນຄວາມສຳຄັນ ເຖີງຄວາມໝາຍໝັ້ນ ຂອງ ສະຫະລັດອາເມລິກາ ໃນການຮ່ວມມືແບບກວມລວມ ທີ່ນັບມື້ນັບມີຄວາມເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍໂຕໃນອະນາຄົດ.

ທ່ານເອກອັກຄະລັດຖະທູດ ບິດເຕີ ຍັງໄດ້ກ່າວຕື່ມອິກວ່າ: ພວກເຮົາຮູ້ສຶກພາກພູມໃຈຫຼາຍທີ່ສຸດທີ່ມີລັດຖະບານ ສປປ ລາວ ເປັນຄູ່ຮ່ວມມື ແລະ ການສະໜັບສະໜູນຈາກ ປະຊາຊົນ ອາເມລິກາ ແລະ ປະຊາຊົນ ລາວ ໃນການເສີມຂະຫຍາຍເປົ້າໝາຍອັນດຽວກັນ ເພື່ອເຮັດ ຊ່ວຍໃຫ້ ສປປ ລາວ ໄດ້ພັດທະນາ ໃຫ້ເປັນປະເທດທີ່ມີຄວາມຜາສຸກ, ເປັນສະມາຊິກອາຊຽນທີ່ມີຄວາມເຂັ້ມແຂງ ເປັນສູນກາງການ ທາງດ້ານການຄ້າເສລີແລະເປີດກວ້າງ ຢູ່ໃນພາກພື້ນອິນໂດ – ປາຊີຟິກ.

ການສະເຫຼີມສະຫຼອງວັນຊາດ ແມ່ນເພື່ອລະລຶກເຖິງການປະກາດ ເອກກະລາດຢ່າງເປັນທາງການຂອງສະຫະລັດອາເມລິກາໃນວັນທີ 4 ກໍລະກົດ 1776. ປະຊາຊົນຊາວສະຫະລັດອາເມລິກາ ໄດ້ສະເຫຼີມສະຫຼອງວັນປະສາດ ແລະ ເສລີພາບ ໂດຍການຍິງບັ້ງໄຟດອກ ສູ່ທ້ອງຟ້າຢ່າງສວຍງາມ ເດີນສວນສະໜາມ ແລະ ຈັດງານລ້ຽງສະຫຼອງຕ່າງໆໃນຊຸມຊົມ.