Flag

An official website of the United States government

ສະຫະລັດອາເມລິກາໃຫ້ການຊ່ວຍເຫຼືອ ກະຊວງສາທາລະນະສຸກເພື່ອປັບປຸງການຄົ້ນຄວ້າທາງດ້ານໂພຊະນາການ ໃນ ສປປ ລາວ
5 ບົດອ່ານໜຶ່ງນາທີ
ເດືອນມີນາ 21, 2021

ໃນວັນທີ 27 ພຶດສະພາ 2021 ອົງການ (Catholic Relief Services-CRS) ແລະ ກະຊວງສາທາລະນະສຸກ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ສຳລັບໂຄງການໃໝ່ ການສ້າງຄວາມເຂັ້ມແຂງໃນການຄົ້ນຄວ້າທາງດ້ານໂພຊະນາການ (Applied Nutrition Research Capacity Building-ANRCB)” ທີ່ໄດ້ຮັບທຶນສະໜັບສະໜູນໂດຍ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (The U.S. Agency for International Development ຫຼື USAID) ໂດຍຜ່ານໂຄງການ LASER PULSE ທີ່ນຳພາໂດຍ ມະຫາວິທະຍາໄລ ເພີດູ່ ຂອງສະຫະລັດອາເມລິກາໂຄງການ ANRCB ແມ່ນໂຄງການໃໝ່ລ່າສຸດ ທີ່ຢູ່ພາຍໃຕ້ ໂຄງການລິເລີ່ມທາງດ້ານໂພຊະນາການ ລາວ ອາເມລິກາ  (Lao American Nutrition Initiative-LANI) ເພື່ອສະໜັບສະໜູນ ວິຊາການທາງດ້ານໂພຊະນາການ ໃຫ້ມີຄວາມຊ່ຽວຊານໃນການດຳເນີນການຄົ້ນຄວ້າ ແລະ ນຳໃຊ້ຜົນຂອງການຄົ້ນຄວ້າ ທາງດ້ານໂພຊະນາການ ເພື່ອແກ້ໄຂບັນຫາ ການຂາດສານອາຫານໃນ ສປປ ລາວ.

MOU ໄດ້ເຊັນໂດຍ ຜູ້ຕາງໜ້າຂອງອົງການ CRS ປະຈຳ ສປປ ລາວທ່ານໂຈຊົວ ພູລ໌ ແລະ ທ່ານ ຮັກສາການ ຫົວໜ້າ ຫ້ອງການ ກະຊວງສາທາລະນະສຸກ ປອດຣຈັນຖະໜອມ ມະນີທິບທ່ານ ຜູ້ຕາງໜ້າ ຈາກສະຖານ ທູດສະຫະລັດ ອາເມລິກາ ປະຈຳ  ສປປ ລາວໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການສືບຕໍ່ວຽກງານຂອງ ກະຊວງສາທາລະນະສຸກ ແລະ ອົງການ CRS. ໃນປີນີ້ສະຫະລັດອາເມລິກາ ແລະ ສປປ ລາວ ກຳລັງສະເຫຼີມສະຫຼອງຄົບຮອບ 5 ປີ ແຫ່ງການເປັນຄູ່ຮ່ວມມືແບບກວມລວມ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວໂຄງການນີ້ ໄດ້ຢັ້ງຢືນໃຫ້ເຫັນເຖິງ ຄຳໝັ້ນສັນຍາ ຂອງພວກເຮົາ ໃນການເປັນຄູ່ຮ່ວມງານ ເພື່ອປັບປຸງສຸຂະພາບ ແລະ ຄວາມເປັນຢູ່ທີ່ດີຂອງປະຊາຊົນລາວແລະ ເພື່ອສະໜັບສະໜູນ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງຂຶ້ນ.”

ໂຄງການທີ່ຫາກໍ່ເລີ່ມໃໝ່ນີ້ ຈະມີຜູ້ຊ່ຽວຊານທີ່ມີຄວາມຊຳນິຊຳນານ ໃນການຄົ້ນຄວ້າທາງດ້ານໂພຊະນາການ ຈາກ ມະຫາວິທະຍາໄລເພີດູ່ ແລະ ມະຫາວິທະຍາໄລອິນເດຍນ່າ (ຊຶ່ງແມ່ນ ສອງມະຫາວິທະຍາໄລຊັ້ນນຳ ຂອງ ສະຫະລັດອາເມລິກາເພື່ອສະໜັບສະໜູນ ກະຊວງສາທາລະນະສຸກ ກໍ່ຄື ສູນໂພຊະນາການມະຫາວິທະຍາໄລ ວິທະຍາສາດສຸຂະພາບແລະ  ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນເພື່ອໃຫ້ບໍລິການ ໃນການຄົ້ນຄ້ວາທາງດ້ານໂພຊະນາການໂດຍສຸມໃສ່ການສ້າງຂີດຄວາມສາມາດຂອງບຸກຄະລາກອນໂຄງການດັ່ງກ່າວ ຍັງຈະຊ່ວຍປັບປຸງຄວາມເຂົ້າໃຈທາງດ້ານໂພຊະນາການ ແລະ ຄຸນະພາບຂອງການຄົ້ນຄວ້າພ້ອມທັງເພີ່ມທະວີການປະສານງານ ແລະ ການຮ່ວມມື ໃນການຄົ້ນຄວ້າທາງດ້ານໂພຊະນາການ ພາຍໃນບັນດາກະຊວງ ຂອງລັດຖະບານອົງການທີ່ບໍ່ສັງກັດລັດຖະບານສະຖາບັນການສຶກສາ ແລະ ພາກເອກະຊົນໂຄງການ ANRCB ແມ່ນສ້າງຂຶ້ນບົນພື້ນຖານການລົງທຶນໃນຂະແໜງໂພຊະນາການກ່ອນໜ້ານີ້ ໂດຍ ລັດຖະບານສະຫະລັດອາເມລິກາ ຊຶ່ງລວມທັງການອອກແບບ ແລະ ກໍ່ສ້າງຕຶກອາຄານຫຼັງໃໝ່ຂອງ ສູນໂພຊະນາການ ທີ່ຕັ້ງຢູ່ບ້ານຊຽງດານະຄອນຫຼວງວຽງຈັນພ້ອມທັງມີການດຳເນີນແຜນງານທາງດ້ານການຮັກສາສຸຂະພາບຂອງ ແມ່ ແລະ ເດັກໂພຊະນາການ ແລະ ການສະໜອງອາຫານທ່ຽງໃນໂຮງຮຽນ.

ອົງການ CRS ເຊື່ອໝັ້ນວ່າ ພາຍໃຕ້ການນຳພາ ຂອງ ກະຊວງສາທາລະນະສຸກໂດຍການຮ່ວມມືີທີ່ເຂັ້ມແຂງ ແລະ ການເປີດກວ້າງ ໃນການຊອກຫາວິທີການໃໝ່ ເພື່ອສ້າງຄູ່ຮ່ວມງານນີ້ພວກເຮົາຈະສາມາດກຳນົດບັນຫາໄດ້ດີຂຶ້ນ ແລະ ຊອກຫາວິທີການແກ້ໄຂບັນຫາໃຫ້ທັນເວລາ ເພື່ອຂ້າມຜ່ານບັນຫາການຂາດສານອາຫານໃນ ສປປ ລາວເນື່ອງຈາກວ່າ ວຽກງານໂພຊະນາການ ແມ່ນມີສ່ວນຮ່ວມຂອງຫຼາຍຂະແໜງການມີການພົວພັນຫຼາຍຂະແໜງການໃນຂົງເຂດ ສາທາລະນະສຸກກະສິກຳນໍ້າ ແລະ    ສຸຂະອະນາໄມ ແລະ ການສຶກສາໂຄງການນີ້ຈະມີສ່ວນຮ່ວມຈາກບັນດາກະຊວງຕ່າງໆຂອງລັດຖະບານໂດຍຜ່ານກອງເລຂາຄະນະກຳມະການແຫ່ງຊາດດ້ານໂພຊະນາການທີ່ມີຫ້ອງການຕັ້ງຢູ່ສູນໂພຊະນາການ.