ສະຖານທູດສະຫະລັດອາເມລິກາ ຊົມເຊີຍຜົນສຳເລັດ ຂອງຫຼັກສູດການຝຶກອົບຮົມລະບາດວິທະຍາພາກສະໜາມ

ນະຄອນຫລວງວຽງຈັນ, ສປປ ລາວ ພິທີມອບຮັບໃບຢັ້ງຢືນຈົບການຝຶກອົບຮົມ ໄດ້ຈັດຂຶ້ນ ໃນວັນທີ 18 ເດືອນມິຖຸນາ 2021 ໃຫ້ແກ່ຜູ້ສຳເລັດການຝຶກອົບຮົມລະບາດວິທະຍາພາກສະໜາມ ຈຳນວນ 8 ທ່ານ, ເຊິ່ງແມ່ນການຝຶກອົບຮົມທີ່ມີບົດບາດສຳຄັນ ທີ່ໄດ້ຮັບການສະໜັບສະໜູນຈາກ ກະຊວງສາທາລະນະສຸກ, ອົງການປ້ອງກັນ ຫຼຸດຜ່ອນໄພຂົ່ມຂູ່, ສູນປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ ຂອງສະຫະລັດອາເມລິກາ ແລະ ອົງການອະນາໄມໂລກ ໃນການກຽມພ້ອມສືບຕໍ່ໍຊ່ວຍເຫຼືອ ສປປ ລາວ ຕໍ່ສູ້ກັບພະຍາດໂຄວິດ-19 ແລະ ພະຍາດຕິດຕໍ່ອື່ນໆ. ໃນພິທີ ໄດ້ມີທ່ານ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ດຣ. ປີເຕີ ເຮມ໋ອນ ໄດ້ເປັນກຽດເຂົ້າຮ່ວມ ໂດຍການເປັນປະທານຂອງທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ.

ທ່ານທູດ ປີເຕີ ເຮມ໋ອນໄດ້ກ່າວວ່າ: ແຜນງານຫຼັກສູດຝຶກອົບຮົມນັກລະບາດວິທະຍາພາກສະໜາມມີບົດບາດສໍາຄັນໃນການພັດທະນາຄວາມອາດສາມາດໃນການເຝົ້້າລະວັງ ແລະ ໂຕ້ຕອບກັບພະຍາດຊຶມເຊື້ອຕ່າງໆຢູ່ໃນ ສປປ ລາວ. ການຝຶກອົບຮົມນີ້ໄດ້ເຮັດໃຫ້ຜູ້ທີ່ສໍາເລັດການສຶກສາໄດ້ຮັບຄວາມຮູ້ ທີ່ເຕັມໄປດ້ວຍທັກສະການປະຕິບັດຕົວຈິງ ທີ່ກ່ຽວຂ້ອງກັບວຽກແຕ່ລະວັນຂອງເຂົາເຈົ້າ ໃນການຄົ້ນຫາການລະບາດ. ຂໍສະແດງຄວາມຊົມເຊີຍ ນັກລະບາດວິທະຍາ ແລະ ພະນັກງານສາທາລະນະສຸກ ຂອງ ສປປ ລາວ ທີ່ໄດ້ສຳເລັດການຝຶກອົບຮົມ! ປີນີ້ ສະຫະລັດອາເລິກາ ແລະ ສປປ ລາວ ໄດ້ສະເຫຼີມສະຫຼອງຄົບຮອບ 5ປີ ການຮ່ວມມືແບບກວມລວມຂອງສະຫະລັດອາເມລິກາ ແລະ ສປປ ລາວ. ສະຫະລັດອາເມລິກາມີຄວາມຍິນດີໃນການສືບຕໍ່ສະໜັບສະໜຸນພວກທ່ານ ແລະ ກະຊວງສາທາລະນະສຸກໃນການປົກປ້ອງປະຊາຊົນລາວ ຈາກພະຍາດຊຶມເຊື້ອຕ່າງໆ ລວມທັງພະຍາດໂຄວິດ-19”. 

ກະຊວງສາທາລະນະສຸກ ຂອງ ສປປ ລາວ, ກົມຄວບຄຸມພະຍາດຕິດຕໍ່ ແລະ ສູນວິເຄາະ ແລະ ລະບາດວິທະຍາ ໄດ້ຄຸ້ມຄອງບໍລິຫານຫຼັກສູດຝຶກອົບຮົມນັກລະບາດວິທະຍາພາກສະໜາມ ຫຼັກສູດ 1ປີ ເລີ່ມແຕ່ປີ 2009 ເປັນຕົ້ນມາ. ມາຮອດປັດຈຸບັນ ໄດ້ສຳເລັດການຝຶກອົບຮົມໃຫ້ແກ່ ນັກລະບາດວິທະຍາຈຳນວນ 94 ທ່ານ ແລະ ໄດ້ປະຕິບັດຫນ້າທີ່ກວມເອົາ 18 ແຂວງທົ່ວປະເທດ. ຫຼັກສູດນີ້ໄດ້ຝຶກເຈົ້າໜ້າທີ່ສາທາລະນະສຸກລາວ ໃນການນຳພາການເຝົ້າລະວັງ, ການສອບສວນກໍລະນີ, ຄົ້ນຫາກໍລະນີສຳຜັດ ແລະ ເກັບຕົວຢ່າງຂອງພະຍາດຊຶມເຊື້ອຕ່າງໆ, ສ້າງຄວາມເຂັ້ມແຂງຄວາມອາດສາມາດໃຫ້ແກ່ສູນປະຕິບັດການສຸກເສີນ ໃນລາວ.

ພິທີດັ່ງກ່າວໄດ້ເນັ້ນໃຫ້ເຫັນຄວາມພະຍາຍາມທີ່ຍືນຍົງຂອງ ສະຫະລັດອາເມລິກາ ໃນການສະໜັບສະໜຸນ ສ... ລາວ ທີ່ປະເຊີນໜ້າກັບສິ່ງທ້າທາຍຈາກພະຍາດໂຄວິດ 19 ແລະ ການໃຫ້ຄຳໝັ້ນສັນຍາທີ່ຍືນຍົງຂອງ ກະຊວງປ້ອງກັນປະເທດ ສະຫະລັດ ເພື່ອສ້າງຄວາມອາດສາມາດໃນໄລຍະຍາວທາງດ້ານສາທາລະນະສຸກ. ໃນປີທີ່ຜ່ານມາ ກະຊວງປ້ອງກັນປະເທດ ໄດ້ເຮັດວຽກຮ່ວມກັບກະຊວງສາທາລະນະສຸກ ແລະ ກົມເສນາຮັກ ກະຊວງປ້ອງກັນປະເທດ ເພື່ອຊ່ວຍຕອບສະໜອງຄວາມຕ້ອງການດ້ານສາທາລະນະສຸກຂອງປະຊາຊົນລາວ ໂດຍການປະກອບສ່ວນຫຼາຍກວ່າ 2.4ລ້ານໂດລາສະຫະລັດ ເຂົ້າໃນຂົງເຂດສະຖານທີ່ບໍລິການສາທາລະນະສຸກ, ລົດສຸກເສີນ, ອຸປະກອນ ແລະ ເຄື່ອງມືຂອງຫ້ອງວິເຄາະ, ນໍ້າຢາກວດ ພະຍາດໂຄວິດ-19, ແລະ ເຄື່ອງປ້ອງກັນຕົວເອງ. ການສຳເລັດການຝຶກອົບຮົມມື້ນີ້ ກໍແມ່ນສ່ວນໜຶ່ງຂອງການຊ່ວຍເຫຼືອ ຫຼາຍກວ່າ 8ລ້ານໂດລາ ທີ່ສະຫະລັດຊ່ວຍເຫຼືອ ສປປ ລາວ ໂດຍກົງ ກ່ຽວກັບ ພະຍາດໂຄວິດ-19 ນັບແຕ່ເລີ່ມມີການລະບາດເປັນຕົ້ນມາ.