ສ. ອາເມລິກາ ຊ່ວຍເຫຼືອລ້ານໍ້າຢາກວດເຊື້ອພະຍາດ COVID ແລະ ອຸປະກອນນຳໃຊ້ໃນຫ້ອງວິເຄາະໃຫ້ແກ່ ສປປ ລາວ

ໃນວັນທີ 6 ເດືອນພະຈິກ ທີ່ຜ່ານມາ ທ່ານ ປອ. ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ ໄດ້ມອບຊຸດນໍ້າຢາກວດເຊື້ອພະຍາດ COVID-19 ຈຳນວນ 4800 ຂຸດ ແລະ ອຸປະກອນທີ່ນໍ້າໃຊ້ຢູ່ໃນຫ້ອງວິເຄາະ ໃຫ້ແກ່ ສູນທົດລອງ ແລະ ລະບາດວິທະຍາແຫ່ງຊາດ. ອຸປະກອນທັງຫມົດທີ່ໄດ້ມອບໃຫ້ນີ້ແມ່ນເປັນຊຸດທຳອິດຂອງການຊ່ວຍເຫລືອລວມທັງຫມົດໃນຈຳນວນ 9600 ຊຸດ ຈາກ ກອງທັບບົກ ປາຊີຟີກໂດຍຜ່ານສູນບັນຊາການກອງທັບສະຫະລັດປະຈຳພາກພື້ນອິນໂດ-ປາຊີຟິກ.ບັນດາອຸປະກອນເຫລົ່ານີ້ຈະຊ່ວຍເຂົ້າໃນວຽກງານການກວດເຊຶ້ອ ແລະ
ຕິດຕາມພະຍາດ COVID-19 ຢູ່ພາຍປະເທດຂອງ ສປປ ລາວ.ໂດຍມູນຄ່າລວມຂອງການຊ່ວຍເຫລືອໃນຄັ້ງນີ້ແມ່ນມີມູນຄ່າຫຼາຍກວ່າ 75,000 ໂດລ້າສະຫະລັດ.

ທ່ານເຮມ໋ອນ ໄດ້ກ່າວວ່າ ພິທີມອບຮັບໃນມື້ນີ້ຢຸ່ທີ່ສູນທົດລອງ ແລະ ລະບາດວິທະຍາແຫ່ງຊາດນີ້ແມ່ນເປັນການຊ່ວຍຄັ້ງຫຼ້າສຸດຈາກ ສ. ອາເມລິກາ ເຊິ່ງສະແດງໃຫ້ເຫັນເຖິງຄວາມມຸ້ງຫມັ້ນທີ່ເຮັດວຽກຢ່າງຄຽງບ່າຄຽງໄຫຼ່ ໃນຂະນະທີ່ ສປປ ລາວຍັງສືບຕໍ່ຮັບມືກັບ ພະຍາດ COVID-19ພ້ອມທັງເປັນການຮ່ວມມືໄລຍະຍາວຂອງພວກເຮົາເພີ່ອໃຫ້ເປັນຄູ່ຮ່ວມງານທີ່ມີຄວາມເຂັ້ມແຂງ ແລະ ເພື່ອສຸຂະພາບທີ່ດີຂອງປະຊາຊົນລາວ.“ນັບຕັ້ງແຕ່ຕົ້ນປີ 2020 ມານິ້ເພື່ອການຕໍ່ສູ້ຕ້ານກັບໄພຂົ່ມຂູ່ຈາກພະຍາດ COVID-19 ສ.ອາເມລິກາໄດ້ໃຫ້ການຊ່ວຍເຫຼືອລ້າທີ່ລວມມີມູນຄ່າປະມານ 7,5ລ້ານໂດລ້າສະຫະລັດໂດຍຜ່ານອົງການ USAID, CDC ແລະ ບັນດາພາກສ່ວນຕ່າງໆເພື່ອປັບປຸງຄວາມສາມາດໃນການກວດເຊີ້ອພະຍາດ ແລະປົກປ້ອງປະຊາຊົນລາວ”.

ການມອບຮັບຄັ້ງນີ້ແມ່ນເປັນການສະແດງໃຫ້ເຫັນເຖີງຄວາມຫມາຍຄວາມສຳຄັນຂອງການສະຫນັບສະຫນູນຈາກ ລັດຖະບານສະຫະລັດອາເມລິກາ ໂດຍຜ່ານອົງການຫຼຸດຜ່ອນໄພຂົ່ມຄູ່ຂອກະຊວງປ້ອງກັນປະເທດສະຫະລັດ (DTRA)ໃຫ້ແກ່ບັນດາພາກລັດຂອງລາວ ເຂົ້າໃນວຽກງານສາທາລະນະສຸກ ແລະຄວາມປອດໄພຂອງ ປະຊາຊົນໃນ ສປປ ລາວ.

ໃນວັນທີ 6 ຕຸລາ ທີ່ຜ່ານມາທາສະຖານທູດ ສ. ອາເມລິກາກໍ່ໄດ້ມີການມອບຮັບອຸປະກອນທີ່ນຳໃຊ້ຢູ້ຫ້ອງທົດລອງໃຫ້ແກ່ສະຖາບັນປາດສເຕີ້ລາວທັງນີ້ກໍ່ເພື່ອເປັນການນໍ້າໃຊ້ເຂົ້າໃນວຽກງານໂຄງການເຊີ່ງຮ່ວມມືກັນກັບກົມເສນາຮັກ ກະຊວງປ້ອງກັນປະເທດ ລວມເປັນມູນຄ່າ 172,000ໂດລ້າສະຫະລັດອຸປະກອນດັ່ງກ່າວນັ້ນແມ່ນຈະເປັນປະໂຫຍດຫລາຍໃຫ້ແກ່ເຈົ້າຫນ້າທີ່ການແພດ ໃນການຊອກຫາ ແລະ ກວດເຊີ້ອພະຍາດຕ່າງໆຢູ່ໃນ ສປປ ລາວ.ອົງການຫຼຸດຜ່ອນໄພຂົ່ມຄູ່ຂອງກະຊວງປ້ອງກັນປະເທດສະຫະລັດ (DTRA)ກໍ່ໄດ້ຊ່ວຍເຫລືອເຄື່ອງປັ່ນສຳລັບການ ການວິເຄາະເລືອດ ແລະກ້ອງຈຸລະທັດ ທີ່ຖືກນຳໃຊເຂົ້າໃນການຊອກຄົ້ນຫາ ແລະການຄົ້ນຄວົ້າພະຍາດລະບາດທີ່ເປັນອັນຕະລາຍເປັນຕົ້ນແມ່ນພະຍາດໄຂ໊ເລືອດອອກ ແລະ ໄຂ້ຍຸງ.

ນອກຈາກນັ້ນກໍ່ຍັງມີຕູ້ອົບຂ້າເຊຶ້ອ ແລະ ຕູ້ປອດເຊື້ອທີ່ຊ່ວຍໃນການຮັກສາຄວາມສະອາດ ການຂ້າເຊື້ອ ແລະຄວາມປອດໄພຢູ່ໃນຫ້ອງທົດລອງ ໃນເວລາປະຕິບັດງານ.ບັນດາໂຄງການ ແລະການຊ່ວຍເຫລືອລ້າທີ່ໄດ້ກ່າວມານັ້ນກໍ່ລວມທັງການມອບຮັບລົດແພດ
ພາກສະຫນາມ Ford Everest ທີ່ມີຄຸນນະພາບສູງ ໃຫ້ແກ່ກະຊວງປ້ອງກັນປະເທດ.ການຮ່ວມມືນີ້ແມ່ນຖືວ່າເປັນອົງປະກອບສ່ວນຫນື່ງໃນການເປັນຄູ່ຮ່ວມງານດ້ານການແພດຂອງກອງທັບ ກໍ່ຄື
ອົງປະກອບທີ່ລວມຢູ່ໃນການຮ່ວມມືແບບກວມລວມລະຫວ່າງ ສ. ອາເມລິກາ ແລະ ສປປ ລາວ.