ນະຄອນຫຼວງວຽງຈັນ, ສປປ ລາວ – ເຕັກໂນໂລຊີທາງດ້ານການເງິນ, ການເຕີບໂຕທາງເສດຖະກິດ ແລະ ການພັດທະນາວິສາຫະກິດຈຸລະພາກ ແມ່ນຫົວຂໍ້ຫຼັກໃນງານ Lao Digital Forum ຄັ້ງທີສອງ ເຊິ່ງຈັດຂຶ້ນໂດຍ ສະຖານທູດສະຫະລັດ ໃນວັນທີ 29 ເດືອນມິຖຸນາ. ງານຄັ້ງນີ້ ຈັດຂຶ້ນໂດຍສະຖານທູດສະຫະລັດ ແລະ ທະນາຄານ ແຫ່ງ ສປປ ລາວ ເຊິ່ງໄດ້ຮັບການສະໜັບສະໜູນທຶນຈາກ ບັນດາບໍລິສັດອາເມລິກາ ເຊັ່ນ: Microsoft ແລະ Visa. ງານຄັ້ງນີ້ມີຜູ້ເຂົ້າຮ່ວມ 150 ທ່ານ ເຊິ່ງໃນນັ້ນລວມທັງເຈົ້າໜ້າທີ່ຈາກພາກລັດ 50 ທ່ານ ເຂົ້າຮ່ວມຮັບຟັງບັນດາຊ່ຽວຊານທີ່ມາຈາກປະເທດມຽນມ້າ, ກໍາປູເຈ້ຍ, ໄທ ແລະ ສະຫະລັດອາເມລິກາ ສົນທະນາໃຫ້ຄວາມຮູ້ກ່ຽວກັບບັນດາຫົວຂໍ້ທີ່ກໍາລັງເປັນກະແສຢູ່ໃນໂລກເຕັກໂນໂລຊີ ເຊັ່ນ: ເຕັກໂນໂລຊີການເງິນ (fintechs), ການຊໍາລະອິເລັກໂຕຼນິກ , ບລ໋ອກເຊັນ (blockchain) ແລະ ການມີສ່ວນຮ່ວມທາງດ້ານການເງິນ.
ຄໍາສັບເຕັກນິກ fintech (ເຕັກໂນໂລຊີທາງດ້ານການເງິນ) ອະທິບາຍກ່ຽວກັບ ທຸລະກິດໃດໜຶ່ງ ທີ່ຕ້ອງການສະໜອງການບໍລິການທາງດ້ານການເງິນ ໂດຍການນໍາໃຊ້ຊອບແວ ແລະ ເຕັກໂນໂລຊີທັນສະໄໝ. Blockchain ແມ່ນປຶ້ມບັນຊີອອນລາຍສາທາລະນະ ທີ່ບັນທຶກທຸລະກໍາລະຫວ່າງສອງຝ່າຍ ໃນລັກສະນະ ທີ່ມີປະສິດທິພາບ, ກວດສອບໄດ້ ແລະ ຢູ່ຖາວອນ. ຊ່ຽວຊານຫຼາຍທ່ານ ເຊື່ອວ່າ blockchain ສາມາດນໍາໃຊ້ໄດ້ຢ່າງກວ້າງຂວາງເຊັ່ນ: ໃນຂະແໜງກະສິກໍາ, ການຄ້າ, ການບໍລິການທາງດ້ານການເງິນ ລວມທັງ ຂະແໜງສາທາລະນະສຸກ. ເຕັກໂນໂລຊີປະເພດນີ້ ມີທ່າແຮງຫຼາຍສໍາລັບປະເທດ ສປປ ລາວ ແລະ ຈຸດປະສົງຂອງການຈັດງານ Lao Digital Forum ໂດຍສະຖານທູດສະຫະລັດ ຄັ້ງນີ້ ແມ່ນເພື່ອຊອກຫາທ່າແຮງຂອງການນໍາໃຊ້ ທີ່ສາມາດສະໜັບສະໜູນເປົ້າໝາຍການພັດທະນາຂອງລັດຖະບານ ສປປ ລາວ. ງານ Lao Digital Forum ຄັ້ງທໍາອິດ ເຊິ່ງໄດ້ຮັບການສະໜັບສະໜູນໂດຍ USAID ແລະ ຈັດຂຶ້ນໃນເດືອນມັງກອນ, 2018 ແມ່ນສຸມໃສ່ການນໍາໃຊ້ເຕັກໂນໂລຊີທີ່ມີລັກສະນະເປີດກວ້າງ ເພື່ອສົ່ງເສີມການມີສ່ວນຮ່ວມທາງດ້ານການເງິນ.
ໃນບົດກ່າວເປີດງານ, ທ່ານ ທູດ ຣີນາ ບິດເທີ ເນັ້ນໜັກໃສ່ຄວາມສໍາຄັນຂອງສະພາບແວດລ້ອມດ້ານນິຕິກໍາທີ່ເໝາະສົມ ທີ່ສາມາດສົ່ງເສີມການແຂ່ງຂັນ, ນະວັດຕະກໍາ ແລະ ເປົ້າໝາຍສູງສຸດແມ່ນເພື່ອສ້າງຄວາມຈະເລີນຮຸ່ງເຮືອງໃຫ້ນັບມື້ເພີ່ມຂຶ້ນ.
ທ່ານ ທູດ ຣີນາ ກ່າວວ່າ: ຄວາມເຂົ້າໃຈກ່ຽວກັບເຕັກໂນໂລຊີເຫຼົ່ານີ້ ແລະ ການສ້າງຄວາມຈະເລີນຮຸ່ງເຮືອງໃຫ້ນັບມື້ເພີ່ມຂຶ້ນ ແມ່ນມີຄວາມສໍາຄັນເປັນພິເສດ ເພາະ ສປປ ລາວ ກໍາລັງກະກຽມສ້າງລະບຽບ ແລະ ກົດໝາຍກ່ຽວກັບ fintech, blockchain, ຄລາວ(cloud) ແລະ ການຊໍາລະທາງອີເລັກໂຕຼນິກ. ພວກເຮົາຫວັງວ່າ ລັດຖະບານ ສປປ ລາວ ຈະພິຈາລະນາກ່ຽວກັບບັນດາລະບຽບການ ທີ່ຊຸກຍູ້ການແຂ່ງຂັນທີ່ຍຸຕິທໍາ, ສົ່ງເສີມນະວັດຕະກໍາ ແລະ ສ້າງເວທີການແຂ່ງຂັນທີ່ເທົ່າທຽມ ສໍາລັບທຸກບໍລິສັດ.”
ທ່ານຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ທ່ານນາງ ວັດທະນາ ດາລາລອຍ ກໍ່ໄດ້ໃຫ້ກຽດກ່າວເປີດງານ. ຄະນະຜູ້ຊ່ຽວຊານ ທີ່ຕ່າງໜ້າບັນດາບໍລິສັດເຊັ່ນ: Microsoft, Visa, ຄະນະລິເລີ່ມທຸລະກິດແມ່ນ້ຳຂອງ (Mekong Business Initiative) ແລະ ກຸ່ມລູກຄ້າກຸງສີ (Krungsri Consumer Group) ໄດ້ສົນທະນາກ່ຽວກັບ ບັນດາຊ່ອງທາງໃນການປັບຕົວເຂົ້າກັບເຕັກໂນໂລຊີ ທີ່ເກີດຂຶ້ນໃໝ່ນີ້ ເພື່ອຊ່ວຍສະໜັບສະໜູນການພັດທະນາບັນດາວິສາຫະກິດຈຸລະພາກ, ຂະໜາດນ້ອຍ ແລະ ຂະໜາດກາງ, ພັດທະນາເຂດຊົນນະບົດ ແລະ ສືບຕໍ່ເຊື່ອມໂຍງເຂົ້າກັບປະຊາຄົມເສດຖະກິດອາຊຽນ ແລະ ເສດຖະກິດໂລກ.
ອາຊຽນ ແມ່ນພາກພື້ນທີ່ເຕີບໂຕໄວທີ່ສຸດໃນໂລກ ດ້ານການນຳໃຊ້ອິນເຕີເນັດ, ໂດຍຫຼັກໆແມ່ນ ການນຳໃຊ້ໂທລະສັບມືຖືທີ່ເພີ່ມຂຶ້ນ. ໃນໄລຍະປີ 2006 ເຖິງ 2015, ຈຳນວນຜູ້ໃຊ້ໂທລະສັບມືຖື ໃນອາຊຽນ ເພີ່ມຂຶ້ນຈາກ 198 ລ້ານຄົນ ເປັນ 784 ລ້ານຄົນ. ການເຕີບໂຕທາງດ້ານເສດຖະກິດຂອງອາຊຽນ ແລະ ຈຳນວນປະຊາກອນໄວໜຸ່ມທີ່ມີຫຼາຍ ໝາຍຄວາມວ່າ ພາກພື້ນນີ້ ມີທ່າແຮງສູງ ທີ່ຈະໄດ້ຮັບຜົນປະໂຫຍດຈາກເສດຖະກິດດິຈິຕໍ.