ນະຄອນຫຼວງວຽງຈັນ, ສປປ ລາວ – ສະຖານທູດສະຫາລັດອະເມລິກາ ໂດຍການຮ່ວມມືກັບກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເປັນເຈົ້າພາບຈັດກອງປະຊຸມ Lao Digital Forum ຄັ້ງທີສາມຂຶ້ນ ໃນວັນທີ 14 ທັນວາ 2018. ກອງປະຊຸມດັ່ງກ່າວແມ່ນສຸ່ມໃສ່ໂອກາດການຄ້າທາງອີເລັກໂຕຣນິກ (e-commerce) ຢູ່ ສປປ ລາວ ແລະ ວິທີການກະຕຸ້ນການຈະເລີນເຕີບຂອງການຄ້າດັ່ງກ່າວ. ໃຫ້ກຽດເປັນປະທານໃນກອງປະຊຸມດັ່ງກ່າວໂດຍ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ແລະ ທ່ານ ເຈັນ ປີເຕີ ລູເກັນເຮີມ (Jens Peter Lütkenherm) ເອກອັກຄະລັດຖະທູດ ເຢຍລະມັນ. ງານໃນຄັ້ງນີ້ມີຜູ້ເຂົ້າຮ່ວມຫຼາຍກວ່າ 150 ທ່ານ ຊຶ່ງໃນນັ້ນລວມທັງຕາງໜ້າຈາກບັນດາກະຊວງ, ບໍລິສັດເອກະຊົນ, ຫົວໜ້າທຸລະກິດທັງພາຍໃນ ແລະ ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ.
ໃນບົດກ່າວເປີດຂອງ ທ່ານນາງ ເຂັມມະນີ ໄດ້ໃຫ້ຮູ້ວ່າ ການຄ້າທາງອີເລັກໂຕຣນິກເປັນສ່ວນໜຶ່ງຂອງແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025 ແລະ ໄດ້ຊີ້ໃຫ້ເຫັນເຖິງເປົ້າໝາຍຂອງລັດຖະບານລາວໃນການສ້າງກອບແຜນວຽກທາງດ້ານກົດໝາຍສຳລັບການຄ້າທາງອີເລັກໂຕຣນິກໃນປີໜ້າ. ທ່ານນາງ ເຂັມມະນີ ກ່າວວ່າ “ພວກເຮົາເນັ້ນໃສ່ສອງບັນຫາ”. “ບັນຫາທີໜຶ່ງຄືພວກເຮົາຕ້ອງການໃຫ້ຜູ້ຜະລິດ ແລະ ຜູ້ໃຫ້ບໍລິການພາຍໃນຂອງພວກເຮົາມີສ່ວນຮ່ວມໃນຕະຫຼາດທີ່ໃຫຍ່ຂຶ້ນ ແລະ ບັນຫາທີສອງຄື ເຮັດໃຫ້ຜູ້ຊົມໃຊ້ພາຍໃນຂອງພວກເຮົາສາມາດເຂົ້າເຖິງຜະລິດຕະພັນ ແລະ ການບໍລິການທີ່ຫຼາກຫຼາຍ.”
ທ່ານ ທູດບິດເຕີ ໄດ້ຊີ້ໃຫ້ເຫັນເຖິງທ່າແຮງທີ່ເຂັ້ມແຂງການຄ້າທາງອີເລັກໂຕຣນິກໃນ ສປປ ລາວ, ທ່ານນາງ ບິດເຕີ ກ່າວວ່າ “ການຄ້າທາງອີເລັກໂຕຣນິກສ້າງວຽກເຮັດງານທຳ ແລະ ເພີ່ມປະສິດທິພາບທາງດ້ານເສດຖະກິດ. ສິ່ງທີ່ສຳຄັນທີ່ສຸດຄືການຄ້າທາງອີເລັກໂຕຣນິກສາມາດຊ່ວຍຫຼຸດຊ່ອງ ໃນການພັດທະນາຊົນນະບົດ-ຕົວເມືອງ ຊຶ່ງການຄ້າທາງອີເລັກ ໂຕຣນິກໄດ້ສົ່ງເສີມການເຕີບທາງດ້ານເສດຖະກິດທົ່ວປະເທດ.”
ທ່ານ ເຈັນ ປີເຕີ ລູເກັນເຮີມ ເອກອັກຄະລັດຖະທູດ ເຢຍລະມັນ ກ່າວວ່າ “ການຄ້າທາງອີເລັກໂຕຣນິກແມ່ນກຳລັງເຕີບໂຕໃນສາກົນ ແລະ ຂົງເຂດອາຊຽນ,” ຊຶ່ງເປັນທີ່ຮັບຮູ້ກັນວ່າ ການຄ້າທາງອີເລັກໂຕຣນິກ “ມີທ່າແຮງໃນການຫຼຸດຕົ້ນທຶນການຄ້າສຳລັບຜູ້ສົ່ງອອກ ຢູ່ ສປປ ລາວ ແລະ ເຮັດໃຫ້ລາຄາສິນຄ້າຫຼຸດລົງສຳລັບຜູ້ຊົມໃຊ້.”
ກອງປະຊຸມໄດ້ມີການຈັດແບບ ເວທີສົນທະນາກ່ຽວກັບບົດບາດການຄ້າທາງອິເລັກໂຕຣນິກໃນການຂັບເຄື່ອນການພັດທະນາທາງດ້ານເສດຖະກິດ ແລະ ນະໂຍບາຍທີ່ຕ້ອງການເພື່ອເຮັດໃຫ້ເສດຖະກິດທາງດ້ານດີຈິຕອລຈະເລີນເຕີບໂຕ. ຜູ້ຮ່ວມອະທິບາຍໄດ້ຊີ້ໃຫ້ເຫັນເຖິງຄວາມສໍາຄັນຂອງການຄ້າທາງອີເລັກໂຕຣນິກຕໍ່ຄວາມຍືນຍົງຂອງການຈະເລີນເຕີບໂຕທາງດ້ານເສດຖະກິດຂອງລາວ ແລະ ໄດ້ສົນທະນາກ່ຽວກັບຄວາມຈຳເປັນໃນປະສານງານກັບລັດຖະບານທີ່ໄດ້ຮັບການປັບປຸງໂດຍສະເພາະວຽກງານກ່ຽວກັບການປົກປ້ອງຜູ້ຊົມໃຊ້, ການເສຍອາກອນ ແລະ ການຄ້າຂ້າມສາຍແດນ.
ກອງປະຊຸມ Lao Digital Forum ແມ່ນໄດ້ຈັດຂຶ້ນເປັນຄັ້ງທີສາມແລ້ວ ແລະ ໄດ້ຮັບການສະໜັບສະໜູນໂດຍສະຖານທູດສະຫະລັດອາເມລິກາ ໃນປີ 2018 ໂດຍການຮ່ວມມືກັບລັດຖະບານລາວ, ກອງປະຊຸມສອງຄັ້ງທີ່ຜ່ານມາແມ່ນໄດ້ເນັ້ນໜັກກ່ຽວກັບເສດຖະກິດດີຈີຕອລ ແລະ ເຕັກໂນໂລຊີການເງິນ (fintech). ການຄ້າທາງອີເລັກໂຕຣນິກແມ່ນເປັນສ່ວນໜຶ່ງຂອງເສດຖະກິດດີຈີຕອລຊຶ່ງເຫັນວ່າມີທ່າແຮງຫຼາຍໃນການສົ່ງເສີມການຈະເລີນເຕີບໂຕທາງດ້ານເສດຖະກິດໃນ ສປປ ລາວ ແລະ ເພີ່ມການເຊື່ອມໂຍງທາງດ້ານເສດຖະກິດກັບເສດຖະກິດອາຊຽນ ແລະ ໂລກ.
ກອງປະຊຸມ Lao Digital Forum ຄັ້ງທີສາມໄດ້ຮັບທຶນສະໜັບສະໜູນຈາກລັດຖະບານສະຫະລັດອາເມລິກາຜ່ານອົງການພັດທະນາສາກົນແຫ່ງສະຫະລັດອາເມລິກາ (USAID) ຜ່ານໂຄງການຮ່ວມມື ລາວ-ສະຫະລັດອາເມລິກາເພື່ອການເຊື່ອມໂຍງສາກົນ ແລະ ອາຊຽນ (LUNA II), ພ້ອມດ້ວຍການສະໜັບສະໜູນຈາກໂຄງການການເຊື່ອມໂຍງເສດຖະກິດອາຊຽນຂອງ ສປປ ລາວ, ເພື່ອການພັດທະນາດ້ານທຸລະກິດ ແລະ ການຄ້າ ຂອງອົງການ Deutsche Gesellschaft für Internationale Zusammenarbeit (GIZ) GmbH (RELATED). ສະຫະລັດອາເມລິກາໃຫ້ການຊ່ວຍເຫຼືອລາວ ແລະ ບັນປະເທດອາຊຽນອື່ນໃນການເຊື່ອມໂຍງເຂົ້າກັບເສດຖະກິດໂລກໂດຍການສະໜັບສະໜູນ ແລະ ຈັດຕັ້ງປະຕິບັດນະໂຍບາຍ ແລະ ລະບຽບການທ້າງດ້ານເສດຖະກິດທີ່ດີ, ທັນສະໄໝ, ໂປ່ງໃສ ແລະ ກວມລວມ.