ຂະນະທີທ່ານປະທານາທິບໍດີ ບາຣັກ ໂອບາມາ ເດີນທາງມາຢ້ຽມຢາມ ສປປ ລາວ ຄັ້ງປະຫວັດສາດ. ສະຫະລັດອາເມລິກາໄດ້ຕົກລົງ ມອບທຶນຊ່ວຍເຫຼືອຈຳນວຫຼາຍ ເຂົ້າໃນການເຮັດບົດວິພາກໂຮງໄຟຟ້າພະລັງງານແສງອາທິດ ຂະໜາດ 20 ເມກາວັດ ຢູ່ ສປປ ລາວ ເຊິ່ງສາມາດສະໜອງໄຟຟ້າ ໃຫ້ເຖິງ 30,000 ຄົວເຮືອນ. ໃນວັນທີ 5 ເດືອນກັນຍາ ທ່ານເອກອັກຄະລັດທະທູດແດນຽວ ເອ ຄລູນ ໄດ້ລົງລາຍເຊັນໃນນາມສະຖານທູດສະຫະລັດອາເມລິກາ ຮ່ວມກັບທ່ານ Mark Dunn, ຜູ້ຈັດການພາກພື້ນອາຊີຂອງຫ້ອງການ USTDA ແລະ ນັກທຸລະກິດສະຫະລັດ ທ່ານ Robert Khoonsrivong.
ຖ້າສໍາເລັດ, ໂຄງການນີ້ ຈະເປັນໂຄງການພະລັງງານທາງເລືອກທີ່ບໍ່ແມ່ນເຂື່ອນ ມີຂະໜາດໃຫຍ່ແຫ່ງທໍາອິດຂອງ ສປປ ລາວ ເຊິ່ງຈະສາມາດສະໜັບສະໜູນເປົ້າໝາຍການສ້າງຄວາມຫຼາກຫຼາຍໃນຂະແໜງພະລັງງານຂອງຕົນ. ທຶນຊ່ວຍເຫຼືອຂອງຫ້ອງການ USTDA ຈະຊ່ວຍບໍລິສັດ Pacific Star Capital ຈໍາກັດ ເຊິ່ງເປັນບໍລິສັດສ່ວນບຸກຄົນ ປະເມີນຄວາມເປັນໄປໄດ້ທາງດ້ານເຕັກນິກ ແລະ ດ້ານການຄ້າ ຂອງໂຄງການ ແລະ ເຮັດບົດວິເຄາະລາຍລະອຽດເຕັກນິກທີ່ຈໍາເປັນ ເພື່ອຮັບປະກັນການສະໜອງທຶນ ໃຫ້ແກ່ການກໍສ້າງ ແລະ ດໍາເນີນງານ.
ບໍລິສັດ Renewable Assets LLC ຕັ້ງຢູ່ Alexandria, Virginia, ຈະເປັນຜູ້ເຮັດບົດວິພາກ. ການຈັດຕັ້ງປະຕິບັດໂຄງການ ສາມາດເພີ່ມປະລິມານການສະໜອງໄຟຟ້າ ຢູ່ ສປປ ລາວ ແລະ ຈະຊ່ວຍເສີມແທນພະລັງງານ ຈາກເຂື່ອນພະລັງນໍ້າ ໃນລະດູແລ້ງ. ໂຄງການນີ້ຈະສະໜັບສະໜູນໃຫ້ທັງ ແຜນຍຸດທະສາດຂະແໜງການໄຟຟ້າຂອງ ສປປ ລາວ ແລະ ສົ່ງເສີມການພັດທະນາພະລັງງານສະອາດໃນ ຂົງເຂດອາຊີຕາເວັນອອກສຽງໃຕ້.
ສັນຍານີ້ ແມ່ນທຶນຊ່ວຍເຫຼືອທໍາອິດຂອງ ຫ້ອງການ USTDA ຢູ່ ສປປ ລາວ ແລະ ແມ່ນສັນຍາລັກສາຍພົວພັນການຮ່ວມມືທີ່ເພີ່ມຂຶ້ນ. ການຢ້ຽມຢາມທາງລັດຖະການເປັນເວລາສາມວັນຂອງ ທ່ານປະທານາທິບໍດີ ໂອບາມາ ສະແດງໃຫ້ເຫັນເຖິງ ສາຍພົວພັນເສດຖະກິດທີ່ຂະຫຍາຍໂຕ ລວມທັງຂົງເຂດການຮ່ວມມືອື່ນໆ ລະຫວ່າງສະຫະລັດ ແລະ ລາວ.