ນະຄອນຫຼວງວຽງຈັນ, ສປປ ລາວ: ໃນວັນທີ 1 ພະຈິກ 2018, ລັດຖະບານສະຫະລັດອາເມລິກາ ໄດ້ມອບເຕັກໂນໂລຊີ ແລະ ອຸປະກອນດ້ານຂໍ້ມູນຂ່າວສານ ໃຫ້ແກ່ບັນດາເຈົ້າໜ້າທີ່ອະວຸໂສ ຢູ່ທີ່ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ຂອງ ສປປ ລາວ.
ສະຖານທູດສະຫະລັດອາເມລິກາ ໄດ້ມອບອຸປະກອນດັ່ງກ່າວໃຫ້ກັບ ທ່ານ ນາງ ແພງສີ ແພງເມືອງ ຫົວໜ້າ ສຕຟງ ຢູ່ນະຄອນຫຼວງວຽງຈັນ. ເຂົ້າຮ່ວມພິທີດັ່ງກ່າວຍັງມີ ທ່ານ ນາງ Ekaterina Koposhilko ຈາກອົງການ ສະຫະປະຊາຊາດ ເພື່ອບໍລິຫານໂຄງການ (UNOPS).
ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ກ່າວໃນພິທີວ່າ: ສປປ ລາວ ໄດ້ສ້າງຄວາມກ້າວໜ້າຫຼາຍໃນວຽກງານຕ້ານການຟອກເງິນຍ້ອນໄດ້ຮັບການສະໜັບສະໜູນທີ່ເຂັ້ມແຂງຈາກລັດຖະບານ ແລະ ທີມງານ ສຕຟງ ທີ່ມີຄວາມສາມາດ. ພວກເຮົາມີຄວາມຍິນດີທີ່ໄດ້ໃຫ້ການສະໜັບສະໜູນວຽກງານຂອງ ສຕຟງ ເຊິ່ງຈະສ້າງຄວາມຍຸ້ງຍາກຫຼາຍຂຶ້ນໃຫ້ພວກອາຊະຍາກອນທີ່ຈະເຂົ້າມາສວຍໃຊ້ຂະແໜງການເງິນຂອງ ສປປ ລາວ ເພື່ອຟອກເງິນທີ່ໄດ້ຈາກການກະກໍາຜິດກົດໝາຍ ໃນເວລາດຽວກັນຍັງຊ່ວຍສ້າງຄວາມທັນສະໄໝໃຫ້ລະບົບທະນາຄານຂອງ ສປປ ລາວ.
ອຸປະກອນຊ່ວຍເຫຼືອດັ່ງກ່າວປະກອບມີ ຄອມພິວເຕີ, ຄອມພິວເຕີພົກພາ ແລະ ເຄື່ອງພິ້ນເຕີ ແນໃສ່ຍົກລະດັບຄວາມສາມາດດ້ານໄອທີຂອງ ສຕຟງ ແລະ ຊ່ວຍໃຫ້ພວກເຂົາສາມາດນໍາໃຊ້ເຂົ້າໃນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ອຸປະກອນເຫຼົ່ານີ້ ແມ່ນສ່ວນໜຶ່ງການສືບຕໍ່ສະໜັບສະໜູນ ແລະ ຮ່ວມມືຂອງສະຖານທູດສະຫະລັດອາເມລິກາ ກັບ ລັດຖະບານ ໃນວຽກງານຕ້ານການຟອກເງິນ ແລະ ການກະທໍາຜິດກົດໝາຍອື່ນໆ ຢູ່ ສປປ ລາວ.
ໂຄງການດັ່ງກ່າວກໍາລັງຈັດຕັ້ງປະຕິບັດໂດຍ UNOPS ເຊິ່ງສະໜັບສະໜູນພະນັກງານວິຊາການຂອງ ສຕຟງ ໃຫ້ໄປຝຶກອົບຮົມຢູ່ຕ່າງປະເທດ, ສະໜັບສະໜູນດ້ານກົດໝາຍໃຫ້ການຮ່າງບັນດາດໍາລັດ ແລະ ກົດລະບຽບ ແລະ ການໃຫ້ຄໍາປຶກສາດ້ານໄອທີ ໂດຍຜູ້ຊໍານານດ້ານລະບົບໄອທີສໍາລັບໜ່ວຍງານຂໍ້ມູນຕ້ານການຟອກເງິນ.
ອີງຕາມ ເອກອັກຄະລັດຖະທູດ ທ່ານນາງ ບິດເຕີ, ສະຫະລັດອາເມລິກາ ມີຄວາມຍິນດີທີ່ໄດ້ຮ່ວມມືກັບ ລັດຖະບານ ສປປ ລາວ ແລະ ຄູ່ຮ່ວມງານອື່ນໆ ເຊັ່ນ: ລາຊະອານາຈັກອັງກິດ ແລະ ອົງການສະຫະປະຊາຊາດ ເພື່ອຄວບຄຸມຢາເສບຕິດ ແລະ ຕ້ານອາຊະຍາກໍາ ເພື່ອຊ່ວຍ ສປປ ລາວ ຍົກລະດັບຄວາມພະຍາຍາມຂອງຕົນໃນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ການກໍ່ການຮ້າຍພາຍໃນປະເທດ.
ເອກອັກຄະລັດຖະທູດ ທ່ານນາງ ບິດເຕີ ກ່າວວ່າ: ວຽກຂອງ ສຕຟງ ຈະຊ່ວຍສະໜັບສະໜູນເປົ້າໝາຍຮ່ວມກັນຂອງ ສະຫະລັດອາເມລິກາ ແລະ ສປປ ລາວ ໃນວຽກງານຕ້ານອາຊະຍາກໍາ ແລະ ຊ່ວຍ ສປປ ລາວ ເຊື່ອມໂຍງເຂົ້າປະຊາຄົມເສດກະກິດອາຊຽນ ແລະ ເສດຖະກິດໂລກ.