Flag

An official website of the United States government

ສະຫະລັດອາເມລິກາ ມອບເຄື່ອງຊ່ວຍເຫຼືອ ອຸປະກອນການແພດ ສຳລັບການກວດພະຍາດໂຄ ວິດ-19 ໃຫ້ແກ່ກະຊວງສາທາລະນະສຸກ
4 ບົດອ່ານໜຶ່ງນາທີ
ເດືອນມີນາ 28, 2021

ນະຄອນຫລວງວຽງຈັນສປປ ລາວ — ໃນວັນທີ 22 ມີຖຸນາ 2021 ທີ່ຜ່ານມານີ້ ທ່ານເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ ທ່ານ ດຣ.ປີເຕີ ເຮມ໋ອນ ແລະ ບັນດາເຈົ້າໜ້າທີ່ຈາກກະຊວງປ້ອງກັນປະເທດຂອງສະຫະລັດອາເມລິກາ ໄດ້ມອບເຄື່ອງຊ່ວຍເຫຼືອ ອຸປະກອນການແພດ ສຳລັບການກວດພະຍາດໂຄ ວິດ-19  ໃຫ້ແກ່ທ່ານ ດຣສະໜອງ ທອງສະນະຮອງລັດຖະມົນຕີກະຊວງສາທາລະນະສຸກຂອງ ສປປລາວ ເຊິ່ງການມອບໃນຄັ້ງນີ້ແມ່ນຖືເປັນສ່ວນໜຶ່ງໃນການປະກອບສ່ວນຂອງ ສະຫະລັດອາເມລິກາເຂົ້າໃນການຊ່ວຍເຫຼືອວຽກງານຕ້ານພະຍາດໂຄວິດ-19 ຂອງ ສປປ ລາວ.

ລັດຖະບານສະຫະລັດອາເມລິກາ ໄດ້ນຳເອົາເຄື່ອງຊ່ວຍເຫຼືອມູນຄ່າ 71,000 ໂດລ້າສະຫະລັດດັ່ງກ່າວໂດຍຍົນຂົນສົ່ງແອຟອດ C-17 “ Globemaster III ” ມາຮອດສະໜາມບິນສາກົນວັດໄຕເຄື່ອງຊ່ວຍເຫຼືອອຸປະກອນການແພດດັ່ງກ່າວນີ້ ແມ່ນເປັນການປະກອບສ່ວນຊຸກຍູ້ເຂົ້າໃນວຽກງານການຕິດຕາມ ແລະ ຄວມຄຸມການລະບາດຂອງພະຍາດໂຄວິດ-19 ຂອງກະຊວງສາທາລະນະສຸກ.

ທ່ານທູດ ປີເຕີ ເຮມ໋ອນໄດ້ກ່າວວ່າຂ້າພະເຈົ້າມີຄວາມພູມໃຈທີ່ໄດ້ມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ທັງນີ້ກໍ່ ເພື່ອເປັນການອຳນວຍຄວາມສະດວກໃນການກວດພະຍາດໂຄວິດ-19 ຢູ່ໃນ ສປປລາວເຄື່ອງທີ່ມອບໃນມື້ນີ້ແມ່ນເປັນອີກໜື່ງໃນການຊ່ວຍເຫຼືອອັນຍາວນານຂອງສະຫະລັດອາເມລິກາ ໃນການເປັນຄູ່ຮ່ວມງານແບບກວມລວມກັບ ສປປລາວ ເຊີ່ງມີການສະເຫຼີມສະຫຼອງຄົບຣອບ 5 ປີໃນປີນີ້.  ພວກເຮົາກຳລັງເຮັດວຽກຮ່ວມກັນ ເພື່ອເສີມສ້າງຄວາມອາດສາມາດໃນວຽກງານສາທາລະນະສຸກ ເຊີ່ງລວມທັງການການຕ້ານການລະບາດຂອງພະຍາດໂຄວິດ-19 ໃນປະຈຸບັນ  ນີ້ແມ່ນເປັນອີກໜື່ງໃນການຊ່ວຍເຫຼືອຂອງລັດຖະບານສະຫະລັດອາເມລິກາ ໂດຍຜ່ານກະຊວງປ້ອງກັນປະເທດສະຫະລັດອາເມລິກາ ໂດຍສະເພາະກໍແມ່ນຜ່ານ ສູນບັນຊາການກອງທັບສະຫະລັດປະຈຳພາພື້ນອິນໂດປາຊີຟິກ.

ກະຊວງປ້ອງກັນປະເທດ ສະຫະລັດອາເມລິກາ ແລະ ກະຊວງປ້ອງກັນປະເທດຂອງລາວ ແມ່ນມີເປົ້າໝາຍອັນດຽວກັນໃນວຽກງານປ້ອງກັນສາທາລະນະສຸກ ຄຽງຄູ່ໄປກັບການເພີ່ມທະວີການເປັນຄູ່ມືຮ່ວມງານໃນວຽກງານການແພດຂອງກອງທັບ.  ໃນໄລຍະຫຼາຍປີທີ່ຜ່ານມາກະຊວງປ້ອງກັນປະເທດຂອງສະຫະລັດອາເມລິກາ ໄດ້ເຮັດວຽກຮ່ວມກັບກະຊວງສາທາລະນະສຸກ ແລະ ກົມເສນາຮັກ ກະຊວງປ້ອງກັນປະເທດ ຂອ ງສປປລາວ  ເພື່ອສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນລາວ ໂດຍການໃຫ້ຄວາມຊ່ວຍເຫຼືອ ເປັນມູນຄ່າຫຼາຍກວ່າ 2,5 ລ້ານໂດລ້າສະຫະລັດ ເຂົ້າໃນຂົງເຂດວຽກງານສ້າງຕືກອາຄານໂຮງໝໍ , ລົດແພດສຸກເສີນພາກສະໜາມອຸປະກອນການແພດໃນຫ້ອງວິເຄາະອຸປະກອນທີ່ໃຊ້ໃນການກວດພະຍາດໂຄວິດ-19 ແລະ ຊຸດອຸປະກອນການແພດ.  ການຊ່ວຍເຫຼືອໃນຄັ້ງນີ້ເປັນພຽງສ່ວນໜື່ງຂອງມູນຄ່າການຊ່ວຍເຫຼືອຫຼາຍກວ່າ 8 ລ້ານໂດລາສະຫະລັດ ຂອງລັດຖະບານສະຫະລັດອາເມລິກາ ໃຫ້ແກ່ລັດຖະບານ ສປປ ລາວ ນັບຕັ້ງແຕ່ມີການເລີ້ມຕົ້ນການແຜ່ລະບາດຂອງພະຍາດ