ນະຄອນຫຼວງວຽງຈັນ, ສປປ ລາວ – ບັນດາເຈົ້າຫນ້າທີ່ຈາກຂະແໜງສາທາລະນະສຸກຮຸ້ນທີ່ 9 ໄດ້ສຳເລັດຊຸດອົບຮົມລະບາດວິທະຍາພາກສະໜາມຊຶ່ງສະໜັບສະໜູນໂດຍ ລັດຖະບານສະຫະລັດອາເມລິກາ. ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ເປັນກຽດມອບໃບຢັ້ງຢືນ ໃນພິທີມອບໃບຢັ້ງຢືນຈົບຫລັກສູດ ທີ່ຈັດຂື້ນໃນ ວັນທີ 30 ເມສາ 2018, ໂດຍການເຂົ້າຮ່ວມໂດຍ ທ່ານ ອຸປະທູດ ໄມໂຄ ຄລາຍ, ທ່ານ ດຣ. ຊິນ ຍົງຊູ ຫົວຫນ້າອົງການອານາໄມໂລກ ປະຈຳພາກພື້ນອາຊີປາຊິຟິກ ແລະ ຜູ້ຕາງຫນ້າ ອົງການອະນາໄມໂລກປະຈຳ ສປປ ລາວ, Dr Juliet Fleischl.
ທ່ານອຸປະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ໄມໂຄ ຄລາຍ ໄດ້ກ່າວວ່າ: ບັນດາຜູ້ຈົບຊຸດອົບຮົມລະບາດວິທະຍາພາກສະໜາມແມ່ນເປັນທີ່ຍອມຮັບຈາກເຈົ້າຫນ້າທີ່ອາວຸໂສຂອງຂະແໜງສາທາ ລວມທັງລະດັບຊາດ ແລະ ລະດັບແຂວງໃນດ້ານຄວາມສາມາດທາງດ້ານເຕັກນິກໃນການຕັດສິນໃຈຕາມກັບເຫດການທີ່ເກີດຂື້ນ.
ລະບາດວິທະຍາພາກສະຫນາມ ຫຼື (FET) ໄດ້ຮັບການສ້າງຕັ້ງຂື້ນໃນປີ 2009 ແລະ ໄດ້ໃຫ້ຝຶກອົບຮົມໃຫ້ແກ່ເຈົ້າຫນ້າທີສາທາລະນະສຸກຫຼາຍກ່າວ 70 ທ່ານ. ບັນດາຜູ້ເຂົ້າຮ່ວມໄດ້ກັບຄືນແຂວງຂອງເຂົາເຈົ້າ ແລະ ໄດ້ນຳໃຊ້ ເຕັກນິກຫຼ້າສຸດໃນການກວດພົບ, ການກວດສອບ ແລະ ໂຕ້ຕອບໄພຂົ່ມຂູ່ຕໍ່ສຸຂະພາບທີ່ເກີດໃຫມ່ທົ່ວ 18ແຂວງ ໃນ ສປປ ລາວ. ໂຄງການດັ່ງກ່າວນີ້ແມ່ນການສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າຫນ້າທີ່ໃນທຸກລະດັບໃນການໃຊ້ເຕັກນິກຕໍ່ກັບເຫດການທີ່ເກີດຂື້ນເພື່ອຕອບໂຕ້ຕໍ່ການລະບາດໃນຊຸມປີທີ່ຜ່ານມາ. ບັນດາຂັ້ນຕອນເຫຼົ່ານີ້ ຍັງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸດອົບຮົມລະບາດວິທະຍາພາກສະໜາມຮຸ້ນໃຫມ່ໃຫ້ຈົບການຝຶກອົບຮົມ ແລະ ກັບຄືນໄປເຮັດວຽກຂອງຕົນທີ່ຖືກມອບໝາຍ.
ປັດໃຈອັນສຳຄັນອີກຢ່າງໜຶ່ງທີ່ເຮັດໃຫ້ໂຄງການດັງກ່າວມີປະສິດຜົນກໍ່ຄືການເຂົ້າຮ່ວມຂອງບັນດາຊ່ຽວຊານຈາກຂະແໜງສາທາທີ່ມາຈາກຫຼາຍກະຊວງຊຶ່ງໄດ້ສະແດງໃຫ້ເຫັນເຖິງວິທີການເຊື່ອມຕໍ່ເຂົ້າໃນການຄົ້ນພົບ ແລະ ການກວດສອບ ຕໍ່ກັບໄພຂົ່ມຂູ່ທາງດ້ານສຸຂະພາບ ບໍ່ວ່າຈະເປັນໄພຂົ່ມຂູ່ຈະເກີດຂື້ນໃຫມ່ຕາມຫ້ອງກວດຕ່າງໆ, ຕາມເຂດຂ້າມສາຍແດນ, ສະຖານຕຳຫຼວດ ຫຼື ຕະຫຼາດເຊິ່ງເປັນບ່ອນທີບັນດາສັດຕ່າງໄດ້ສະແດງສັນຍານຂອງໄພຂົ່ມຂູ່ທີຈະເກີດຂື້ນໃຫມ່.
ທ່ານອຸປະທູດ ໄມໂຄ ຄລາຍ ໄດ້ກ່າວວ່າ: ນີ້ແມ່ນຮຸ່ນທີ່ 9 ທີ່ສຳເລັດການສຶກສາຊຶ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານ ສະຫະລັດອາເມລິກາ. ໂຄງການດັ່ງກ່າວແມ່ນໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມໝາຍໝັ້ນຕໍ່ການຮ່ວມມືແບບກວມລວມ ລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ລວມເຖິງການສະໜັບສະໜູນສ້າງສາຍພົວພັນອັນເຂັ້ມແຂງຂື້ນກວ່າເກົ່າຂອງສອງຊາດຂອງພວກເຮົາ ແລະ ເພື່ອເຮັດໃຫ້ ສປປ ລາວ ປະສົບຜົນສຳເລັດໃນເປົ້າໝາຍການພັດຖະນາແບບຢືນຍົງ.