ສະຫະລັດອາເມລິກາເພີ່ມທຶນຊ່ວຍເຫຼືອໃຫ້ແກ່ຂົງເຂດວຽກງານການເກັບກູ້ລະເບີດບໍ່ທັນແຕກ ຈຳນວນ 13 ລ້ານໂດລາສະຫະລັດ

ສະຫະລັດອາເມລິກາເພີ່ມຄວາມໜັກແໜ້ນໃຫ້ແກ່ພັນທະຄວາມຕັ້ງໃຈຕໍ່ກັບຂົງເຂດວຽກງານການເກັບກູ້ລະເບີດບໍ່ທັນແຕກຢູ່ໃນລາວ ໂດຍການເພີ່ມທຶນຊ່ວຍເຫຼືອຂຶ້ນເປັນ 13 ລ້ານໂດລາສະຫະລັດ ໃນປີນີ້. ທ່ານ Daniel A. Clune ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ ແລະ ທ່ານ ພູຂຽວ ຈັນທະສົມບູນ, ຫົວໜ້າຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ເຮັດການປະກາດການເພີ່ມທຶນຊ່ວຍເຫຼືອ ໃນວັນທີ 8 ພຶດສະພາ ທີ່ຫ້ອງການ ຄຊກລ.

ທ່ານ ທູດ Clune ແລະ ທ່ານ ພູຂຽວ ໄດ້ເຂົ້າຮ່ວມພິທີເຊັນສັນຍາ MOU ສະບັບໃໝ່ ລະຫວ່າງ ຫ້ອງການ ຄຊກລ ແລະ ອົງການເກັບກູ້ລະເບີດແມັກປະຈຳລາວ (MAG), ທີ່ຈະຈັດຕັ້ງປະຕິບັດທຶນຊ່ວຍເຫຼືອຂອງສະຫະລັດອາເມລິກາຈຳນວນຫຼາຍກວ່າ 2 ລ້ານໂດລາສະຫະລັດ ໃນການເກັບກູ້ລະເບີດບໍ່ທັນແຕກທີ່ຍັງຕົກຄ້າງອອກຈາກແຂວງຊຽງຂວາງ.

ຍ້ອນມີການຊ່ວຍເຫຼືອມາຈາກຫຼາຍໆປະເທດ ແລະ ຄວາມເອົາໃຈໃສ່ເຮັດວຽກງານຂອງບັນດາອົງການຈັດຕັ້ງຕ່າງໆ, ຈຶ່ງເຮັດໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກອຸປະຕິເຫດລະເບີດບໍ່ທັນແຕກ ໄດ້ຫຼຸດລົງຈາກປະມານ 300 ຄົນ/ປີ ໃນຊຸມປີຜ່ານມາ ຫຼຸດລົງໜ້ອຍກວ່າ 50 ຄົນ/ປີ ໃນສອງປີຜ່ານມາ. ເຖິງແນວໃດກໍ່ຕາມ ທ່ານທູດ Clune ໄດ້ຊີ້ໃຫ້ເຫັນວ່າ “ພວກເຮົາຍັງມີພາລະທີ່ຈະຕ້ອງເຮັດວຽກ ໃນເມື່ອຍັງມີຜູ້ເຄາະຮ້າຍຫຼາຍຢູ່”

ສະຫະລັດອາເມລິກາໄດ້ເລີ່ມໃຫ້ການຮ່ວມມືກັບລາວໃນປີ 1993 ໂດຍການໃຫ້ທຶນຊ່ວຍເຫຼືອແກ່ບັນດາຜູ້ເຄາະຮ້າຍ.

ໃນປີ 1996, ລັດຖະບານອາເມລິກາ ໄດ້ຂະຫຍາຍແຜນງານການຊ່ວຍເຫຼືອໃຫ້ກວ້າງອອກ ເພື່ອກວມເອົາວຽກງານການເກັບກູ້ລະເບີດ ແລະ ໃຫ້ການສຶກສາຕໍ່ກັບຄວາມສ່ຽງ. ນັບຕັ້ງແຕ່ປີ 1993, ສະຫະລັດອາເມລິກາ ໄດ້ໃຫ້ການຊ່ວຍເຫຼືອທີ່ຕິດພັນກັບວຽກງານການເກັບກູ້ລະເບີດເປັນມູນຄ່າຫຼາຍກວ່າ 83 ລ້ານໂດລາສະຫະລັດ ໃຫ້ແກ່ລາວ. ກ່ອນໜ້າການເພີ່ມທຶນຊ່ວຍເຫຼືອໃນປີນີ້, ສະຫະລັດອາເມລິກາໄດ້ໃຫ້ທຶນຊ່ວຍເຫຼືອປະມານ 9 ລ້ານໂດລາສະຫະລັດຕໍ່ປີໃນປີ 2012 ແລະ 2013, ແລະ ຈຳນວນ 12 ລ້ານໂດລາສະຫະລັດ ໃນປີ 2014.

ຄືດັ່ງຊຸມປີຜ່ານມາ, ທຶນໃຫ້ການຊ່ວຍເຫຼືອຂອງສະຫະລັດອາເມລິກາ ຈະສະໜັບສະໜູນວຽກງານການຮ່ວມມືກັບ ຫ້ອງການ ຄຊກລ, ອົງການ UXO-Lao, ການປະຕິບັດງານເກັບກູ້ລະເບີດບໍ່ທັນແຕກເພື່ອມະນຸດສະທຳອື່ນໆ, ອົງການຈັດຕັ້ງສາກົນ ກໍຄືບັນດາອົງການຈັດຕັ້ງທ້ອງຖິ່ນ. ນອກຈາກນັ້ນ ທຶນຊ່ວຍເຫຼືອຍັງຈະຊ່ວຍສະໜັບສະໜູນວຽກງານການສຳຫຼວດຫຼັກຖານຕົວຈິງ. ເງິນທຶນຊ່ວຍເຫຼືອຂອງສະຫະລັດອາເມລິກາສຳລັບການເກັບກູ້ລະເບີດບໍ່ທັນແຕກ ຈະສຸມໃສ່ບັນດາແຂວງທີ່ໄດ້ຮັບຜົນກະທົບຮ້າຍແຮງຈາກລະເບີດລູກວ່ານ.

ການຊ່ວຍເຫຼືອຜູ້ເຄາະຮ້າຍ ຈະແມ່ນການໃຫ້ການບໍລິການໂດຍກົງຕໍ່ກັບຜູ້ລອດຊີວິດຈາກອຸປະຕິເຫດລະເບີດບໍ່ທັນແຕກ ແລະ ຄອບຄົວຂອງພວກເຂົາເຈົ້າ ແລະ ທັງເປັນການສະໜັບສະໜູນການພັດທະນາຂີດຄວາມສາມາດຂອງສະຖາບັນແຫ່ງຊາດ ເພື່ອໃຫ້ການຊ່ວຍເຫຼືອແກ່ຜູ້ເຄາະຮ້າຍ. ພ້ອມກັນນັ້ນ ທຶນຊ່ວຍເຫຼືອຍັງຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ການປະຖົມພະຍາບານເບື້ອງຕົ້ນ ກໍຄືການຊ່ວຍເຫຼືອສຸກເສີນ ທີ່ເປັນການອຳນວຍຄວາມສະດວກທາງສາທາ ແລະ ອາສາສະໝັກບ້ານທີ່ມີຄວາມໝາຍສຳຄັນ ຢູ່ບັນດາແຂວງທີ່ໄດ້ຮັບຜົນກະທົບຮ້າຍແຮງ. ທຶນຊ່ວຍເຫຼືອໃນການສ້າງຈິດສຳນຶກກ່ຽວກັບຄວາມສ່ຽງໄດ້ ສະໜັບສະໜູນການສຶກສາໃຫ້ແກ່ປະຊາຊົນລາວ ເປັນຕົ້ນແມ່ນເດັກນ້ອຍ ຕໍ່ກັບໄພອັນຕະລາຍຂອງລະເບີດບໍ່ທັນແຕກ.