ໃນວັນທີ່ 3ມີນາ ທີ່ຜ່ານມາ, ອະດີດນັກສຶກສາລາວຈຳນວນຫຼາຍກ່ວາຮ້ອຍຄົນທີ່ເຄີຍໄດ້ເຂົ້າຮ່ວມໂຄງການທຶນແລກປ່ຽນທີ່ປະເທດສະຫະລັດອາເມລິກາໄດ້ພົບປະກັນເພື່ອແລກປ່ຽນປະສົບການ ແລະ ສ້າງສາຍພົວພັນກັບບັນດາອະດີດຜູ້ເຂົ້າຮ່ວມໂຄງການຄົນອື່ນໆ.
ອະດີດນັກສຶກສາຜູ້ເຂົ້າຮ່ວມໂຄງການແມ່ນນັບຕັ້ງແຕ່ນັກສຶກສາຈາກມັດທະຍົມປາຍໄປຈົນເຖິງພະນັກງານຜູ້ຊ່ຽວຊານ ແລະ ລວມເຖິງກາານນຳພັກລັດທີ່ເຄີຍເຂົ້າຮ່ວມໂຄງການຕ່າງໆທີ່ສະຫະລັດອາເມລິກາ.
ທ່ານ ເອກອັກຄະລັກສະທູດ ຣີນາ ບິດເຕີ ໄດ້ກ່າວຊົມເຊີຍບັນດາອະດີດນັກສຶກສາໃນການປະກອບສ່ວນເຂົ້າໃນວຽກງານພັດທະນາຊຸມຊົນຂອງພວກເຂົາວ່າ: ຂ້າພະເຈົ້າມີຄວາມຮູ້ສຶກປະທັບໃຈຕະຫຼອດມາກັບຜົນງານຂອງບັນດາອະດີດນັກສຶກສາລາວຜູ້ເຂົ້າຮ່ວມໂຄງການແລກປ່ຽນທີ່ປະເທດສະຫະລັດ. ພວກເຂົາມີຄວາມຫ້າວຫັນນັບຕັ້ງແຕ່ການສອນພາສາອັງກິດ, ການຈັດງານສຳມະນາກ່ຽວກັບຜູ້ປະກອບການ, ຈົນໄປເຖິງວຽກງານເກັບກູ້ລະເບີດບໍ່ທັນແຕກ.“
ໜຶ່ງໃນຜູ້ເຂົ້າຮ່ວມໂຄງການ ນາງ ຈິນດາວອນ ແສນລາດ ໄດ້ກ່າວເຖິງປະສົບການຂອງລາວໃນການເຂົ້າຮ່ວມໂຄງການແລກປ່ຽນ (Young Southeast Asian Leaders Initiative (YSEALI) ນີ້ວ່າ: ການທີ່ໄດ້ເປັນສ່ວນໜຶ່ງຂອງໂຄງການ YSEALI ໄດ້ເປີດກ້ວາງວິໄສທັດຂອງຂ້າພະເຈົ້າ ແລະ ຍັງເຮັດໃຫ້ຂ້າພະເຈົ້າແນມເຫັນສິ່ງທ້າທາຍທີ່ຊຸມຊົນຂອງຂ້າພະເຈົ້າກຳລັງປະເຊີນໜ້າຢູ່, ແລະ ມັນເຮັດໃຫ້ຂ້າພະເຈົ້າໄດ້ກາຍເປັນສ່ວນໜຶ່ງໃນການແກ້ໄຂບັນຫາດັ່ງກ່າວນີ້.
ອະດີດນັກສຶກສາລາວຜູ້ເຂົ້າຮ່ວມໂຄງການແລກປ່ຽນຊຶ່ງມີຈຳນວນຫຼາຍກ່ວາ 500ຄົນ ໄດ້ກັບມາຈາກປະເທດສະຫະລັດອາເມລິກາຫຼັງຈາກການເຂົ້າຮ່ວມໂຄງການຕ່າງໆຊຶ່ງສະໜັບສະໜູນໂດຍລັດຖະບານສະຫະລັດອາເມລິກາ. ພວກເຂົາໄດ້ໄປສຶກສາພາຍໃຕ້ທຶນທີ່ມີຊື່ສຽງຊຶ່ງໃນນັ້ນລວມມີ: Humphry Program, Fulbright Program, International Visitor Leadership Program, Global Undergraduate Exchange Program, YSEALI Program, ແລະ ຍັງມີໂຄງການແລກປ່ຽນວິຊາການອື່ນໆ.
ພາຍຫຼັງທີ່ພວກເຂົ້າກັບມາຈາກການເຂົ້າຮ່ວມໂຄງການຕ່າງໆ, ພວກເຂົາຍັງສາມາດຍາດແຍ່ງເອົາທຶນຊ່ວຍເຫຼືອຈາກສະຖານທູດສະຫະລັດອາເມລິກາເພື່ອດຳເນີນໂຄງການທີ່ສາມາດສ້າງຜົນປະໂຫຍດໃຫ້ແກ່ຊຸມຊົນຂອງເຂົາເຈົ້າ. ບັນດານັກສຶກສາບາງຈຳນວນຍັງໄດ້ນຳໃຊ້ທຶນດັ່ງກ່າວເຂົ້າໃນການຊ່ວຍເຫຼືອຊຸມຊົນເຊັ່ນ: ໂຄງການທຳຄວາມສະອາດ, ການຕັ້ງແຄ້ມການສຶກສາຊາວໜຸ່ມໃນຊ່ວງພັກແລ້ງ, ການສຳມະນາວິຊາການ, ພ້ອມທັງໂຄງການທີ່ສ້າງສັນອື່ນໆ.
ໃນທ້າຍປີນີ້, ພວກເຂົາຈະໄດ້ຈັດງານຕະຫຼາດນັດການສຶກສາວຽງຈັນ, ຊຶ່ງແນໃສ່ການມອບໂອກາດໃຫ້ແກ່ບັນດານັກຮຽນແລະຜູ້ປົກຄອງໃນການເປັນຂົວຕໍ່ເຂົາກັບບັນດາສະຖາບັນການສຶກສາ ແລະ ຜູ້ໃຫ້ທຶນການສຶກສາ.
ສຳລັບຂໍ້ມູນເພີ່ມຕື່ມກ່ຽວກັບໂອກາດໃນການເຂົ້າຮ່ວມໂຄງການແລກປ່ຽນທີ່ສະຫະລັດອາເມລິກາ ສາມາດເຂົ້າເບິ່ງໃນເວັບໄຊ້ທ໌: https://la.usembassy.gov/lo/education-culture-lo/scholarships-lao/