ຫຼວງນໍ້າທາ ສປປ ລາວ – ໃນວັນ 27-29 ມີນາ
ລະຫວ່າງການຢ້ຽມຢາມໂຄງການອາຫານສໍາລັບໂຮງຮຽນໃນສາມໝູ່ບ້ານທີ່ໄດ້ຮັບທຶນການຊ່ວຍເຫຼືອຈາກສະຫະລັດອາເມລິກາ, ເຈົ້າຫນ້າທີ່ຈາກ ສະຫະລັດອາເມລິກາ ໄດ້ພົບກັບ ທ່ານ ບູນຍີ ແກ້ວຄູນເມືອງ ຮອງເຈົ້າແຂວງ ແຂວງຫຼວງນ້ຳທາເພື່ອສຶກສາເບິ່ງຕົວຈິງວ່າບັນດານັກສຶກສາໃນທ້ອງຖິ່ນ ແລະ ຊາວກະຊິກອນ ຈະໄດ້ຜົນປະໂຫຍດແນວໃດຈາກການຊ່ວຍເຫຼືອຂອງ ລັດຖະບານສະຫະລັດອາເມລິກາຢູ່ພາຍໃນແຂວງ.
ທ່ານນາງ Jocelyn Brown, ຮອງຫົວຫນ້າບໍລິຫານ ກະຊວງກະສິກຳ ສະຫະລັດອາເມລິກາ (USDA), ແລະ ທ່ານ ອຸປະທູດ ໄມໂຄ ຄລາຍ ປະຈຳສະຖານທູດສະຫະລັດອາເມລິກາ ທີ່ນະຄອນຫຼວງວຽງຈັນ ໄດ້ເດີນທາງໄປຢ້ຽມຢາມ ແຂວງຫຼວງນໍ້າທາ ເພື່ອຕິດຕາມຕົວຈິງວ່າ ອົງການອາຫານໂລກ ຂອງສະຫະປະຊາຊາດ ທີ່ກຳລັງຈັດຕັ້ງປະຕິບັດໂຄງການຂອງສະຫະລັດອາເມລິກາໂດຍການໄດ້ທຶນຈາກໂຄງການສາກົນດ້ານການສະບຽງອາຫານເພື່ອການສຶກສາ ແລະ ໂພສະນາການແກ່ເດັກ (McGovern-Dole International Food for Education and Child Nutrition Program) ແລະ ໂຄງການ (the Local and Regional Procurement Program) ຂອງ USDA. ນີ້ເປັນໂຄງການຊ່ວຍເຫຼືອພົນລະເຮືອນທີ່ໃຫຍ່ທີ່ສຸດຈາກສະຫະລັດອາເມລິກາໃນ ສປປ ລາວ.
ການສະໜອງອາຫານທີ່ມີຄຸນປະໂຫຍດໃຫ້ແກ່ໂຮງຮຽນໂດຍການນຳໃຊ້ຜົນຜະລິດທາງດ້ານການກະເສດຈາກ ສະຫະລັດອາເມລິກາ ໄດ້ຊ່ວຍປັບປຸງການຮູ້ຫນັງສື ແລະ ຊ່ວຍທາງໂພສະນາການໃຫ້ບັນດານ້ອງນັກຮຽນໃນເຂດຫ່າງໄກສອກຫຼີກ ພ້ອມກັນນັ້ນ ຊາວກະສິກອນຍັງໄດ້ຮັບຜົນປະໂຫຍດຈາກໂຄງການນີ້ ແລະ ພວກເຂົາຍັງໄດ້ປະກອບສ່ວນໂດຍກົງເຂົ້າໃນຜົນສຳເລັດການສຶກສາຂອງນ້ອງນັກສຶກສາໃນຊຸມຊົນຂອງພວກເພີ່ນ. ອາຫານໃນແຕ່ລະມື້ປະກອບມີຜົນຜະລິດດ້ານການກະເສດຈາກໂຄງການ USDA, ຜັກທີ່ປູກເອງຈາກສວນຂອງໂຮງຮຽນ ແລະ ການປະກອບສ່ວນຈາກຊຸມຊົນ. ໂຄງການນີ້ແມ່ນເປັນສ່ວນໜຶ່ງຂອງການລິເລີ່ມໂດຍການເຮັດວຽກຮ່ວມກັນຢ່າງໃກ້ຊິດກັບ ກະຊວງສຶກສາທິການ ແລະ ກິລາ ແລະ ຄູ່ຮ່ວມມືອື່ນໆ ທີ່ຊ່ວຍໃຫ້ນ້ອງນັກຮຽນສາມາດເຂົ້າເຖິງ ນໍ້າສະອາດ, ສຸຂາພິບານ, ສຸຂະອະນາໄມ, ວຽກງານການສຶກສາທາງໂພສະນາການ, ແລະ ບັນດາກິດຈະກຳກ່ຽວກັນການຮູ້ໜັງສື.
ທ່ານນາງ Brown ໄດ້ກ່າວວ່າ: ຂະຕິອັນສໍາຄັນປະຈໍາ USDA ນັ້ນກໍ່ຄື ເຮັດໃນສິ່ງທີ່ຖືກຕ້ອງ ແລະ ໃຫ້ທຸກຄົນມີຢູ່ມີກິນ. ຜ່ານການຈັດຕັ້ງປະຕິບັດໂຄງການຮ່ວມກັນກັບຄູ່ຮ່ວມງານຂອງພວກເຮົາ ແລະ ຄວາມມີນໍ້າໃຈຂອງຊາວກະສິກອນຈາກສະຫະລັດອາເມລິກາ, ພວກເຮົາໄດ້ນຳໃຊ້ປະສົບການ ແລະ ຂໍ້ມູນຕ່າງໆນີ້ ເພື່ອສ້າງຄວາມຜາສຸກ, ຄວາມປອດໄພ ແລະ ຄວາມຢຶດຢຸ່ນໃນອານາຄົດ.
ທ່ານ ອຸປະທູດ ໄມໂຄ ຄລາຍ ໄດ້ເນັ້ນຕື່ມອີກວ່າ ສະຖານທູດສະຫະລັດອາເມລິກາ ໄດ້ດຳເນີນຫຼາຍໂຄງການ ແລະ ພະຍາຍາມສ້າງຄວາມເຂັ້ມແຂງຢູ່ທີ່ແຂວງຫຼວງນໍ້າທາ ເພື່ອຊ່ວຍເຂົ້າໃນການສົ່ງເສີມການສຶກສາ ແລະ ສຸຂະພາບສຳລັບປະຊາຊົນໃນທ້ອງຖີ່ນ. ໂດຍການຮ່ວມມືກັບອົງການອາຫານໂລກຂອງສະຫະປະຊາຊາດ, ກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງກະຊິກຳ ປ່າໄມ້, ໂຄງການອາຫານສຳລັບໂຮງຮຽນຍັງໄດ້ສົ່ງເສີມໃຫ້ບັນດາຊາວກະສິກອນຂະຫນາດນ້ອຍໂດຍສະເພາະແມ່ຍິງ ເພື່ອພວກເຂົາຈະໄດ້ເພີ່ມຜົນຜະລິດ ແລະ ຂາຍໃຫ້ໂຮງຮຽນໂດຍກົງ. ນີ້ຖືວ່າເປັນການຊ່ວຍສະໜອງອາຫານປະຈຳວັນທີ່ມີຄວາມສົດ ແລະ ຫຼາກຫຼາຍໃນທ້ອງຖິ່ນໃຫ້ແກ່ເດັກນ້ອຍ.
ໂຄງການອາຫານສຳລັບໂຮງຮຽນ ໃນ ສປປ ລາວ ໄດ້ສະແດງໃຫ້ເຫັນເຖິງອັດຕາການເຂົ້າໂຮງຮຽນທີ່ເພີ່ມຂື້ນ, ພັດທະນາໂພສະນາການ, ສົ່ງເສີມການມາໂຮງຮຽນ ແລະ ຄວາມສາມາດໃນການຮໍ່າຮຽນໃນຫ້ອງ. ນີ້ຍັງເປັນການສົ່ງເສີມໃຫ້ບັນດາຊາວກະຊິກອນບໍ່ພຽງແຕ່ໃນການເພີ່ມຜົນພະລິດຂອງພວກເຂົາເທົ່ານັ້ນ, ແຕ່ຍັງຊ່ວຍສ້າງລາຍຮັບເພີ່ມອິກ. ນີ້ຍັງເປັນການສະແດງໃຫ້ເຫັນຄວາມເປັນເຈົ້າການຂອງຊຸມຊຸົນ ແລະ ອາສາສະມັກເພື່ອປະກອບສ່ວນເຂົ້າໃນຄາບອາຫານຕອນບ່າຍອິກດ້ວຍ.
ນອກຈາກຫລວງນໍ້າທາແລ້ວ, ທ່ານນາງ Brown ແລະ ທ່ານ ອຸປະທູດ ໄມໂຄ ຄລາຍ ຍັງໄດ້ລົງຢ້ຽມຢາມ ໂຄງການທີ່ໄດ້ຮັບການຊ່ວຍເຫຼືອຈາກ ສະຫະລັດອາເມລິກາຢູ່ທີ່ ນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ. ນັບຕັ້ງແຕ່ 2006, USDA ໄດ້ໃຫ້ການຊ່ວຍເຫຼືອໂດຍຜ່ານໂຄງການ (the McGovern-Dole program) ເພື່ອຮັບປະກັນ 25ລ້ານ ຄາບອາຫານ ທີ່ມີປະໂຫຍດຈະໄດ້ມອບໃຫ້ແກ່ໂຮງຮຽນ ແລະ ນ້ອງໆນັກຮຽນຈຳນວນ 145,000 ຄົນ ໃນ 30ເມືອງ ໃນທົ່ວ 7 ແຂວງ ໃນແຕ່ລະປີ.