ສະຫວັນນະເຂດ, ສປປ ລາວ – ໃນວັນທີ 26 ມີນາ, 2018 ເຈົ້າຫນ້າທີ່ ປະຈຳ ສະຖານທູດສະຫະລັດອາເມລິກາ ທີ່ນະຄອນຫຼວງວຽງຈັນ ແລະ ກະຊວງກະສິກຳ ສະຫະລັດອາເມລິກາ (USDA) ໃນວໍຊິງຕັນ, ດີຊີ ໄດ້ເຂົ້າພົບປະ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ແລະ ຍັງໄດ້ໄປຢ້ຽມຢາມຕິດຕາມບັນດາໂຄງການອາຫານສຳລັບໂຮງຮຽນທີ່ໄດ້ຮັບທຶນການຊ່ວຍເຫຼືອຈາກ ລັດຖະບານສະຫະລັດອາເມລິກາ.
ທ່ານນາງ Jocelyn Brown, ຮອງຫົວຫນ້າບໍລິຫານ ກະຊວງກະສິກຳ ສະຫະລັດອາເມລິກາ (USDA), ແລະ ທ່ານ ອຸປະທູດ ທ່ານ ອຸປະທູດ ໄມໂຄ ຄລາຍ ປະຈຳສະຖານທູດສະຫະລັດອາເມລິກາ ທີ່ນະຄອນຫຼວງ ວຽງຈັນ ໄດ້ເດີນທາງລົງຢ້ຽມຢາມ ແຂວງສະຫວັນນະເຂດ ເພື່ອຕິດຕາມຕົວຈິງດ້ານວຽກງານໂຄງການອາຫານສຳລັບໂຮງຮຽນເຊິ່ງຈັດໄດ້ຕັ້ງປະຕິບັດໂດຍ ອົງການບັນເທົາທຸກກາໂຕລິກ CRS. ໂຄງການອາຫານ ແລະ ໂພສະນາການສຳລັບເດັກ (the McGovern-Dole International Food for Education and Child Nutrition Program) ແມ່ນເປັນໂຄງການຊ່ວຍເຫຼືອພົນລະເຮືອນທີ່ໃຫຍ່ທີ່ສຸດຈາກສະຫະລັດອາເມລິກາໃນ ສປປ ລາວ.
ທ່ານນາງ Brown ໄດ້ກ່າວວ່າ ການເຮັດວຽກຮ່ວມກັນກັບຄູ່ຮ່ວມງານເຊັ່ນ CRS ແລະ ພະແນກການສຶກສາ ແລະ ກິລາ ແຂວງສະຫວັນນະເຂດ, ໂຄງການນີ້ໄດ້ເກີດຜົນເປັນຈິງອັນເນື່ອງມາຈາກການຊ່ວຍເຫຼືອ ດ້ານຜະລິດຕະພັນທາງດ້ານການກະສິກຳທີ່ຜະລິດໂດຍຊາວກະສິກອນ ຈາກສະຫະລັດອາເມລິກາ. ພວກເຮົາຍັງໄດ້ປະກອບສ່ວນເພື່ອສ້າງຄວາມເຂັ້ມແຂງ ແລະ ສ້າງໂຄງການຕ່າງໆ ເພື່ອຮັບປະກັນວ່າ ບັນດານ້ອງໆນັກສຶກສາຈາກໂຮງຮຽນປະຖົມ ຈະສາມາດພັດທະນາທັກສະການຮູ້ຫນັງສືລວມໄປເຖິງອາຫານທີ່ມີໂພສະນາການເພື່ອພວກເຂົາຈະສາມາດປະສົບຜົນສຳເລັດໃນການຮໍ່າຮຽນຂອງເຂົາເຈົ້າ.
ທ່ານ ອຸປະທູດ ໄມໂຄ ຄລາຍ ໄດ້ຖືໂອກາດໃນການຢ້ຽມຢາມໃນຄັ້ງນີ້ເພື່ອເນັ້ນໃຫ້ເຫັນຄວາມໝາຍໝັ້ນ ຂອງລັດຖະບານ ສະຫະລັດອາເມລິກາ ໃນການເປັນຄູ່ຮ່ວມມືກັບປະຊາຊົນ ກໍ່ຄືແຂວງສະຫວັນນະເຂດ ທີ່ສະຖານທູດສະຫະລັດອາເມລິກາ ໄດ້ໃຫ້ການຊ່ວຍເຫຼືອໂຄງການຕ່າງໆ ເພື່ອສ້າງຄວາມເຂັ້ມແຂງໃນຂະແໜງການສຶກສາ, ສາທາລະນະສຸກໃຫ້ແກ່ປະຊາຊົນບັນດາເຜົ່າທີ່ອາໃສຢູ່ແຂວງນີ້.
ທ່ານເຈົ້າແຂວງສະຫວັນນະເຂດ ທ່ານ ທ່ານ ສັນຕິພາບ ພົມວິຫານ ໄດ້ເວົ້າກ່ຽວກັບການຢ້ຽມຢາມ ຄັ້ງສຳຄັນຂອງຈາກ USDA ນີ້ວ່າ: USDA ແມ່ນເປັນຄູ່ມຮ່ວມມືທີ່ເຂັ້ມແຂງໃນການພັດທະນາ ແຂວງສະຫວັນນະເຂດ. ນັບຕັ້ງແຕ່ 2012, ພວກເພິ່ນໄດ້ປະກອບສ່ວນອັນສຳຄັນໃນຂະແໜງການສຶກສາຂອງແຂວງ, ຍ້ອນແນວນັ້ນພວກເຮົາຈິງມີຄວາມຍິນດີທີ່ສຸດ.
ນັບຕັ້ງແຕ່ປີ 2012, ໂດຍການສະໜັບສະໜູນ ຈາກລັດຖະບານສະຫະລັດອາເມລິກາ CRS ໄດ້ຈັດຕັ້ງປະຕິບັດໂຄງການດ້ານການສຶກສາຈຳນວນສອງໂຄງການ ຢູ່ທີ່ແຂວງສະຫວັນນະເຂດ. ຢູ່ພາຍໃນ 7 ເມືອງນີ້, CRS ໄດ້ເຮັດວຽກຮ່ວມກັບບັນດານັກສຶກສາ, ຄູອາຈານ, ຊຸມຊົນ, ຄົນພາຍໃນແຂວງ ແລະ ພະແນກການສຶກສາ ເພື່ອສ້າງໝາກຜົນທາງດ້ານການສຶກສາ. ໂຄງການ (the CRS-led Learning and Engaging All in Primary School) ຍັງໄດ້ສະໜອງອາຫານໃຫ້ແກ່ນ້ອງໆນັກສຶກສາ ເຊິ່ງຜົນຜະລິດສະບຽງອາຫານເຫຼົ່ານີ້ແມ່ນໄດ້ມາຈາກການຊ່ວຍເຫຼືອຂອງປະຊາຊົນຊາວ ສະຫະລັດອາເມລິກາ. ແຕ່ລະມື້ນັກສຶກສາຈຳນວນ 40,000 ຄົນ ຈາກ 350 ໂຮງຮຽນທົ່ວແຂວງ ສະຫວັນນະເຂດ ຈະໄດ້ຮັບອາຫານດັ່ງກ່າວ.
ນອກຈາກແຂວງສະຫວັນນະເຂດແລ້ວ, ທ່ານນາງ Brown ຍັງຈະໄດ້ໄປຢ້ຽມຢາມໂຄງການຢູ່ທີ່ ນະຄອນຫຼວງວຽງຈັນ ແລະ ຫຼວງນໍ້າທາ ທີ່ໂຄງການ USDA ໄດ້ໃຫ້ການຊ່ວຍເຫຼືອ. USDA ຍັງໄດ້ປະກອບສ່ວນໃນໂຄງການພັດທະນາ ໃນ ສປປ ລາວ ນັບຕັ້ງແຕ່ປີ 2006 ແລະ ຍັງໄດ້ເປັນໜຶ່ງໃນຜູ້ກອບສ່ວນອັນສຳຄັນ ສຳລັບໂຄງການໂຮງຮຽນ ແລະ ໂຄງການທາງດ້ານການກະສິກຳ ຢູ່ພາຍໃນປະເທດ.