ຮອງຜູ້ບັນຊາການກອງທັບສະຫະລັດ ອາເມລິກາ ປະຈຳຂົງເຂດປາຊີຟິກ ຢ້ຽມຢາມ ສປປ ລາວ

ນະຄອນຫຼວງວຽງຈັນ, ສປປ ລາວ – ຄະນະຜູ້ແທນທະຫານຂັ້ນສູງ ຈາກສູນບັນຊາການ ກອງທັບສະຫະລັດອາເມລິກາ ປະຈຳຂົງເຂດປາຊີຟິກ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ນັບແຕ່ວັນທີ 10-11 ພຶດສະພາ 2018 ເພື່ອຮັດແໜ້ນຄວາມສາຍພົວພັນທາງທະຫານສອງຝ່າຍລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ທີ່ກຳລັງເຕີບໃຫຍ່ຂະຫຍາຍຕົວ ແລະ ຢືນຢັນຄວາມໝາຍໝັ້ນຂອງສະຫະລັດອາເມລິກາ ທີ່ມີຕໍ່ພາກພື້ນ ອິນໂດ-ປາຊີຟິກ.

ສູນບັນຊາການ ກອງທັບສະຫະລັດອາເມລິກາ ປະຈຳຂົງເຂດປາຊີຟິກ ແມ່ນ 1 ໃນ 6 ສູນບັນຊາການສູ້ຮົບ ຂອງກອງທັບສະຫະລັດ ອາເມລິກາ. ມີພື້ນທີ່ຮັບຜິດຊອບກວມເອົາເຄິ່ງໜຶ່ງຂອງໂລກ, ແລະ ລວມມີ 36 ປະເທດ ໃນພາກພື້ນອາຊີ ປາຊີຟິກ.

ທ່ານ ພົນໂທ ໄບຣອັນ ພີ ເຟັນຕັນ, ຮອງຜູ້ບັນຊາການ ກອງທັບສະຫະລັດ ອາເມລິກາ ປະຈຳຂົງເຂດປາຊີຟິກ ໄດ້ພົບປະກັບຄູ່ຮ່ວມຕຳແໜ່ງຂອງທ່ານທີ່ກະຊວງປ້ອງກັນປະເທດ ແລະ ກະຊວງການຕ່າງປະເທດ. ການມາຢ້ຽມຢາມໃນຄັ້ງນີ້ແມ່ນເປັນຄັ້ງທຳອິດ ນັບແຕ່ທ່ານໄດ້ດຳລົງຕຳແໜ່ງເປັນຮອງຜູ້ບັນຊາການ ກອງທັບສະຫະລັດ ອາເມລິກາ ປະຈຳຂົງເຂດປາຊີຟິກ ໃນປີທີ່ຜ່ານມາ.

ໃນເວລາພົບປະກັບ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົນໂທ ເຟັນຕັນ ໄດ້ປຶກສາຫາລືກ່ຽວກັບການຊອກວີທີທາງເພື່ອສືບຕໍ່ການຮ່ວມມືແບບກວມລວມໂດຍການເພີ່ມທະວີ ການພົວພັນຮ່ວມມືລະຫວ່າງທະຫານ ກັບ ທະຫານ.

ພົນໂທ ເຟັນຕັນ ຍັງໄດ້ກ່າວຢ້ຳເຖິງຄວາມມຸ່ງໝັ້ນຂອງກອງບັນຊາການ ກອງທັບສະຫະລັດ ອາເມລິກາ ປະຈຳຂົງເຂດປາຊີຟິກ ໃນການປະຕິບັດງານຮ່ວມກັບລັດຖະບານ ສປປ ລາວ ເພື່ອສືບຕໍ່ປັບປຸງການພົວພັນຮ່ວມມືສອງຝ່າຍ ແລະ ເສີມຂະຫຍາຍຂີດຄວາມສາມາດເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບ ພາຍໃນປະເທດ ແລະ ໃນພາກພື້ນ.

ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ກ່າວວ່າ: ການມາຢ້ຽມຢາມ ສປປ ລາວ ຂອງຮອງຜູ້ບັນຊາການ ກອງທັບສະຫະລັດ ອາເມລິກາ ປະຈໍາຂົງເຂດປາຊີຟິກໃນຄັ້ງນີ້ ແມ່ນເປັນການພິສູດໃຫ້ເຫັນເຖິງລະດັບຄວາມໝາຍໝັ້ນທີ່ມີຕໍ່ການຮ່ວມມືແບບກວມລວມລະຫວ່າງສະ ຫະລັດອາເມລິກາ ແລະ ສປປ ລາວ.

ການຢ້ຽມຢາມຄັ້ງນີ້ ເປັນບາດກ້າວທີ່ສຳຄັນໃນການພັດທະນາການພົວພັນຮ່ວມມືສອງຝ່າຍໃນຂົງເຂດວຽກງານທີ່ສຳຄັນ ແລະ ຍັງໄດ້ສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນຂອງສະຫະລັດອາເມລິກາຕໍ່ກັບອາຊຽນ ລວມທັງ ພາກພື້ນ ອິນໂດ-ປາຊີຟິກ. ທ່ານ ພົນໂທ ເຟັນຕັນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງການນຳຂອງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມືທີ່ດີຕະຫລອດໄລຍະເວລາຫລາຍປີທີ່ຜ່ານມາ.