ສະຫະລັດອາເມລິກາ ແລະ ສປປ ລາວ ຮ່ວມມື ສະໜັບສະໜູນຊາວກະສິກອນ ແລະ ເສີມຂະຫຍາຍດ້ານການຄ້າ

ນະຄອນຫຼວງວຽງຈັນ, ສປປ ລາວ – ສະຫະລັດອາເມລິກາ ຮ່ວມມືກັບ ສປປ ລາວ ເພື່ອປັບປຸງຊີວິດການເປັນຢູ່ຂອງຊາວກະສິ ກອນ ແລະ ເສີມຂະຫຍາຍການຄ້າ ໃຫ້ແກ່ຜົນຜະລິດ ທາງດ້ານກະສິກໍາຂອງລາວ. ໃນວັນທີ 10 ກໍລະກົດ 2019 ທີ່ຜ່ານມາ, ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ອົງການວິນຣັອກ ສາກົນ (Winrock International)ໄດ້ຮ່ວມເຊັນບົດບັນ ທຶກຄວາມເຂົ້າໃຈ ໂຄງການສ້າງຄວາມເຊື່ອມໂຍງກັບເຄືອຂ່າຍກະສິກໍາ ຂອງ ກະຊວງກະສິກໍາ ແຫ່ງ ສ. ອາເມລິກາ (CLEAN) ເຊິ່ງໄດ້ຮັບການສະໜັບສະໜູນໂດຍສະຫະລັດອາເມລິກາ.

ເອກອັກຄະລັດຖະທູດ ສ. ອາເມລິກາ ທ່ານນາງ ຣີນາ ບິດເຕີ ແລະ ທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມເປັນສັກຂີພະຍານ ໃນການເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ທ່ານ ວິໄລສຸກ ເຄນນາວົງ ຫົວໜ້າກົມປູກຝັງ ແລະ ທ່ານ ອາເລັກຊານເດີ ດາຮານ ຫົວໜ້າໂຄງການ CLEAN.

ໂຄງການ CLEAN ແມ່ນໂຄງການໄລຍະສີ່ປີ ທີ່ໄດ້ຮັບການສະໜັບສະໜູນດ້ານການເງິນຈາກ ກະຊວງກະສິກຳສະຫະລັດອາເມລິກາ ແລະ ຈັດຕັ້ງປະຕິບັດໂດຍ ອົງການວິນຣັອກສາກົນ ປະຈໍາ ນະຄອນຫຼວງວຽງຈັນ. ໂຄງການດັ່ງກ່າວຈະໄດ້ຖືກຈັດຕັ້ງ ຢູ່ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ລວມທັງ ເຂດ ພູພຽງບໍລະເວນ ທີ່ກວາມເອົາແຂວງຈໍາປາສັກ, ສາລະວັນ ແລະ ເຊກອງ. ໂດຍນໍາໃຊ້ວິທີການດ້ານການຕະຫຼາດ, ໂຄງການນີ້ຈະສ້າງຄວາມເຊື່ອມໂຍງກັບຕະຫຼາດ ແລະ ເພີ່ມຄວາມຕ້ອງການໃຫ້ແກ່ ຜົນຜະລິດດ້ານກະສິກໍາທີ່ສະອາດຂອງລາວທັງພາຍໃນປະເທດ, ພາກພື້ນ ແລະ ສາກົນ ໂດຍຜ່ານການປະຕິບັດໃຫ້ສອດຄ່ອງກັບມາດຕະຖານ ແລະ ການປັບປຸງລະບົບການຢັ້ງຢືນຄຸນະພາບ. ຄວາມພະຍາຍາມເຫຼົ່ານີ້ຈະຊ່ວຍຍົກລະດັບການຜະລິດ ແລະ ຊ່ວຍຫຼຸດຜ່ອນຜົນເສຍຫາຍຫຼັງການເກັບກ່ຽວ.

ທ່ານເອກອັກຄະລັດຖະທູດ ຣີນາ ບິດເຕີ ກ່າວວ່າ: ພວກເຮົາຕື່ນເຕັ້ນ ແລະ ດີໃຈຫຼາຍ ທີ່ຈະໄດ້ຮ່ວມມືດ້ານກະສິກໍາກັບ ກະຊວງກະສິກຳ ແລະ ປ່າໄມ້ ຍ້ອນວ່າຂະແໜງການກະສິກໍາຖືເປັນຂະແໜງທີ່ສໍາຄັນ ຕໍ່ກັບ ຊີວິດການເປັນຢູ່ຂອງປະຊາຊົນລາວ. ໂດຍຜ່ານການສ້າງຂີດຄວາມສາມາດ, ເພີ່ມກໍາລັງການຜະລິດ ແລະ ເຊື່ອມໂຍງຊາວກະສິກອນເຂົ້າສູ່ຕະຫຼາດ, ໂຄງການນີ້ຈະສ້າງ ຜົນປະໂຫຍດໃຫ້ແກ່ ປະຊາຊົນລາວຫຼາຍຄອບຄົວທີ່ມີຊີວິດການເປັນຢູ່ ຕິດພັນກັບການກະສິກໍາ.

ໂຄງການ CLEAN ຈະເນັ້ນໜັກໃສ່ການພັດທະນາທ່າແຮງຂອງ ສປປ ລາວ ໃຫ້ສາມາດ ເຂົ້າສູ່ຕະຫຼາດໃນໂຂງເຂດພາກພື້ນ ລຸ່ມແມ່ນໍ້າຂອງ ແລະ ຕະຫຼາດສາກົນ, ບ່ອນທີ່ມີຄວາມຕ້ອງການ ຜົນຜະລິດດ້ານກະສິກໍາຄຸນະພາບສູງ ແລະ ຖ້າສາມາດຕອບສະໜອງຕໍ່ຄວາມຕ້ອງການນີ້ໄດ້, ມັນຈະຊ່ວຍໃຫ້ ຜົນຜະລິດຂອງຊາວ ກະສິກອນລາວມີລາຄາທີ່ສູງຂຶ້ນ. ພາຍໃຕ້ ບົດບັນທຶກຄວາມເຂົ້າໃຈ ສະບັບນີ້, ກົມປູກຝັງ ຂອງ ລາວ ແລະ ໂຄງການ CLEAN ຂອງ USDA ຈະຮ່ວມມືກັນໃນການເພີ່ມກໍາລັງການຜະລິດ, ຄວາມອາດສາມາດໃນການແຂ່ງຂັນ ແລະ ຄວາມຍຶນຍົງໃຫ້ແກ່ຊາວກະສິກອນຂະໜາດນ້ອຍ ຜ່ານການຝຶກອົບຮົມ ແລະ ການເຊື່ອມໂຍງກັບຕະຫຼາດ.

ນອກຈາກໂຄງການ CLEAN ແລ້ວ, ລັດຖະບານອາເມລິກາ ຍັງມີຫຼາຍໂຄງການທີ່ໄດ້ຮັບ ການຈັດຕັ້ງປະຕິບັດ ຮ່ວມກັບລັດຖະ ບານ ແລະ ປະຊາຊົນລາວ ເພື່ອປັບປຸງການສຶກສາ, ​ສົ່ງເສີມວຽກງານສາທາລະນະສຸກ ແລະ ໂພຊະນາການ, ອຳນວຍຄວາມສະດວກທາງ ດ້ານການຄ້າ ແລະ ການລົງທຶນ ແລະ ເສີມສ້າງຄວາມເຂັ້ມແຂງ ດ້ານລະບຽບກົດໝາຍ.