ສະຫະລັດອາເມລິກາຮ່ວມມືກັບລັດຖະບານລາວໃນວຽກງານຕ້ານການຟອກເງິນ

ນະຄອນຫຼວງພະບາງ, ນະຄອນປາກເຊ, ສປປລາວ: ກອງປະຊຸມສຳມະນາກ່ຽວກັບວຽກງານຕ້ານ ການຟອກເງິນໄດ້ຈັດຂຶ້ນທີ່ນະຄອນຫຼວງພະບາງ ແລະນະຄອນປາກເຊ ໃນລະຫວ່າງວັນທີ 13-20 ມິຖຸນາ 2018 ໂດຍການຮ່ວມມືລະຫວ່າງລັດຖະບານສະຫະລັດອາເມລິກາ ແລະລັດຖະບານ ສປປລາວ.

ກອງປະຊຸມສຳມະນາກ່ຽວກັບເຕັກນິກການສືບສວນ-ສອບສວນ ການສັ່ງຟອ້ງຄະດີຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໄດ້ຮ່ວມຈັດໂດຍສຳນັກງານຂໍ້ມູນຕ້ານການຟອກເງິນ ແລະສະຖາບັນການທະຫານ ສຳລັບການສຶກສາກົດໝາຍສາກົນ.

ການສຳມະນາສອງຄັ້ງນີ້ ໄດ້ມີພະນັກງານແລະເຈົ້າໜ້າທີ່ຫຼາຍກວ່າ 80 ທ່ານເຂົ້າຮ່ວມ ຊ່ຶງມາຈາກຫຼາຍພາກສວ່ນເຊັ່ນ ນະຄອນຫຼວງວຽງຈັນ ແລະບັນດາແຂວງຕ່າງໆ ຊ່ຶງໄດ້ຈັດຂຶ້ນໃນວັນທີ 13-15 ມິຖຸນາ 2018 ທີ່ນະຄອນຫຼວງພະບາງ ແລະໃນວັນທີ 18-20 ທີ່ນະຄອນປາກເຊ. ຜູ້ເຂົ້າຮວ່ມສໍາມະນາມາຈາກຫຼາຍຂະແໜງການເຊັ່ນ ເຈົ້າໜ້າທີ່ີ່ຕຳຫຼວດ, ໄອຍະການ ແລະເຈົ້າໜ້າທີ່ປະຕິບັດກົດໝາຍອື່ນໆ.

ໃນພິທີປິດກອງປະຊຸມສຳມະນາ ທ່ີນະຄອນປາເຊ, ທ່ານນາງຣີນາ ບິດເຕີ້, ທ່ານທູດສະຫະລັດອາເມລິກາໄດ້ກ່າວວ່າ “ເປົ້າໝາຍຂອງການຝຶກອົບຮົມວຽກງານປະຕິບັດກົດໝາຍຄັ້ງນີ້ ເພ່ືອຊວ່ຍເຫຼືອລັດຖະບານ ລາວ ຕໍ່ຄວາມພະຍາຍາມທີ່ຈະພັດທະນາປະເທດໃຫ້ເຂັ້ມແຂງ ພອ້ມທັງມີຄວາມສົມບູນພູນສຸກຍິ່ງຂຶ້ນ ເພ່ືອໃຫ້ ລາວສາມາດສືບຕໍ່ກ້າວໄປມີບົດບາດທີ່ສ້າງສັນ ແລະ ເປັນເຈົ້າການ ໃນເວທີອາຊຽນ.

ທ່ານຍັງໄດ້ກ່າວເສີມອີກວ່າ “ໃນຂະນະທີ່ ສປປ ລາວສືບຕໍ່ເຊື່ອມໂຍງເຂົ້າສູ່ປະຊາຄົມເສດຖະກິດອາຊຽນ, ພວກທ່ານທັງໝົດຢູ່ໃນຫອ້ງປະຊຸມແຫ່ງນີ້ ຈະເປັນຜູ້ທີ່ຮັບປະກັນວ່າປະເທດລາວ ມີຄວາມພ້ອມ ມີລະບົບກົດໝາຍທີ່ເຂັ້ມແຂງ ພອ້ມທັງມີລະບຽບການ, ມີບຸກຄະລາກອນໃນວຽກງານປະຕິບັດກົດໝາຍ ແລະຜູ້ຊ່ຽວຊານດ້ານກົດໝາຍ ເພ່ືອຮັບປະກັນໃຫ້ປະເທດຂອງທ່ານ ແລະປະຊາຊົນໃນພາກພື້ນນີ້ມີຄວາມປອດໄພ ປະສະຈາກໄພຄຸກຄາມຈາກອາສະຍາກຳຂ້າມຊາດ”

ກອງປະຊຸມສຳມະນາໃນຄັ້ງນີ້ ໄດ້ມີວິທະຍາກອນຊາວອາເມລິກາ ທັງສີ່ທ່ານ ຜູ້ຊ່ຶງມີປະສົບການສູງໃນວຽກງານຕ້ານອາສະຍາກຳຂ້າມຊາດ ຊ່ຶງໄດ້ບັນຍາຍກ່ຽວກັບ ການສືບສວນສອບສວນ ແລະ ດໍາເນີນຄະດີການຟອກເງິນ ພ້ອມທັງອະທິບາຍກ່ຽວກັບ ສະກຸນເງິນດິຈິຕໍ, ອາສະຍາກໍາທາງດ້ານການຫຼິ້ນກະຊີໂນ ແລະ ທາງດ້ານການເງິນອຶື່ນໆ ແລະ ບັນດາເຕັກນິກໃນວຽກງານຕ້ານການສໍ້ລາດບັງຫຼວງ.

ພະແນກຕ້ານຢາເສບຕິດແລະປະຕິບັດກົດໝາຍໄດ້ຮວ່ມກັບ ກະຊວງປ້ອງກັນປະເທດສະຫະລັດອາເມລິກາ ຈັດກອງປະຊຸມສຳມະນາຄັ້ງນີ້ຂຶ້ນ  ແລະນອກຈາກນັ້ນ, ທາງສະຖານທູດສະຫະລັດກໍ່ຄືພະແນກຕ້ານ ຢາເສບຕິດແລະປະຕິບັດກົດໝາຍໄດ້ຮ່ວມກັນກັບບັນດາສະຖານທູດ ແລະອົງການຈັດຕັ້ງສາກົນອື່ນໆ ເຊັ່ນ ອົງການສະຫະປະຊາຊາດເພ່ືອຕ້ານຢາເສບຕິດ ແລະອາດສະຍາກຳ ໃຫ້ການຊວ່ຍເຫຼືອ ສປປລາວ ໃນຄວາມພຍາຍາມປັບປຸງວຽກງານຕ້ານການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.

ໃນປີ 2020 ສປປລາວ ກຳລັງຢູ່ຂັ້ນຕອນການປະເມີນຜົນຈາກອົງການຕ້ານການຟອກເງິນສາກົນ ຊ່ຶງກອງປະຊຸມສຳມະນາທີ່ຈັດຂຶ້ນທີ່ນະຄອນຫຼວງພະບາງ ແລະ ນະຄອນປາກເຊ ທັງສອງຄັ້ງດັ່ງກ່າວ ແມ່ນແນໃສ່ຊວ່ຍເຫຼືອສຳນັກງານຂໍ້ມູນຕ້ານການຟອກເງິນ ກໍ່ຄືລັດຖະບານລາວ ເພື່ອກະກຽມຄວາມພ້ອມໃນຂັ້ນຕອນການປະເມີນຜົນທີ່ຈະມີຂຶ້ນໃນປີ 2020 ດັ່ງກ່າວ.