ສະຫະລັດອາເມລິກາສ້າງຖານສຳລັບໂຄງການສົ່ງເສີມການສຶກສາແກ່ເດັກຍິງໃນ ສປປ ລາວ

Susan Markham, USAID’s Senior Coordinator for Gender Equality and Women's Empowerment for the U.S. Agency for International Development, visited a school in Oudomxay Provinces during a week-long visit to Laos.

ທ່ານນາງ ຊູຊານ ມາຣຄຳ, ຜູ້ປະສານງານອາວຸໂສດ້ານຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງແກ່ແມ່ຍິງ ປະຈຳອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID), ແລະ ໄດ້ສະຫລຸບການຢ້ຽມຢາມໃນໄລຍະ 5 ມື້ ຂອງທ່ານທີ່ ສປປລາວ ເຊິ່ງທ່ານໄດ້ພົບກັບບັນດາເຈົ້າໜ້າທີ່ທີ່ເຮັດວຽກໃນຂະແໜງສຶກສາ ແລະ ໄດ້ຢ້ຽມຢາມບັນດາໂຮງຮຽນເພື່ອສ້າງຖານຕໍ່ການຂະຫຍາຍໂຄງການຊ່ວຍເຫລືອຂອງລັດຖະບານສະຫະລັດອາເມລິກາ ໃນການລິເລີ່ມໂຄງການ ສົ່ງເສີມການສຶກສາແກ່ເດັກຍິງ ໃນ ສປປ ລາວ,   ເຊິ່ງທ່ານປະທານາທິບໍດີ ໂອບາມາໄດ້ປະກາດໃນລະຫວ່າງການຢ້ຽມຢາມໃນເດືອນທີ່ຜ່ານມາ.

ພາຍຫລັງການພົບປະກັບລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ແລະ ບັນດາຊ່ຽວຊານອາວຸໂສ ທີ່ນະຄອນຫລວງວຽງຈັນໃນວັນອັງຄານທີ່ຜ່ານມາ, ທ່ານນາງ ຊູຊານ ພ້ອມດ້ວຍຄະນະກໍ່ໄດ້ເດີນທາງໄປແຂວງຫລວງພະບາງ ແລະ ອຸດົມໄຊເຊິ່ງທ່ານໄດ້ມີໂອກາດປຶກສາຫາລືເຖິງຄວາມຕ້ອງການຕໍ່ວຽກງານດ້ານການສຶກສາ ແລະ ການຮ່ຳຮຽນ ກັບບັນດາຄູອາຈານ, ຄະນະບໍລິຫານ, ນັກຮຽນ ແລະ ຜູ້ປົກຄອງ.

ທ່ານນາງ ຊູຊານ ໄດ້ກ່າວວ່າ: ພວກເຮົາມີຄວາມຮູ້ສຶກດີໃຈຫຼາຍທີ່ໄດ້ມີໂອກາດພົບກັບບັນດາເຈົ້າໜ້າທີ່, ຄູອາຈານ, ຜູ້ປົກຄອງ ແລະ ນັກຮຽນ ເພື່ອຮຽນຮູ້ໃຫ້ຫລາຍຂື້ນກ່ຽວກັບລະບົບການສຶກສາໃນປະເທດທີ່ສວຍງາມແຫ່ງນີ້. ທ່ານຍັງໄດ້ກ່າວຕື່ມອິກວ່າ: ຜ່ານໂຄງການສົ່ງເສີມການສຶກສາແກ່ເດັກຍິງ, ພວກເຮົາສາມາດຊອກຫາຊ່ອງທາງໃໝ່ໆໃນການຮ່ວມມື ແລະ ຊ່ວຍໃຫ້ໝັ້ນໃຈວ່າ ໄວໜຸ່ມທັງຍິງແລະ ຊາຍຈະໄດ້ຮັບການສຶກສາທີ່ພວກເຂົາຕ້ອງການເພື່ອໃຫ້ປະສົບຄວາມສຳເລັດ.

ໃນວັນສຸກ, ທ່ານ ຊູຊານ ໄດ້ພົບກັບຕາງໜ້າສູນກາງສະຫະພັນແມ່ຍິງລາວ, ຄະນະກຳມາທິການເພື່ອແມ່ແລະເດັກແຫ່ງຊາດ, ກອງເລຂາຄະນະກຳມະການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ບັນດາຜູ້ໃຫ້ທຶນ ແລະ ອົງການຈັດຕັ້ງທາງສັງຄົມທີ່ສຸມໃສ່ວຽກງານກ່ຽວກັບແມ່ຍິງ ແລະ ການພັດທະນາເພື່ອໃຫ້ມີຄວາມເຂົ້າໃຈຫລາຍຂຶ້ນຕໍ່ກັບຄວາມຕ້ອງການຂອງແມ່ຍິງ ແລະ ເດັກໃນ ສປປ ລາວ.

ໂຄງການສົ່ງເສີມການສຶກສາແກ່ເດັກຍິງຂອງລັດຖະບານສະຫະລັດອາເມລິກາແມ່ນໂຄງການທີ່ກໍ່ຕັ້ງໂດຍສຸພາບສະຕີໝາຍເລກໜຶ່ງ ທ່ານ ນາງ ມິເຊວ ໂອບາມາ ໂດຍໂຄງການດັ່ງກ່າວແມ່ນເຮັດວຽກເພື່ອແກ້ໄຂບັນດາສິ່ງທ້າທາຍຕ່າງໆທີ່ເປັນອຸປະສັກຕໍ່ການເຂົ້າເຖິງລະບົບການສຶກສາທີ່ມີຄຸນນະພາບຂອງໄວໜຸ່ມຍິງ.

ແຕ່ໜ້າເສຍດາຍທີໃນທຸກມື້ນີ້, ຍັງມີເດັກຍິງຈຳນວນຫລາຍກວ່າ 62 ລ້ານຄົນໃນທົ່ວໂລກທີ່ບໍ່ໄດ້ເຂົ້າໂຮງຮຽນ, ເຊິ່ງຈຳນວນເຄິ່ງໜຶ່ງແມ່ນໄວໜຸ່ມຍິງ. ໂຄງການສົ່ງເສີມການສຶກສາແກ່ເດັກຍິງມີຈຸດປະສົງໃນການຍົກລະດັບໂຄງການທີ່ມີຢູ່ແລ້ວ ແລະ ເພີ່ມຄວາມພະຍາຍາມໃນການເພີ່ມໂອກາດທາງການສຶກສາໃຫ້ແກ່ເດັກຍິງໃນທົ່ວໂລກ. ໃນຖານະທີ່ໄດ້ຖືກເລືອກເປັນປະເທດທີ່ໄດ້ຮັບທຶນຊ່ວຍເຫລືອຈາກໂຄງການດັ່ງກ່າວ, ສປປ ລາວຈະໄດ້ຮັບການຊ່ວຍເຫລືອໃນການຂະຫຍາຍໂອກາດທາງການສຶກສາສຳລັບເດັກຍິງ, ລວມທັງການສ້າງຄວາມເຂັ້ມແຂງໃຫ້ແກ່ເດັກຍິງເພື່ອສາມາດບັນລຸສັກກະຍະພາບອັນສູງສຸດຂອງພວກເຂົາ.