ນະຄອນຫຼວງວຽງຈັນ, ສປປ ລາວ – ທ່ານ ດຣ ໂຣເບີດ ອາ ເຣດເຟວ (Robert R. Redfield) ອໍານວຍການ ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດອາເມລິກາ (CDC) ໄດ້ພົບກັບ ທ່ານ. ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ເຈົ້າໜ້າທີ່ອະວຸໂສຄົນອື່ນໆ ເພື່ອປຶກສາຫາລືກ່ຽວກັບການຮ່ວມມຶືດ້ານສາທາລະນະສຸກ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ທີ່ພວມສືບຕໍ່ ແລະ ຂະຫຍາຍຕົວ. ສູນ CDC ສະຫະລັດອາເມລິກາ ກໍາລັງຮ່ວມເຮັດວຽກກັບບັນດາເຈົ້າໜ້າສາທາລະນະສຸກຂອງລາວ ໃນບັນດາໂຄງການຮ່ວມມືຕ້ານ ແລະ ສະກັດກັ້ນໄພຂົ່ມຂູ່ພະຍາດທີ່ກໍາລັງເກີດຂຶ້ນ ແລະ ເກີດຂຶ້ນໃໜ່ ເຊິ່ງລວມທັງ ພະຍາດໄຂ້ຫວັດສັດປີກ ແລະ ໄຂ້ຫວັດໃຫຍ່ສາຍພັນໃໝ່, ການຕ້ານຕໍ່ຢາຂອງໄຂ້ມາເລເຣຍ, ໄຂ້ເລືອດອອກ ແລະ HIV/AIDS.
ວ່າການເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ທ່ານ ຄໍລິນ ຄຼອສບີ ກ່າວວ່າ: ສປປ ລາວ ແລະ ສະຫະລັດອາເມລິກາ ໄດ້ຮ່ວມມືກັນຢ່າງສະໝໍ່າສະເໝີ ໃນການຈັດການຝຶກອົບຮົມຕ່າງໆດ້ານສາທາລະນະສຸກ ແລະ ເຮັດວຽກດ້ານການປ້ອງກັນພະຍາດ, ເຝົ້າລະວັງ ແລະ ຕອບໂຕ້ຕໍ່ພະຍາດ, ຄວາມພະຍາຍາມຕ່າງໆ ເພື່ອປົກປ້ອງ ປະຊາຊົນລາວ ແລະ ສະຫະລັດອາເມລິກາ. ນອກຈາກນັ້ນ, ສະຫະລັດອາເມລິກາ ຍັງຮ່ວມມືກັບ ລັດຖະບານ ແລະ ປະຊາຊົນລາວ ໃນຫຼາຍໂຄງການດ້ານສາທາລະນະສຸກເພື່ອສົ່ງເສີມດ້ານໂພຊະນາການ, ນໍ້າສະອາດ, ວິດຖ່າຍ ແລະ ສຸຂະອານາໄມ, ສຸຂະພາບແມ່ ແລະ ເດັກ ສະໜັບສະໜູນຄົນພິການ ແລະ ໂຄງການອາຫານສຳລັບໂຮງຮຽນ ເຊິ່ງແມ່ນໂຄງການທີ່ນໍາຜົນປະໂຫຍດມາສູ່ບັນດາຄອບຄົວທົ່ວໄປຢູ່ ສປປ ລາວ.
ການຢ້ຽມຢາມຂອງ ທ່ານ ດຣ ໂຣເບີດ ປະກອບດ້ວຍ ຫ້ອງວິເຄາະການແພດ ແລະ ຫ້ອງການສາທາລະນະສຸກຕ່າງໆ ເພື່ອເບິ່ງ ໂຄງການຝຶກອົບຮົມທີ່ສະໜັບສະໜູນໂດຍລັດຖະບານສະຫະລັດອາເມລິກາ ຈັດຂຶ້ນໃຫ້ສໍາລັບວິຊາການດ້ານສາທາລະນະສຸກ. ທ່ານໄດ້ຢ້ຽມຢາມ ໂຄງການສັກຢາກັນພະຍາດແຫ່ງຊາດ ເຊິ່ງແມ່ນສູນເກັບມ້ຽນ ແລະ ຈໍາໜ່າຍວັກຊີນທັງໝົດ ໃນ ສປປ ລາວ ເພື່ອຮຽນຮູ້ກ່ຽວກັບການລົງທຶນຂອງ CDC ເຊິ່ງໄດ້ປັບປຸງການຈັດສົ່ງວັກຊິນ ແລະ ການກຽມພ້ອມຕໍ່ພະຍາດລະບາດ ຢູ່ ສປປ ລາວ. ການນໍາໃຊ້ວັກຊີນຕ້ານພະຍາດໄຂ້ຫວັດສັດປີກ ເປັນເວລາດົນນານ ໄດ້ແມ່ນພື້ນຖານຂອງໂຄງການດ້ານສາທາລະນະສຸກ ເພື່ອປ້ອງກັນພະຍາດໄຂ້ຫວັດສັດປີກຕາມລະດູການ ແລະ ແມ່ນພາກສ່ວນສໍາຄັນຂອງການຕອບໂຕ້ພະຍາດລະບາດ. ນອກຈາກນັ້ນ, ທ່ານ ດຣ ໂຣເບີດ ຍັງໄດ້ສົນທະນາກ່ຽວກັບ ໂຄງການ “ສຸຂະພາບໜຶ່ງດຽວ” ຢູ່ທີ່ຫ້ອງວິເຄາະການແພດແຫ່ງຊາດ ເຊິ່ງແມ່ນແນວຄວາມຄິດຂອງ CDC ທີ່ເນັ້ນຍໍ້າການເຊື່ອມຕໍ່ລະຫວ່າງສຸຂະພາບຂອງປະຊາຊົນ, ສັດ ແລະ ສິ່ງແວດລ້ອມ.
ທັງສອງຝ່າຍສົນທະນາກ່ຽວກັບກອງປະຊຸມລະດັບລັດຖະມົນຕີຂອງວຽກງານຄວາມໝັ້ນຄົງດ້ານສຸຂະພາບໂລກຄັ້ງທີ່ 5 (the Global Health Security Agenda (GHSA) ເຊິ່ງແມ່ນໂຄງການລິເລີ່ມໂດຍ ທ່ານ ອີຣິກ ຮາແກນ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຂອງສະຫະລັດອາເມລິກາ ທີ່ມາຢ້ຽມຢາມ ສປປ ລາວ ໃນວັນທີ 9 ພະຈິກ. GHSA ແມ່ນຄວາມພະຍາຍາມລະດັບສາກົນໃນການສ້າງຄວາມອາດສາມາດໃຫ້ບັນດາປະເທດ ເພື່ອຊ່ວຍໃຫ້ໂລກ ມີຄວາມປອດໄພ ແລະ ປາດສະຈາກໄພຂົ່ມຂູ່ຈາກພະຍາດຊຶມເຊື້ອ ແລະ ຍົກລະດັບຄວາມໝັ້ນຄົງດ້ານສຸຂະພາບໂລກ ໃຫ້ກາຍເປັນບຸລີມະສິດແຫ່ງຊາດ ແລະ ສາກົນ. ຜ່ານມາມໍ່ນີ້, ສະຫະລັດອາເມລິກາ ຕົກລົງໃຫ້ການສະໜັບສະໜູນ 150 ລ້ານໂດລາ ແກ່ GHSA.
ໃນການຢ້ຽມຢາມລະດັບສູງຄັ້ງນີ້ ແລະ ການສະໜັບສະໜູນຂອງ ສະຫະລັດອາເມລິກາ ຕໍ່ກັບຂະແໜງສາທາລະນະສຸກ ຂອງ ສປປ ລາວ ແມ່ນດ້ານສໍາຄັນຂອງຂອງຍຸດທະສາດ ອິນໂດ-ປາຊິຟິກ ຂອງສະຫະລັດອາເມລິກາ ໄດ້ປະກອບສ່ວນດ້ານຄວາມຊຳນິຊໍານານ ແລະ ການຊ່ວຍເຫຼືອ ເພື່ອສ້າງຄວາມເຂັ້ມແຂງໃຫ້ຂະແໜງສາທາລະນະສຸກ ຂອງບັນດາຄູ່ຮ່ວມງານໃນທົ່ວພາກພື້ນ.