ນະຄອນຫຼວງວຽງຈັນ, ສປປ ລາວ – ໂດຍການສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານສາທາລະນະສຸກ ຜ່ານການສະໜັບສະໜູນ ຈາກ ສະຫະລັດອາເມລິກາ, ທ່ານນາງ ຣີນາ ບິດເຕີ, ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາລາວ ໄດ້ມອບມຸ້ງ ຈຳນວນ 174,000 ດາງ ໃຫ້ແກ່ ທ່ານ ຄຳພອນ ພຸດທະວົງ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ເຊິ່ງພິທີມອບ-ຮັບໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນວັນທີ 9 ກໍລະກົດ ທີ່ຜ່ານມາ. ມຸ້ງເຫຼົ່ານີ້ຈະໄດ້ຖືກແຈກຢາຍ ໃຫ້ແກ່ປະຊາຊົນໃນເຂດຫ່າງໃກສອກຫຼີກຂອງແຂວງ ຈຳປາສັກ, ເຊິ່ງເປັນແຂວງທີ່ຍັງພົບຜູ້ຕິດເຊື້ອມາເລເລຍສູງ.
ທ່ານນາງ ຣີນາ ບິດເຕີ ໄດ້ກ່າວວ່າ: ລັດຖະບານອາເມລິກາ ມີຄວາມພາກພູມໃຈທີ່ໄດ້ສືບຕໍ່ຮ່ວມມືກັບລັດຖະບານ ສປປລາວ ແລະ ຄູ່ຮ່ວມງານທາງດ້ານສາທາລະນະສຸກເພື່ອ ຊ່ວຍສະໜັບສະໜູນ ມອບອູປະກອນຮັກສາຊີວິດ ເພື່ອປ້ອງກັນພະຍາດມາເລເລຍ ແລະ ສະໜັບສະໜູນ ສປປລາວ ໃນການລົບລ້າງພະຍາດມາເລເລຍໃຫ້ໝົດໄປພາຍໃນປີ 2030.
ໃນໄລຍະ 10 ປີທີ່ຜ່ານມາ, ຜູ້ປ່ວຍພະຍາດມາເລເຣຍໃນລາວໄດ້ມີຈຳນວນຫຼຸດລົງຢ່າງຕໍ່ເນື່ອງ ແລະ ລັດຖະບານກໍໄດ້ເຮັດວຽກຢ່າງຕັ້ງໜ້າໃນການລົບລ້າງພະຍາດມາເລເລຍ ເຊິ່ງໄດ້ເຮັດໃຫ້ຈຳນວນກໍລະນີຜູ້ຕິດເຊື້ອຫຼຸດລົງເຖິງ 90ສ່ວນຮ້ອຍ, ເຊິ່ງຫຼຸດລົງຈາກ ຈຳນວນສູງສຸດທີ່ 50,000 ຫາ 9,000 ກໍລະນີ ໃນປີ 2018.
ມຸ້ງຈຳນວນນີ້ແມ່ນການຊ່ວຍເຫຼືອລ້າຄັ້ງຫຼ້າສຸດຂອງລັດຖະບານສະຫະລັດອາເມລິກາ ໃຫ້ແກ່ ສູນໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້ ແລະ ກະຊວງສາທາລະນະສຸກ. ການຊ່ວຍເຫຼືອດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກອົງການ USAID ໂດຍຜ່ານ ໂຄງການລິເລີ່ມມາເລເລຍຂອງປະທານາທິບໍດີສະຫະລັດອາເມລິກາ ຫຼື President’s Malaria Initiative (USAID/PMI). ລັດຖະບານອາເມລິກາ ໄດ້ໃຫ້ການສະໜັບສະໜູນແກ່ສູນໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້ ແລະ ກະຊວງສາທາລະນະສຸກ ໂດຍການມອບອຸປະກອນຊ່ວຍຊີ ວິດຈຳນວນໜຶ່ງເຊັ່ນ: ມຸ້ງເຄືອບຢາ, ຊູດບົ່ງມະຕິພະຍາດ ແລະ ການປິ່ນປົວມາເລເລຍທີ່ມີຄຸນະພາບ ເຊິ່ງອຸປະກອນເຫຼົ່ານີ້ ໄດ້ຊ່ວຍຄວບຄຸມການລະບາດ.
ລັດຖະບານອາເມລິກາເຮັດວຽກຢ່າງໃກ້ຊິດກັບກະຊວງສາທະລະນະສຸກ ເພື່ອຊອກຫາ ແລະ ຕອບສະໜອງສິ່ງທີ່ຍັງບໍ່ພຽງພໍ ແລະ ມາຮອດມື້ນີ້ ໄດ້ມອບ ແລະ ແຈກຢາຍ ມຸ້ງເຄືອບຢາທັງໝົດ 610,688 ດາງ, ຊຸດບົ່ງມະຕິພະຍາດຂັ້ນພື້ນຖານ 370,000 ຊຸດ ແລະ ການປິ່ນປົວມາເລເລຍ 111,740 ຄັ້ງ. USAID/PMI ໄດ້ມີສ່ວນຮ່ວມຫຼາຍກ່ວາ 1.9 ລ້ານ ໂດລາສະຫະລັດ ໃນດ້ານອຸປະກອນ ແລະ ການຊ່ວຍເຫຼືອທາງວິຊາການ ເພື່ອສະໜັບສະໜູນລັດຖະບານລາວໃນການ ຕໍ່ສູ້ກັບພະຍາດມາເລເລຍ.