ນະຄອນຫຼວງວຽງຈັນ, ສປປ ລາວ — ສ. ອາເມລິການໍາໜ້າສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຂະແໜງການສາທາລະນະ ສຸກ. ທ່ານ ປອ. ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳລາວ ໄດ້ມອບ ເຄື່ອງກວດເລືອດເພື່ອບົ່ງ ມະຕິ ໄຂ້ມາເລເລຍຢ່າງໄວຈຳນວນ 50,000 ຊຸດໃຫ້ແກ່ ທ່ານ ດຣ. ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃນພິທີມອບຮັບ ຄັ້ງວັນທີ່ 13 ພະຈິກ ທີ່ນະຄອນຫຼວງວຽງຈັນ. ເຄື່ອງກວດດັ່ງກ່າວແມ່ນໄດ້ມອບໃຫ້ໂດຍຜ່ານອົງການ USAID ເຊິ່ງຈະໄດ້ຖືກຈັດສົ່ງໄປບັນດາໂຮງໝໍ ແລະ ສຸກສາລາຕ່າງໆ ໃນຊຸມຊົນທີ່ຍັງມີການແຜ່ລະບາດຂອງພະຍາດ ມາເລເລຍ. ເຄື່ອງກວດຈຳນວນນີ້ແມ່ນພຽງສ່ວນນຶ່ງຂອງຈຳນວນເຄື່ອງກວດທັງໝົດ ທີ່ຫຼາຍກ່ວາທີ່ຈະມາໃນປີໜ້າ ເຊິ່ງຈະ ຊ່ວຍໃຫ້ລັດຖະບານລາວ ມີອຸປະກອນພຽງພໍໃນການຮອງຮັບກັບການລະບາດຂອງ ມາເລເລຍໃນອານາຄົດ.
ທ່ານປອ. ເຮມ໋ອນກ່າວວ່າ: ສ. ອາເມລິກາ ມີຄວາມພາກພູມໃຈທີ່ໄດ້ສືບຕໍ່ເຮັດວຽກຮ່ວມກັບ ສປປ ລາວ ແລະ ເຈົ້າໜ້າທີ່ສາທາລະນະສຸກ ຂອງພວກເຮົາ ໂດຍຜ່ານການປະກອຍສ່ວນອຸປະກອນຮັກສາຊີວິດເຫຼົ່ານີ້ ເພື່ອປ້ອງກັນການແຜ່ລະບາດ ຂອງພະຍາດມາເລເລຍ ແລະ ສະໜັບສະໜູນ ສປປ ລາວ ໃນການລົບລ້າງ ພະຍາດມາເລເລຍ ໃຫ້ໝົດໄປໃນ ສປປ ລາວ ພາຍໃນປີ 2030.
ພິທີມອບຮັບໃນມື້ນີ້ແມ່ນຕົວຢ່າງການສະໜັບສະໜູນຄັ້ງຫຼ້າສຸດໃນ ການສະກັດກັ້ນ ແລະ ຄວບຄຸມ ພະຍາດລະບາດຕ່າງໆ ລວມທັງ ໂຄວິດ 19, ມາເລເລຍ, ໂລກເອດ ແລະ ອື່ນໆ. ມາຮອດປະຈຸບັນ, ອົງການ USAID ໄດ້ມອບ ມຸ້ງຫຼາຍກ່ວາ 700,000 ດາງ, ເຄື່ອງກວດເລືອດເພື່ອບົ່ງມະຕິ ໄຂ້ມາເລເລຍຢ່າງໄວຫຼາຍກ່ວາ 500,000 ຊຸດ ແລະ ໃຫ້ຢາປິ່ນປົວມາເລເລຍຫຼາຍກ່ວາ 70,000 ຊຸດເຊິ່ງເປັນມູນຄ່າທັງໝົດຫຼາຍກ່ວາ 3.5 ລ້ານໂດລາສະຫະລັດ. ນອກຈາກນີ້, ໃນການຮັບມືກັບພະຍາດໂຄວິດ–19, ສະຫະລັດອາເມລິກາ ໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າ 7.5 ລ້ານໂດລາສະຫະລັດ ນັບແຕ່ຕົ້ນປີ 2020 ເປັນຕົ້ນມາ.
ເຄື່ອງເຫຼົ່ານີ້ ແມ່ນການຊ່ວຍເຫຼືອລ້າຄັ້ງຫຼ້າສຸດຂອງລັດຖະບານ ສະຫະລັດ ອາເມລິກາ ໃຫ້ແກ່ ສູນໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້ ແລະ ກະຊວງສາທາລະນະສຸກ. ການຊ່ວຍເຫຼືອຂອງສະຫະລັດອາເມລິກາ ໂດຍຜ່ານ U.S. President’s Malaria Initiative ຫຼື PMI ແມ່ນເນັ້ນໃສ່ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບສາທາລະນະສຸກຂອງ ສປປ ລາວ, ໂດຍສະເພາະວຽກງານການປາບປາມພະຍາດມາເລເລຍ ແລະ ພະຍາດທີ່ເກີດຈາກຍຸງ. ນີ້ແມ່ນສ່ວນໜຶ່ງ ຂອງສະຫະລັດອາເມລິກາ ເພື່ອເຮັດໃຫ້ການສະໜອງອຸປະກອນ ທາງການແພດມີຄວາມຍືນຍົງໃນບັນດາ ປະເທດໃນພາກພື້ນ ອິນໂດ–ປາຊີຟິກ.