Flag

An official website of the United States government

ສະຫະລັດ ອາເມລິກາ ໄດ້ມອບເງິນຈໍານວນ 500,000 $ ໃຫ້ແກ່ ໂຄງການອົງຄະທຽມ ແລະ ເຄື່ອງຄໍ້າຊູ ເພື່ອປັບປຸງຄວາມເປັນຢູ່ທີ່ດີ
5 ບົດອ່ານໜຶ່ງນາທີ
ເດືອນມີນາ 29, 2021

ນະຄອນຫຼວງວຽງຈັນ ປປ ລາວ – ໂດຍການສະໜັບສະໜູນທຶນຈາກ ປະເທດ ສະຫະລັດ ອາເມລິກາອົງການ ເວີລດ໌ເອດຢູເຄຊັນ ປະຈຳ ສປປ ລາວ ແລະ ໂຄງການອົງຄະທຽມ ແລະ ເຄື່ອງຄໍ້າຊູ ຫຼື ໂຄງການ COPE ໄດ້ລົງນາມຂໍ້ຕົກລົງໃນການໃຫ້ທຶນຊ່ວຍເຫຼືອລ້າ ໃນວັນທີ 28. ສໍາລັບທຶນດັ່ງກ່າວ ແມ່ນຈະຊ່ວຍດໍາເນີນກິດຈະກໍາ ຕັ້ງແຕ່ເດືອນ ເມສາ 2021 ຮອດເດືອນກໍລະກົດ ປີ 2022 ໂດຍມີມູນຄ່າ ປະມານ 500,000 ໂດລາຈາກການລົງນາມນີ້ ຈະສະໜັບສະໜູນໃຫ້ COPE ເພື່ອຊ່ວຍເຫຼືອ ສູນການແພດຟື້ນຟູໜ້າທີ່ການ ຫຼື CMR, ກະຊວງສາທາລະນະສຸກ ໃນການສະໜອງ ອົງຄະທຽມ ແລະ ເຄື່ອງຄໍ້າຊູ ທີ່ມີລາຄາເໝາະສົມ ແລະ ມີຄຸນະພາບ ເພື່ອຕອບສະໜອງ ຄວາມຕ້ອງການສະເພາະຂອງເດັກທີ່ມີຄວາມພິການທາງສະໝອງ ແລະ ບຸກຄົນອື່ນໆທີ່ມີຄວາມບົກຜ່ອງດ້ານການເຄື່ອນໄຫວໃນທົ່ວປະເທດ.

ລົງນາມໃນຂໍ້ຕົກລົງການຊ່ວຍເຫຼືອທຶນດັ່ງກ່າວໂດຍ ທ່ານ ນາງ ຊາຣ່າ ບູຣນາກີຜູ້ອຳນວຍການ ອົງການ ເວີລດ໌ເອດຢູເຄຊັນ ປະຈຳ ສປປ ລາວ ແລະ ທ່ານ ນາງ ເມດຕາ ທິບພະວົງຜູ້ຈັດການໂຄງການ COPE ໂດຍການເປັນພະຍານຂອງ ທ່ານ ປອດຣປີເຕີ ເຮມ໋ອນເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ທ່ານ ໄມໂຄ ຣອນນິ້ງຜູ້ຕາງໜ້າອົງການ ພັດທະນາສາກົນ ປະເທດສະຫະລັດ ອາເມລິກາ  ປະຈຳລາວ ຫຼື USAID.

ທ່ານເອກອັກຄະລັດຖະທູດ ປິເຕີ ເຮ່ມ໋ອນ ກ່າວວ່າສະຫະລັດອາເມລິກາ ມີຄວາມພາກພູມໃຈທີ່ຈະສືບຕໍ່ສະໜັບສະໜູນ ສປປ ລາວ ເພື່ອປັບປຸງຊີວິດການເປັນຢູ່ທີ່ດີຂອງປະຊາຊົນລາວລວມທັງຄົນທີ່ມີຄວາມພິການໃນປີນີ້ສະຫະລັດ ອາເມລິກາ ແລະ ສປປ ລາວ ກຳລັງສະເຫຼີມສະຫຼອງຄົບຮອບ 5 ປີ ແຫ່ງການຮ່ວມມືແບບກວມລວມ ລາວອາເມລິກາແລະ ການຮ່ວມມືໃໝ່ນີ້ກັບ COPE ໄດ້ຢັ້ງຢືນ ເຖິງຄຳໝັ້ນສັນຍາຂອງພວກເຮົາ.

ທຶນຊ່ວຍເຫຼືອ ແມ່ນໄດ້ຮັບການສະໜັບສະໜູນຈາກອົງການ USAID, ຈະຊ່ວຍໃຫ້ COPE ແລະ CMR ເພີ່ມການບໍລິການ ແລະ ການສະໜັບສະໜູນ ຄົນທີ່ມີຄວາມພິການ ແລະ ແກ້ໄຂຄວາມຕ້ອງການດ້ານການແພດຟື້ນຟູໜ້າທີ່ການ ຂອງປະຊາຊົນ ທີ່ນັບມື້ນັບເພີ່ມຂື້ນໃນ ສປປ ລາວ ທີ່ປະສົບກັບຄວາມຫຍຸ້ງຍາກໃນການເຄື່ອນໄຫວ ທີ່ເກີດຈາກພະຍາດລະເບີດບໍ່ທັນແຕກທີ່ຕົກຄ້າຫຼື ອຸປະຕິເຫດຕ່າງໆ.

ຂໍ້ຕົກລົງນີ້ຍັງຈະຊ່ວຍໃຫ້ COPE ສາມາດພັດທະນາຄວາມຮູ້ຄວາມສາມາດ ແລະ ທັກສະທາງດ້ານການແພດຟື້ນຟູໜ້າທີ່ການຂອງພະນັກງານ CMR ຕື່ມອີກຍົກຕົວຢ່າງໃນການປິ່ນປົວເດັກນ້ອຍທີ່ມີອາການຕີນໂງ້ງມາແຕ່ ກໍາເນີດ ແລະ ເສີມຂະຫຍາຍຄວາມອາດສາມາດໃນການວິນິໄສ ຕໍ່ກັບເດັກນ້ອຍທີ່ເປັນໂລກສະໝອງພິການ.

ສະຫະລັດ ອາເມລິກາ ໄດ້ເຮັດວຽກຢ່າງໃກ້ຊິດກັບລັດຖະບານ ແລະ ພົນລະເມືອງ ຂອງ ສ..ປ ລາວ ໃນຫຼາຍໆໂຄງການເພື່ອເສີມສ້າງຄວາມເຂັ້ມແຂງທາງດ້ານສາທາລະນະສຸກ ໃນ ສປປ ລາວໂຄງການເຫຼົ່ານີ້ແມ່ນລວມມີ ການລິເລີ່ມໄລຍະຍາວ ເພື່ອການປັບປຸງດ້ານໂພຊະນາການ ຜ່ານການໃຫ້ອາຫານໃນໂຮງຮຽນແຜນງານຕ່າງໆເພື່ອແກ້ໄຂສຸຂະພາບຂອງແມ່ ແລະ ເດັກການເອົາໃຈໃສ່ແກ້ໄຂ ແລະ ປ້ອງກັນພະຍາດຕິດຕໍ່ ແລະ ການລິເລີ່ມກິດຈະກໍາຕ່າງໆເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງຄົນທີ່ມີຄວາມພິການດີຂື້ນ.