ສະຫະລັດອາເມລິກາ ມອບມຸ້ງເພີ່ມຈຳນວນ 88,000 ດາງເພື່ອປ້ອງກັນມາເລເລຍ

ະຄອນຫຼວງວຽງຈັນ, ສປປ ລາວສະຫະລັດອາເມລິກາ ສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານສາທາລະນະສຸກ. ທ່ານ ປອ. ປີເຕີ ເຮມ໋ອນ, ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາລາວ ໄດ້ມອບມຸ້ງເຄືອບຢາ ຈໍານວນ 88,000 ດາງ ໃຫ້ແກ່ ທ່ານ ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ເຊິ່ງພິທີມອບຮັບໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນວັນທີ 17 ກໍລະກົດ ທີ່ຜ່ານມາ. ມຸ້ງເຫຼົ່ານີ້ຈະໄດ້ຖືກແຈກຢາຍໃຫ້ແກ່ປະຊາຊົນໃນເຂດຫ່າງໃກສອກຫຼີກ, ໂດຍສະເພາະແມ່ນບ່ອນທີ່ຍັງພົບຜູ້ຕິດເຊື້ອມາເລເລຍສູງ.

ທ່ານ ປອ. ປີເຕີ ເຮມ໋ອນ ໄດ້ກ່າວວ່າ: ສະຫະລັດອາເມລິກາ ມີຄວາມພາກພູມໃຈທີ່ໄດ້ສືບຕໍ່ຮ່ວມມືກັບ ສປປລາວ ແລະ ຄູ່ຮ່ວມງານທາງດ້ານສາທາລະນະສຸກເພື່ອຊ່ວຍສະໜັບສະໜູນມອບອຸປະກອນຮັກສາຊີວິດເພື່ອປ້ອງກັນພະຍາດມາເລເລຍ ແລະ ສະໜັບສະໜູນສປປລາວໃນການລົບລ້າງພະຍາດມາເລເລຍໃຫ້ໝົດໄປພາຍໃນປີ 2030.

ໃນໄລຍະ 10 ປີທີ່ຜ່ານມາ, ຜູ້ປ່ວຍພະຍາດມາເລເຣຍໃນລາວໄດ້ມີຈຳນວນຫຼຸດລົງຢ່າງຕໍ່ເນື່ອງ ແລະ ລັດຖະບານກໍໄດ້ເຮັດວຽກຢ່າງຕັ້ງໜ້າໃນການລົບລ້າງພະຍາດມາເລເລຍ ເຊິ່ງໄດ້ເຮັດໃຫ້ຈຳນວນກໍລະນີຜູ້ຕິດເຊື້ອຫຼຸດລົງເຖິງ 90 ສ່ວນຮ້ອຍ, ເຊິ່ງຫຼຸດລົງຈາກ ຈຳນວນສູງສຸດທີ່ 50,000 ໃນປີ 2014 ຫາ 6,593 ກໍລະນີ ໃນປີ 2018.

ມຸ້ງຈຳນວນນີ້ແມ່ນການຊ່ວຍເຫຼືອລ້າຄັ້ງຫຼ້າສຸດຂອງລັດຖະບານສະຫະລັດອາເມລິກາ ໃຫ້ແກ່ ສູນໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້  ແລະ ກະຊວງສາທາລະນະສຸກ. ການຊ່ວຍເຫຼືອດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກອົງການ USAID ໂດຍຜ່ານ ໂຄງການລິເລີ່ມມາເລເລຍຂອງປະທານາທິບໍດີສະຫະລັດອາເມລິກາ ຫຼື President’s Malaria Initiative (USAID/PMI). PMI ໄດ້ໃຫ້ການຊ່ວຍເຫຼືອເພື່ອສ້າງຄວາມເຂັ້ມແຂງໃຫ້ທາງລະບົບສາທາລະນະສຸກໂດຍສະເພາະແມ່ນ ເນັ້ນໃສ່ການປາບປາມພະຍາດມາເລເລຍ. ນີ້ເປັນສ່ວນນຶ່ງຂອງການຊ່ວຍເຫຼືອທັງໝົດຂອງສະຫະລັດອາເມລິກາ ທີ່ໃຫ້ການສະໜັບ ສະໜູນ ກ່ຽວກັບອຸປະກອນທາງການແພດໃນໂຂງເຂດອິນໂດປາຊີຟິກ.

ພິທີມອບຮັບໃນຄັ້ງນີ້ ແມ່ນພຽງນຶ່ງໃນບັນດາຕົວຢ່າງການຊ່ວຍເຫຼືອລ້າຂອງສະຫະລັດອາເມລິກາໃຫ້ແກ່ລັດຖະບານລາວ ໃນການ ຮັບມືກັບບັນດາພະຍາດລະບາດຕ່າງໆ ລວມທັງ ໂຄວິດ-19, ມາເລເລຍ, ພະຍາດຕິດຕໍ່ທາງເພດສຳພັນ ແລະ ອື່ນໆ. ລັດຖະບານອາເມລິກາ ເຮັດວຽກຢ່າງໃກ້ຊິດກັບກະຊວງສາທະລະນະສຸກ ເພື່ອຊອກຫາ ແລະ ຕອບສະໜອງສິ່ງທີ່ຍັງບໍ່ພຽງພໍ ແລະ ມາຮອດມື້ນີ້ ໄດ້ມອບ ແລະ ແຈກຢາຍ ມຸ້ງເຄືອບຢາທັງໝົດ 700,000 ດາງ, ຊຸດບົ່ງມະຕິພະຍາດຂັ້ນພື້ນຖານ 470,000 ຊຸດ ແລະ ການປິ່ນປົວມາເລເລຍ 112,000 ຄັ້ງ.