ນະຄອນຫຼວງວຽງຈັນ, ສປປ ລາວ — ປະເທດສະຫະລັດອາເມລິກາ ສືບຕໍ່ການສະໜັບສະໜູນ ໃຫ້ແກ່ ສປປ ລາວ ໃນການຕໍ່ສູ້ກັບ ມາລາເລຍ. ໃນວັນທີ 5 ມັງກອນ 2023, ທ່ານ ດຣ. ເຄວິນ ສະມິດ, ຮັກສາການ ຜູ້ຕ່າງໜ້າອົງການພັດທະນາສາກົນ ປະເທດ ສະຫະລັດ ອາເມລິກາ ຫຼື USAID ໄດ້ມອບມຸ້ງເຄືອບຢາຍາວນານ ຈໍານວນ 70,000 ດາງ, ມູນຄ່າ 133,000 ໂດລາສະຫະລັດ ແລະ ອຸປະກອນ ຫ້ອງວິເຄາະ ແມງໄມ້ວິທະຍາ ມູນຄ່າລວມກັນ 27,486 ດອນລ້າ ສະຫະລັດ ໃຫ້ແກ່ ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດທະມົນຕີກະຊວງສາທາລະນະສຸກ ໃນພິທີມອບຮັບ ເຊິ່ງຈັດຂຶ້ນທີ່ນະຄອນຫຼວງວຽງຈັນ. ອຸປະກອນ ມູນຄ່າລວມ 160 486 ນີ້ແມ່ນສ່ວນໜຶ່ງຂອງການສືບຕໍ່ຊ່ວຍເຫຼືອຂອງ ສ. ອາເມລິກາ ໃຫ້ແກ່ ສປປ ລາວ ໃນການບັນລຸເປົ້າໝາຍແຫ່ງຊາດເພື່ອລົບລ້າງພະຍາດໄຂ້ມາລາເລຍ.
ມຸ້ງເຄືອບຢາຍາວນານ ແມ່ນໄດ້ຮັບທຶນການສະໜັບສະໜູນໂດຍ ອົງການ USAID ໂດຍຜ່ານ U.S. President’s Malaria Initiative ຫຼື PMI ຈະຖືກແຈກຢາຍໄປໃຫ້ຄອບຄົວ ໂດຍສ່ວນໃຫຍ່ແມ່ນ ແມ່ຍິງຖືພາ ແລະ ຊຸມຊົນທີ່ມີຄວາມສ່ຽງ ແລະ ມີຄວາມຕ້ອງການສູງ. 6 ແຂວງພາກໃຕ້ ທີ່ພົບວ່າຍັງມີກໍລະນີຂອງໄຂ້ມາລາເລຍສູງ ຈະໄດ້ຮັບມຸ້ງເປັນອັດຕາສ່ວນຫຼາຍ. ອຸປະກອນ ຫ້ອງວິເຄາະ ແມງໄມ້ວິທະຍາ ຈະຖືກນຳໃຊ້ເພື່ອສ້າງ ຄວາມເຂັ້ມແຂງ ໃຫ້ລະບົບເຝົ້າລະວັງ ແມງໄມ້ວິທະຍາ ໂຄງການຄວບຄຸມພະຍາດມາລາເລຍແຫ່ງຊາດ ຂອງ ກະຊວງສາທາລະນະສຸກ. ການສະໜັບສະໜູນຈາກ ສ. ອາເມລິກາ ເທື່ອນີ້ຈະຊ່ວຍ ລັດຖະບານ ສປປ ລາວ ປົກປ້ອງ ແມ່ຍິງຖືພາ ແລະ ຮັບປະກັນວ່າ ມຸ້ງມີໃນສາງ ໃນກໍລະນີ ມີການລະບາດ ທີ່ບໍ່ສາມາດຄາດການໄດ້.
ທ່ານ ດຣ. ເຄວິນ ກ່າວວ່າ: ການເປັນຄູ່ຮ່ວມງານ ລະຫວ່າງ ສປປ ລາວ ແລະ ປະເທດສະຫະລັດອາເມລິກາ ແມ່ນສຳຄັນຫຼາຍ. ປະເທດສະຫະລັດອາເມລິກາ ຄິດສະເໝີວ່າ ການຊ່ວຍເຫຼືອທາງດ້ານສາທາລະນະສຸກ ແມ່ນໃຈກາງສໍາຄັນ ພາຍໃຕ້ການຮ່ວມມືແບບກວມລວມລາວອາເມລິກາ. ພວກເຮົາ ພູມໃຈ ທີ່ໄດ້ສືບຕໍ່ ເຮັດວຽກຮ່ວມກັບ ລັດຖະບານ ສປປ ລາວ ແລະ ຄູ່ຮ່ວມງານສາທາລະນະສຸກ ທຸກພາກສ່ວນ ຜ່ານການປະກອບສ່ວນ ພັດສະດຸ ຮັກສາຊີວິດ ແລະ ອຸປະກອນຫ້ອງວິເຄາະ ເຫຼົ່ານີ້ ໃນການລົບລ້າງ ພະຍາດມາລາເລຍ ໃຫ້ໝົດໄປໃນ ສປປ ລາວ ພາຍໃນປີ 2030.
ພິທີມອບຮັບໃນມື້ນີ້ແມ່ນຕົວຢ່າງການສະໜັບສະໜູນຄັ້ງຫຼ້າສຸດໃນ ການຕໍ່ສູ້ຕ້ານກັບ ແລະ ການລົບລ້າງ ພະຍາດລະບາດມາລາເລຍ. ໃນໄລຍະ 10ປີທີ່ຜ່ານມາ, ອົງການ USAID ໄດ້ໃຫ້ ການຊ່ວຍເຫຼືອທາງດ້ານວິຊາການ, ອຸປະກອນຫ້ອງທົດລອງ, ມຸ້ງຫຼາຍກ່ວາ 1,100,000 ດາງ, ເຄື່ອງກວດເລືອດເພື່ອບົ່ງມະຕິ ໄຂ້ມາລາເລຍຢ່າງໄວ 1,000,000 ຊຸດ ແລະ ໃຫ້ຢາປິ່ນປົວມາລາເລຍເຊິ່ງເປັນມູນຄ່າທັງໝົດຫຼາຍກ່ວາ 5.2 ລ້ານໂດລາສະຫະລັດ.
ການຊ່ວຍເຫຼືອດ້ານການພັດທະນາ ຂອງ ສ. ອາເມລິກາ ຍາວນານ ຫຼາຍກ່ວາ ໜຶ່ງທົດສະຫວັດທີ່ ຜ່ານມາໃນຫຼາຍຂົງເຂດ. ໃນຂົງເຂດສາທາລະນະສຸກ, ອົງການ USAID ໄດ້ສະໜັບສະໜູນ ສປປລາວ ໃນການສູ້ກັບພະຍາດລະບາດຕ່າງໆ, ປັບປຸງວຽກງານແມ່ ແລະ ເດັກ, ແລະ ວຽກງານໂພສະນາການ ແລະ ຊ່ວຍເຫຼືອໃຫ້ຜູ້ທີ່ມີຄວາມພິການ ສາມາດໃຊ້ຊິວິດໄດ້ເຕັມຂີດຄວາມສາມາດຂອງເຂົາ.