ສະຫະລັດອາເມຣິກາ ໃຫ້ການຊ່ວຍເຫລືອດ້ານການຝຶກອົບຮົມຫລັກສູດ ການພັດທະນາລະບົບຮັກສາສຸຂະພາບ ແລະ ພາກປະຕິບັດທີ່ດີທີ່ສຸດ

ສະຖານທູດສະຫະລັດອາເມລິກາ ຮ່ວມກັບ ສູນບັນຊາການກອງທັບສະຫະລັດ ປະຈຳພາກພື້ນປາຊີຟິກ ແລະ ສະຖາບັນການແພດກະຊວງປ້ອງກັນຊາດສະຫະລັດ, ໂດຍການ ຮ່ວມມືກັບກະຊວງສາທາລະນະສຸກ ແລະ ກະຊວງປ້ອງກັນປະເທດ ຂອງ ສປປ ລາວ ໄດ້ໃຫ້ ການຊ່ວຍເຫລືອຈັດການຝຶກອົບຮົມຫລັກສູດການພັດທະນາລະບົບຮັກສາສຸຂະພາບ ແລະ ພາກປະຕິບັດທີ່ດີທີ່ສຸດ.

ການຝຶກອົບຮົມດັ່ງກ່າວແມ່ນໄດ້ຈັດຂື້ນຢູ່ທີ່ນະຄອນຫລວງວຽງຈັນ, ນັບແຕ່ ວັນທີ 24-28 ກໍລະກົດ 2017.

ຫລັກສູດການພັດທະນາລະບົບຮັກສາສຸຂະພາບແມ່ນໄດ້ເລັ່ງໃສ່ວິທີການຕ່າງໆເພື່ອປັບປຸງການເຂົ້າເຖິງ ແລະ ການໄດ້ຮັບຜົນປະໂຫຍດຂອງຄົນເຈັບໂດຍຜ່ານການໃຫ້ການສຶກສາໃນດ້ານສິດທິທີ່ຈະໄດ້ຮັບໃນການດູແລ, ຄວາມເປັນພິການ ແລະ ຄວາມເໝາະສົມ, ການບໍລິຫານຈັດການຂໍ້ມູນດ້ານການຮັກສາສຸຂະພາບ, ການບໍລິຈາກອະໄວຍະວະ ແລະ ເນື້ອເຍື້ອ, ກໍລະນີຂອງຜູ້ເສຍຊີວິດ, ການຕຽມຄວາມພ້ອມຕອບໂຕໄພພິບັດ, ການບັນຊາ ແລະ ການຄວບຄຸມເຫດການ ແລະ ການເຄື່ອນໄຫວຂອງຄົນເຈັບ.

ການຝຶກອົບຮົມເປັນເວລາ 5 ວັນນີ້ ຈະເປີດໂອກາດໃຫ້ບັນດານັກວາງແຜນຂັ້ນສູງຝ່າຍທະຫານແລະພົນລະເຮືອນຂອງລາວໄດ້ຮ່ວມກັບຜູ້ຊ່ຽວຊານດ້ານສຸຂະພາບຈາກສະຖາບັນການແພດກະຊວງປ້ອງກັນຊາດສະຫະລັດ ປະຕິບັດງານຮ່ວມກັນ ໃນການພັດທະນານະໂຍບາຍແລະຂັ້ນຕອນຕ່າງໆໃນການຄຸ້ມຄອງບໍລິຫານຄົນເຈັບຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ, ຊຶ່ງຈະເປັນການປະກອບອັນສຳຄັນເຂົ້າໃນການເສີມຂະຫຍາຍຂີດຄວາມສາມາດໃນການຮັກສາພະບາບານຂອງໂຮງໝໍຕ່າງໆ ເພື່ອໃຫ້ການຮັກສາສຸຂະພາບທີ່ມີຄຸນນະພາບແກ່ປະຊາກອນເປົ້າໝາຍ.

ການຝຶກອົບຮົມຫລັກສູດການພັດທະນາລະບົບຮັກສາສຸຂະພາບ ແລະ ພາກປະຕິບັດທີ່ດີທີ່ສຸດນີ້ ແມ່ນການສືບຕໍ່ຈາກຜົນສຳເລັດຂອງກອງປະຊຸມຝຶກອົບຮົມວາງແຜນດ້ານການພັດທະນາລະບົບຮັກສາສຸຂະພາບ ແລະ ພາກປະຕິບັດທີ່ດີທີ່ສຸດ, ຊຶ່ງໄດ້ຈັດຂື້ນຢູ່ສະຖານທູດສະຫະລັດອາເມລິກາ ທີ່ຈະຄອນຫລວງວຽງຈັນ, ໃນເດືອນເມສາ 2017.