Flag

An official website of the United States government

ສ.ອາເມລິກາ ມອບເງິນຊ່ວຍເຫຼືອ ສປປ ລາວ ໃນການຈັດຊື້ອຸປະກອນ ແລະ ເຝິກອົບຮົມ ເພື່ອຕອບໂຕ້ ພະຍາດໂຄວິດ-19
1 ບົດອ່ານໜຶ່ງນາທີ
ເດືອນກັນຍາ 1, 2021

ນະຄອນຫຼວງວຽງງຈັນສປປ ລາວ — ໃນວັນທີ 18 ສິງຫາ 2021 ທີ່ຜ່ານມາ ທ່ານ ນາງ ຈອຍ ມິຊິໂກະ ຊາກຸໄຣ, ຮອງທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ມອບ ອຸປະກອນ ແລະ ເຄື່ອງຮັບໃຊ້ ສໍາລັບ ຫ້ອງປະຕິບັດງານເຫດການສຸກເສີນດ້ານສາທາລະນະສຸກ ແລະ ຈຸດຜ່ານແດນສາກົນ ລວມມູນຄ່າຫຼາຍກວ່າ 180,000 ໂດລາສະຫະລັດ ໃຫ້ແກ່ ກະຊວງສາທາລະນະສຸກ ເພື່ອສະໜັບສະໜູນ ຊ່ວຍເຫຼືອ ສປປ ລາວ ໃນການຕອບໂຕ້ການລະບາດພະຍາດໂຄວິດ-19 ແລະ ພະຍາດຕິດຕໍ່ອື່ນໆ. ພິທີການ ມອບ-ຮັບ ດັ່ງກ່າວແມ່ນຈັດຂຶ້ນທີ່ກະຊວງສາທາລະນະສຸກ ໂດຍການເຂົ້າຮ່ວມຂອງ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍ  ເຈົ້າໜ້າທີ່ອາວຸໂສຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມໃນພິທີ.

ອຸປະກອນ ແລະ ເຄື່ອງຮັບໃຊ້ ດັ່ງກ່າວ ແມ່ນຈະຖືກນຳໃຊ້ເພື່ອສະໜັບສະໜູນ ວຽກງານການຕອບໂຕ້ການລະບາດຂອງພະຍາດ ໂຄວິດ-19 ຢູ່ສູນປະຕິບັດງານເຫດການສຸກເສີນດ້ານສາທາລະນະສຸກ (EOC) ໃນ 13 ແຂວງ ເປົ້າໝາຍ ແລະ ຈຸດຜ່ານແດນສາກົນ  20 ແຫ່ງ ໃນຂອບເຂດທົ່ວປະເທດ, ແນ່ໃສ່ ປັບປຸງຄວາມອາດສາມາດລະດັບຊາດ ໃນການຕິດຕາມ ແລະ ປະສານງານ ວຽກງານຕອບໂຕ້ ພະຍາດໂຄວິດ ເຊິ່ງລວມມີ ອຸປະກອນລາຍງານ ແລະ ອຸປະກອນຕິດຕາມອື່ນໆ.

ທ່ານ ຮອງທູດສະຫະລັດອາເມລິກາ ໄດ້ກ່າວວ່າ: “ອຸປະກອນ ແລະ ເຄື່ອງໃຊ້ດັ່ງກ່າວ ແມ່ນມາຈາກການສະໜັບສະໜູນຂອງລັດຖະບານ ສະຫະລັດອາເມລິກາ ໂດຍຜ່ານ ສູນຄວບຄຸມ ແລະ ປ້ອງກັນພະຍາດ ສະຫະລັດອາເມລິກາ (US CDC) ທີ່ໄດ້ເຮັດວຽກຮ່ວມກັບ ກະຊວງສາທາລະນະສຸກລາວ ເປັນເວລາ ເກືອບສອງທົດສະວັດ. ແລະ ປີນີ້ ແມ່ນປີແຫ່ງການສະເຫຼີມສະຫຼອງຄົບຮອບ 5 ປີສາຍພົວພັນແບບກວມລວມ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ, ສະຫະລັດອາເມລິກາພູມໃຈເປັນຢ່າງຍິ່ງທີ່ຈະສືບຕໍ່ໃຫ້ການສະໜັບສະໜູນພວກທ່ານ ແລະ ກະຊວງສາທາລະນະສຸກ ໃນການປົກປ້ອງ ປະຊາຊົນລາວ ຈາກພະຍາດຕິດຕໍ່ ລວມເຖິງ ພະຍາດໂຄວິດ-19.”

US CDC ໃຫ້ການສະໜູບສະໜູນ 3,6 ລ້ານ ໂດລາ ເພື່ອນຳໃຊ້ ໃນໄລຍະເວລາສອງປີ, ທຶນຊ່ວຍເຫຼືອດັ່ງກ່າວ ແມ່ນເນັ້ນໃສ່ສະໜັບສະໜູນການສ້າງຂີດຄວາມສາມາດ ໃນການກວດຫາການສົ່ງຕໍ່ພະຍາດໂຄວິດ-19 ໃນທ້ອງຖິ່ນ ແລະ ສະໜອງຂໍ້ມູນທີ່ເປັນປະໂຫຍດ ໃຫ້ແກ່ ພະນັກງານສາທາລະນະສຸກໃນການວາງແຜນຢ່າງມີປະສິດທິພາບ ແລະ ຈັດຕັ້ງປະຕິບັດ ມາດຕະການ ຄວບຄຸມ ແລະ ປ້ອງກັນທີ່ເໝາະສົມ. ການສະໜັບສະໜູນນີ້ແມ່ນຈະຄວບຄຸມ 6 ຂົງເຂດບູລິມະສິດ ລວມມີ ການເຝົ້າລະວັງ;  ຫ້ອງວິເຄາະ/ການກວດຫາເຊື້ອ; ການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ ຢູ່ໃນສະຖານທີ່ບໍລິການສາທາລະນະສຸກ; ການປະຕິບັດງານເຫດການສຸກເສີນ; ວຽກງານສາທາລະນະສຸກຕາມດ່ານຊາຍແດນ ແລະ ຫຼຸດຜ່ອນຄວາມສ່ຽງໃນຊຸມ; ແລະ ການກະກຽມວັກຊີນ ແລະ ການປ້ອງກັນພະຍາດ.