ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳລາວ, ທ່ານ ນາງ ເຣນາ ບິດເຕີ ໄດ້ມອບ ສູນເລືອດ ຫລັງໃໝ່ຢູ່ແຂວງຈຳປາສັກ ໃຫ້ແກ່ທ່ານຮອງເຈົ້າແຂວງ ແຂວງຈຳປາສັກ, ທ່ານ ສົມສະໜິດ ບຸດທິວົງ, ເຊິ່ງພິທີມອບໄດ້ຈັດຂື້ນຢ່າງເປັນທາງການໃນວັນທີ 12 ມັງກອນ 2017.
ສູນເລືອດຫລັງໃໝ່ແຫ່ງນີ້, ຈະໄດ້ໃຫ້ການບໍລິການເລືອດສຸກເສີນແກ່ປະຊາຊົນໃນບັນດາແຂວງພາກໃຕ້. ໃນເດືອນກັນຍາ 2016, ທ່ານປະ ທານນາທິບໍດີ ບາຣັກ ໂອບາມາ ແລະ ທ່ານປະທານປະເທດ ບຸນຍັງ ວໍລະຈິດ ໄດ້ລົງນາມກ່ຽວກັບຄູ່ຮ່ວມມືແບບກວມລວມລະຫວ່າງ ສະຫະລັດ ອາເມຣິກາ ແລະ ສປປ ລາວ ເພື່ອເພີ່ມທະວີສາຍພົວພັນໃຫ້ສູງຂື້ນກວ່າເກົ່າ. ບົນຈິດໃຈການຮ່ວມມືຂອງພວກເຮົາໃນໄລຍະໃໝ່, ສູນເລືອດດັ່ງກ່າວຈະປະກອບສ່ວນເຮັດໃຫ້ສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວດີຂື້ນ.
ໃນພິທີເປີດ, ທ່ານ ເອກອັກຄະລັດຖະທູດ ບິດເຕີ ໄດ້ເວົ້າກ່ຽວກັບການຮ່ວມມືຂອງໂຄງການຊ່ວຍເຫຼືອທາງດ້ານມະນຸດສະທຳລະຫວ່າງ ສະຫະລັດອາເມຣິກາ ແລະ ລັດຖະບານ ສປປ ລາວ. ທ່ານໄດ້ ກ່າວວ່າ: ສູນເລືອດແຫ່ງນີ້ແມ່ນສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນ ແລະ ການປະກອບສ່ວນເຂົ້າໃນການພັດທະນາດ້ານພື້ນຖານໂຄງລ່າງຂອງ ສປປ ລາວ ແລະ ຄຸນະພາບຊີວິດຂອງປະຊາຊົນລາວ ແລະ ຍັງເປັນການຕາງຫນ້າໃຫ້ແກ່ປະຊາຊົນຄົນອາເມຣິກາ ເພື່ອມອບສູນເລືອດແຫ່ງນີ້ໃຫ້ແກ່ ປະຊາຊົນລາວ ແລະ ລັດຖະບານແຫ່ງ ສປປ ລາວ.
ສະຖານທູດ ສະຫະລັດອາເມຣິກາ, ພາຍໃຕ້ການປະສານງານກັບ ສູນບັນຊາການ ກອງທັບສະຫະລັດອາເມຣິກາ ປະຈຳພາກພື້ນ ປາຊິຟິກ (USPACOM), ໄດ້ສະໜອງໂຄງການຊ່ວຍເຫລືອດ້ານມະນຸດສະທຳ ໃນເຂດຊົນນະບົດຂອງລາວ ເປັນເວລາຫລາຍກວ່າ 15 ປີ, ລວມມີ ໂຮງຮຽນ, ສຸກສາລາ, ໂຮງໝໍ, ລະບົບຊົນລະປະທານ ແລະ ລະບົບນ້ຳສະອາດ. ສູນເລືອດຫລັງນີ້ແມ່ນໜຶ່ງໃນຫລາຍໆໂຄງການຊ່ວຍເຫລືອດ້ານມະນຸດສະທຳເພື່ອການກໍ່ສ້າງພື້ນຖານໂຄງລ່າງທີ່ສຳຄັນຊຶ່ງໄດ້ສຳເລັດໃນປີຜ່ານມາ, ເຊິ່ງມີມູນຄ່າລວມທັງໝົດຫລາຍກວ່າ 850,000 ໂດລາສະຫະລັດ.
ໂຄງການດັ່ງກ່າວນີ້ແມ່ນສ່ວນໜຶ່ງຂອງການສືບຕໍ່ການຮ່ວມມື ແລະ ປະຕິບັດງານຮ່ວມກັນລະຫວ່າງ ລັດຖະບານສະຫະລັດ ອາເມຣິກາ ແລະ ລັດຖະບານແຫ່ງ ສປປ ລາວ, ໃນການປັບປຸງພັດທະນາລະບົບການການສຶກສາ ແລະ ສາທາລະນະສຸກ ຢູ່ໃນ ສປປ ລາວ ໃຫ້ນັບມື້ນັບດີຂື້ນ ເພື່ອປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ.