ສະຫະລັດອາເມລິກາ ໄດ້ມອບໂຮງໜໍໃໝ່ຢູ່ແຂວງສາລະວັນ ແລະ ສຸກສາລາຫລັງໃໝ່ຢູ່ແຂວງເຊກອງ

ສະຖານທູດສະຫະລັດອາເມລິກາ ແລະ ສູນບັນຊາການກອງທັບສະຫະລັດປະຈໍາພາພື້ນປາຊີຟິກ ໄດ້ມອບຮັບໂຮງໝໍເມືອງຫລັງໃໝ່ຈຳນວນສາມແຫ່ງ ແລະ ສຸກສາລາໃໝ່ໜຶ່ງແຫ່ງຢ່າງເປັນ ທາງການໃຫ້ແກ່ບັນດາເມືອງຕຸ້ມລານ, ເມືອງສະຫມ້ວຍ ແຂວງສາລະວັນ ແລະ ເມືອງທ່າແຕງ ແຂວງເຊກອງ. ພິທີມອບຮັບຢ່າງເປັນທາງການນີ້ໄດ້ຈັດຂື້ນໃນວັນທີ 27 ກຸມພາ 2018 ທີ່ເມືອງ ຕຸ້ມລານ ແລະ ເມືອງ ທ່າແຕງ ແລະ ໃນວັນທີ 28 ກຸມພາ 2018 ຢູ່ທີ່ເມືອງສະໝ້ວຍ.

ແຕ່ລະໂຄງການຂອງກໍ່ສ້າງໂຮງໝໍເມືອງ ແລະ ສຸກສາລາຫລັງໃໝ່ເຊີ່ງຕັ້ງຢູ່ບໍລິເວນພື້ນທີ່ເກົ່າ ທີ່ຍັງມີການນຳໃຊ້ ແລະ ໃຫ້ບໍລິການຢູ່ໃນປະຈຸບັນ. ບັນດາຕືກອາຄານຫລັງໃໝ່ນີ້ຈະຊ່ວຍເສີມຂະຫຍາຍ ຄວາມອາດສາມາດໃນການໃຫ້ບໍລິການຂອງພະແນກສາທາລະນະສຸກແຂວງກໍ່ຄືໃຫ້ແກ່ປະຊາຊົນຢູ່ທັງ ສອງແຂວງດັ່ງກ່າວ. ເຊີ່ງມູນຄ່າການກໍ່ສ້າງຂອງໂຄງນີ້ລວມກັນແລ້ວແມ່ນຫລາຍກວ່າສອງລ້ານໂດລາສະຫະລັດ.

ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ເປັນກຽດ ເຂົ້າຮ່ວມໃນພິທີມອບຮັບໂຮງໝໍເມືອງຫລັງໃໝ່ຢູ່ທີ່ເມືອງຕຸ້ມລານພ້ອມດ້ວຍທ່ານເຈົ້າແຂວງ ແຂວງສາ ລະວັນ ພະນະທ່ານ ສີສຸວັນ ວົງຈອມສີ ແລະ ຢູ່ທີ່ເມືອງທ່າແຕງ ໂດຍທ່ານເຈົ້າແຂວງ ແຂວງເຊກອງ ພະນະທ່ານ ຄຳເຜີຍ ບຸດດາວຽງ.

ໂຄງການເລົ່ານີ້ແມ່ນໄດ້ຖຶກສ້າງຂື້ນບໍ່ພຽງແຕ່ຊ່ວຍເຫລືອປະຊາຊົນລາວເທົ່ານັ້ນແຕ່ຍັງເປັນການຊ່ວຍເຫລືອ ສປປ ລາວ ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ. ທ່ານນາງ ຣີນາ ບິດເຕີ ໄດ້ກ່າວວ່າ: ຂ້າພະເຈົ້າເຊື່ອວ່າໂຄງການຕ່າງໆເລົ່ານີ້ຈະສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ໃຫ້ແໜ້ນແຟ້ນ ຂື້ນກວ່າເກົ່າ, ແລະ ຈະເປັນການປັບປຸງຄຸນນະພາບຊີວິດຂອງປະຊາຊົນລາວໃນທົ່ວປະເທດອີກດ້ວຍ.

ໃນພິທີມອບຮັບຢູ່ທີ່ເມືອງສະໝ້ວຍ ແຂວງສາລະວັນ ກໍ່ໄດ້ມີບັນດາເຈົ້າໜ້າທີ່ອາວຸໂສຈາກທາງແຂວງ ແລະ ເມືອງ ຜູ້ຕາງໜ້າຂອງ ສປປ ລາວ ຈາກກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ ແລະ ຕາງໜ້າໃຫ້ແກ່ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ໂດຍທ່ານ ພັນໂທ ໂທມັດ ບູຈີລ້ອນ ເຈົ້າໜ້າທີ່ອາວຸໂສຝ່າຍປ້ອງກັນຊາດ ແລະ ທູດທະຫານ ພ້ອມດ້ວຍພະນັກງານຂອງສະຖານ ເອກອັກຄະລັດຖະທູດສະຫະລັດອາເມລິກາເປັນກຽດເຂົ້່າຮ່ວມ.

ໂຄງການເລົ່ານີ້ແມ່ນສ່ວນໜຶ່ງຂອງການສືບຕໍ່ການຮ່ວມມື ແລະ ປະຕິບັດງານຮ່ວມກັນລະຫວ່າງ ສູນບັນຊາການກອງທັບສະຫະລັດ ປະຈໍາພາກພື້ນປາຊີຟິກ , ກະຊວງສາທາລະນະສຸກ ແລະ ກະຊວງ ປ້ອງກັນປະເທດ ໃນການປັບປຸງ ແລະ ພັດທະນາລະບົບສາທາລະນະສຸກ ຢູ່ໃນ ສປປ ລາວ ໃຫ້ນັບມື້ນັບດີຂື້ນ ເພື່ອປະກອບສ່ວນເພື່ອໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ.