ສະຫະລັດ ອາເມລິກາ ມອບສຸກສາລາ ຫລັງໃໝ່ ໃຫ້ແກ່ ແຂວງ ຊຽງຂວາງ

United States Deputy Chief of Mission to the Lao PDR Michael Kleine presented a new Village Clinic to The Vice Governor of Xiengkhouang Province, HE Mr. Buasone Sinouanthong during a handover ceremony on May 12, 2016 in Xiengkhouang Province.

ທ່ານ ໄມໂຄ ຄລາຍ ຮອງທູດສະຫະລັດອາເມລິກາປະຈຳ ສປປ ລາວ ໄດ້ມອບສຸກສາລາຫລັງໃໝ່ ຢ່າງເປັນທາງການ ໃຫ້ແກ່ ທ່ານຮອງເຈົ້າແຂວງໆຊຽງຂວາງ ທ່ານ ບົວສອນ ສີນວນທອງ ໃນພິທີ ມອບ-ຮັບ ທີ່ໄດ້ຈັດຂື້ນໃນວັນທີ 12 ພຶດສະພາ 2016 ທີ່ແຂວງ ຊຽງຂວາງ. ສຸກສາລາຫຼັງນີ້ຕັ້ງຢູ່ ເມືອງໜອງແຮດ. ໂຄງການຊ່ວຍເຫລືອຂອງສະຫະລັດອາເມລິກາດັ່ງກ່າວມີມູນຄ່າ $589,473 ໂດລາ ສະຫະລັດ, ເຊີ່ງທີ່ຕັ້ງ ຂອງສຸກສາລາໃໝ່ຫຼັງນີ້ແມ່ນຢູ່ໃນບໍລິເວນສຸກສາເກົ່າທີ່ເຄີຍໃຫ້ການບໍລິການໃນໄລຍະຜ່ານມາ

ສຸກສາລາໃໝ່ຫຼັງນີ້ຈະຊ່ວຍປັບປຸງຄວາມສາມາດຂອງທັງຫ້ອງການສາທາລະນະສຸກເມືອງ ແລະ ແຂວງໃນ ການໃຫ້ບໍລິການ ປິ່ນປົວສຸຂະພາບຂອງປະຊາຊົນເມືອງໜອງແຮດ ແຂວງຫົວພັນ

ຢູ່ໃນບົດປາໄສຂອງທ່ານຮອງທູດ, ທ່ານໄດ້ກ່າວວ່າ ພວກເຮົາມີຄວາມພາກພູມໃຈທີ່ໄດ້ເຮັດວຽກໂດຍ ການຮ່ວມມືກັບລັດຖະບານຂອງ ສປປ ລາວ ເພື່ອຈະຊ່ວຍປັບປຸງ ແລະ ສະໜອງສິ່ງອຳນວຍຄວາມສະ ດວກເຂົ້າໃນດ້ານສາທາລະນະສຸກທົ່ວປະເທດໃຫ້ດີຂື້ນ”

ທ່ານຮອງທູດ ໄດ້ມອບສຸກສາລາ ດັ່ງກ່າວນີ້ ໃຫ້ແກ່ປະຊາຊົນແຂວງຊຽງຂວາງ ໂດຍຕາງໜ້າໃຫ້ແກ່ປະຊາຊົນ ອາເມຣິກາ ເພື່ອເປັນສັນຍາລັກຂອງຄວາມສຳພັນທີ່ກຳລັງເຕີບໃຫຍ່ຂະຫຍາຍຕົວ ລະຫວ່າງ ສອງປະເທດ. ລັດຖະບານສະຫະລັດໄດ້ສະໜອງໂຄງການຊ່ວຍເຫລືອດ້ານມະນຸດ ສະທຳ ຢູ່ໃນເຂດຊົນນະບົດຂອງປະເທດລາວມາຮອດປັດຈຸບັນເປັນເວລາ 18 ປີກວ່າ, ລວມມີ ໂຮງຮຽນ, ສຸກສາລາ, ລະບົບຊົນລະປະທານ ແລະ ລະບົບນ້ຳສະອາດ.  ໂຮງຮຽນດັ່ງກ່າວນີ້ແມ່ນເປັນພຽງໂຮງຮຽນ 1 ແຫ່ງໃນຫລາຍໆ ໂຄງການຊ່ວຍເຫລືອດ້ານມະນຸດສະທຳທີ່ໄດ້ສ້າງສຳເລັດແລ້ວໃນປີທີ່ຜ່ານມາ.