ທ່ານລັດຖະມົນຕີກະຊວງການຄ້າ ສະຫະລັດອາເມລິກາ Wilbur Ross, ໜຶ່ງໃນຄະນະຜູ້ບໍລິຫານຂັ້ນສູງຂອງ ປະທານາທິບໍດີີທຣໍ້າ ໄດ້ມາຢ້ຽມຢາມ ສປປ ລາວ ເປັນຄັ້ງທຳອິດ.
ໃນຊ່ວງການມາຢ້ຽມຢາມຄັ້ງປະຫວັດສາດນີ້, ທ່ານລັດຖະມົນຕີ Ross ໄດ້ຮັບການຕ້ອງຮັບຢ່າງອົບອຸ່ນ ໂດຍ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສະຫະກຳ. ທ່ານລັດຖະມົນຕີ Ross ຍັງໄດ້ມີໂອກາດພົບປະກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ເພື່ອປຶກສາຫາລື ວຽກງານດ້ານການຄ້າ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ.
ໃນໄລຍະການພົບປະກັບບັນດາເຈົ້າຫນ້າທີ່ຝ່າຍລາວ, ເຈົ້າຫນ້າທີ່ດ້ານເສດຖະກິດ ແລະ ບັນດາຕາງຫນ້າຈາກພາກເອກກະຊົນ, ທ່ານ ລັດຖະມົນຕີໄດ້ເນັ້ນໃຫ້ເຫັນເຖິງຄວາມໝາຍໝັ້ນຂອງ ສະຫະລັດອາເມລິກາ ຕໍ່ກັບຂົງເຂດອາຊີຕາເວັນອອກສຽງໃຕ້ ແລະ ມີຄວາມຍິນດີທີ່ຈະຂະຫຍາຍວຽກງານດ້ານການຄ້າ ແລະ ການລົງທືນ ກັບບັນດາປະເທດ ທີ່ມີເປົ້າໝາຍຮ່ວມກັນກັບສະຫະລັດອາເມລິກາ ໃນດ້ານການແຂ່ງຂັນທີ່ເປັນທຳ, ການປະຕິບັດທີ່ດີຕໍ່ກັນແລະກັນ, ການຄຸ້ມຄອງທາງດ້ານເສດຖະກິດທີ່ດີ.
ດ້ວຍຄວາມພະຍາຍາມ ໃນການຫລຸດຜ່ອນຄວາມຂາດດຸນທາງດ້ານການຄ້າຂອງສະຫະລັດອາເມລິກາ ແລະ ເສດຖະກິດໃນຂົງເຂດອາຊີຕາເວັນອອກສຽງໃຕ້ ໂດຍຜ່ານການສົ່ງເສີມການສົ່ງອອກສິນຄ້າ ແລະ ການບໍລິການທີ່ມີມູນຄ່າສູງຂອງສະຫະລັດອາເມລິກາ, ທ່ານລັດຖະມົນຕີ Ross ໄດ້ເປັນສັກຂີພະຍານໃນພິທີເຊັນບົດບັນທຶກຄວາມເຂົ້າໃຈທາງດ້ານການຄ້າໃນຂົງເຂດພະລັງງານ ພ້ອມທັງໄດ້ປະກອບສ່ວນໃນການເປີດໂຕງານຈັບຄູ່ທາງດ້ານທຸລະກິດ “Gold Key Services” ເພື່ອດຶງດູດເອົາລູກຄ້າ ແລະ ນັກລົງທຶນຊາວລາວຜູ້ທີ່ມີຄວາມສົນໃຈ ຈັດຊື້ຈັດຈ້າງ ການບໍລິການດ້ານການພັດທະນາ ແລະ ການກໍ່ສ້າງພື້ນຖານໂຄງລ່າງ ຈາກສະຫະລັດອາເມລິກາ. ທ່ານລັດຖະມົນຕີ Ross ຍັງໄດ້ຮ່ວມມອບລົດກະບະທີ່ຜະລິດຈາກ ສະຫະລັດອາເມລິກາທີ່ສູນ (Ford Motor Company Dealership) ແລະ ຮ່ວມເປັນສັກຂີພະຍານໃນພິທີເປີດສູນຜູ້ປະກອບການແມ່ຍິງເພື່ອຊຸກຍູ້ເຂົ້າໃນການພັດທະນາເສດຖະກິດໃນນະຄອນຫລວງວຽງຈັນອີກດ້ວຍ.
ນອກຈາກພົບປະບັນດາເຈົ້າຫນ້າທີ່ ແລະ ບັນດາກິດຈະກຳສົ່ງເສີມວຽກງານດ້ານການຄ້າ, ທ່ານລັດຖະມົນຕີ Ross ຍັງໄດ້ຢ້ຽມຄຳນັບ ພະທາດຫຼວງ ເຊິ່ງຖືເປັນສະຖານທີ່ອັນສຳຄັນທີ່ສຸດແຫ່ງໜຶ່ງຂອງ ສປປ ລາວ.