ລັດຖະມົນຕີກະຊວງການຕ່າງປະເທດ Michael R. Pompeo ທີ່ຄະນະລັດຖະມົນຕີສະຫະລັດ-ອາຊຽນ

ວັນທີ່ 3 ສິງຫາ 2018
ງານສະແດງສິງກະໂປ

ລັດຖະມົນຕີ POMPEO:   ຂອບໃຈ.  ຂອບໃຈ, ທ່ານລັດຖະມົນຕີ. ນີ້ເປັນກຽດຢ່າງສູງ ທີ່ໄດ້ຮ່ວມເປັນ ປະທານໃນການປະຊຸມຄະນະລັດຖະມົນຕີນີ້ກັບທ່ານ.  ແລະມັນກໍ່ເປັນການປະຊຸມ ຄັ້ງທໍາອິດຂອງຂ້າພະເຈົ້າຄືກັນ.  ຂ້າພະເຈົ້າມີຄວາມຍິນດີທີ່ໄດ້ມີສ່ວນຮ່ວມກັບຄວາມຮ່ວມມື ຄັ້ງທໍາອິດນີ້ກັບສະຫະລັດ-ອາຊຽນ, ແລະກໍ່ດີໃຈທີ່ໄດ້ກັບມາສິງກະໂປ.

ຂ້າພະເຈົ້າຂໍຂອບໃຈທ່ານ, ທ່ານລັດຖະມົນຕີກະຊວງຕ່າງປະເທດ Balakrishnan, ສໍາລັບການຕ້ອນຮັບ ຢ່າງອົບອຸ່ນຂອງສິງກະໂປ, ທັງໃນມື້ນີ້ແລະໃນເດືອນມິຖຸນາທີ່ຜ່ານມາ ແລະສໍາລັບການເປັນ ຜູ້ນໍາຂອງທ່ານໃນຖານະປະທານອາຊຽນໃນປີນີ້

ໃນນາມຂອງປະເທດສະຫະລັດ ອາເມລິກາ, ຂ້າພະເຈົ້າຂໍສະແດງຄວາມເສຍໃຈຕໍ່ປະຊາຊົນລາວ ທີ່ຕ້ອງສູນເສຍຊີວິດແລະໄດ້ຮັບຄວາມເສຍຫາຍຍ້ອນເຫດການເຂື່ອນແຕກ. ລັດຖະບານຂອງ ປະເທດສະຫະລັດ ອາເມລິກາໃຫ້ຄວາມຊ່ວຍເຫຼືອເພື່ອຕອບສະຫນອງຕໍ່ ໄພພິບັດນີ້, ແລະພວກເຮົາຍິນດີຮັບການຊ່ວຍເຫຼືອສະຫນັບສະຫນູນທີ່ສູນຊ່ວຍເຫຼືອມະນຸດສະທໍາຂອງອາຊຽນ ໄດ້ສະຫນອງແລ້ວ. ຂ້າພະເຈົ້າຍັງຂໍສະແດງຄວາມເສຍໃຂກັບປະເທດອິນໂດເນເຊຍທີ່ເກິດເຫດ ແຜ່ນດິນໄຫວຮ້າຍແຮງ; ແລະກັບປະເທດມຽນມາສໍາລັບຄວາມເສຍຫາຍທີ່ເກີດຂຶ້ນ ຈາກໄພນໍ້າຖ້ວມແລະໄພດິນເຈື່ອນຄັ້ງຫຼ້າສຸດ.

ປະເທດສະຫະລັດ ອາເມລິກາແມ່ນປະເທດຊາດປາຊີຟິກ, ແລະພວກເຮົາຍັງສືບຕໍ່ຄວາມຫມັ້ນຄົງ ຕໍ່ຄວາມເປັນກາງຂອງອາຊຽນພາຍໃຕ້ຍຸດທະສາດອິນໂດ-ປາຊີຟິກຂອງພວກເຮົາ. ກ່ອນຫນ້າໃນອາທິດນີ້, ໃນວັນຈັນທີ່ຜ່ານມາ, ຂ້າພະເຈົ້າໄດ້ໃຫ້ຂໍ້ຖະແຫຼງກ່ຽວກັບອິນໂດປາຊີຟິກ ແລະປະກາດຄໍາຫມັ້ນສັນຍາໃຫມ່ ຂອງສະຫະລັດ ອາເມລິກາຕໍ່ກັບພາກພື້ນນີ້. ນີ້ລວມເຖິງ ການຈ່າຍເງິນມັດຈຳ 113 ລ້ານໂດລາ ໃຫ້ກັບຄໍາຫມັ້ນສັນຍາທາງເສດຖະກິດໃນຍຸກໃຫມ່ ຂອງສະຫະລັດ ເພື່ອຄວາມສະຫງົບແລະຄວາມຈະເລີນ ຮັ່ງມີໃນອິນໂດ-ປາຊີຟິກ.

ໃນປີກາຍນີ້, ພວກເຮົາໄດ້ສະຫຼອງຄົບຮອບ 50 ປີຂອງອາຊຽນ ແລະຄົບຮອບ 40 ປີ ຂອງ ສາຍພົວພັນອາເມລິກາ-ອາຊຽນ. ພວກເຮົາຫວັງວ່າຈະຂະຫຍາຍແລະເພີ່ມທະວີຄວາມຮ່ວມມື ກັບຫຸ້ນສ່ວນ ທາງຍຸດທະສາດຂອງພວກເຮົາ.

ໃນໄລຍະລະຫວ່າງປີເຄິ່ງທໍາອິດນີ້, ເປັນຄັ້ງທໍາອິດທີ່ທ່ານປະທານາທິບໍດີ Trump ໄດ້ເຂົ້າຮ່ວມ ກອງປະຊຸມສຸດຍອດຂອງອາເມລິກາ-ອາຊຽນ ແລະກອງປະຊຸມສຸດຍອດອາຊີຕາເວັນອອກ ໃນກຸງມານີລາ; ຮອງປະທານປະເທດ Pence ໄດ້ໄປຢ້ຽມຢາມກອງເລຂາອາຊຽນ; ແລະເລຂາທິການ ຄະນະລັດຖະມົນຕີຈໍານວນຫຼາຍຜູ້ໄດ້ເດີນທາງໄປເຂດດັ່ງກ່າວ, ລວມທັງການເດີນທາງ ມາຢ້ຽມຢາມຫວຽດນາມຂອງຂ້າພະເຈົ້າທີ່ຜ່ານມາ.  ຂ້າພະເຈົ້າຄາດຫວັງແລະຂ້າພະເຈົ້າຕ້ອງການໃຫ້ການພົວພັນນີ້ສືບຕໍ່ມີເລື້ອຍໆ

ການມີສ່ວນຮ່ວມທາງດ້ານເສດຖະກິດຂອງພວກເຮົາ ໄດ້ສ້າງວຽກເຮັດງານທໍາໃຫ້ຜູ້ຄົນ ຫຼາຍພັນຄົນໃນທັງສອງດ້ານຂອງປາຊີຟິກ.  ອາຊຽນແມ່ນຈຸດຫມາຍປາຍທາງອັນດັບຫນຶ່ງສໍາລັບການລົງທຶນຂອງສະຫະລັດໃນປະເທດອາຊີ ແລະບັນດາປະເທດສະມາຊິກອາຊຽນ ໄດ້ເພີ່ມການລົງທຶນຂອງພວກເຂົາເຈົ້າ ໃນສະຫະລັດຫຼາຍກວ່າ 1,300 ເປີເຊັນ ໃນລະຫວ່າງປີ 2004 ແລະ 2016.  ການຮ່ວມມືດ້ານນະໂຍບາຍຂອງພວກເຮົາກ່ຽວກັບບັນຫາຕ່າງໆ ເຊັ່ນ: ICT, ພະລັງງານ, ການຂົນສົ່ງ, ແລະການກະສິກໍາ ກໍ່ພັດທະນາຢ່າງໄວວາຄືກັນ

ເລື່ອງກ່ຽວກັບຄວາມປອດໄພ, ພວກເຮົາຂໍຂອບໃຈຄວາມພະຍາຍາມຢ່າງຕໍ່ເນື່ອງຂອງອາຊຽນ ໃນການສົ່ງເສີມສັນຕິພາບແລະສະຖຽນລະພາບໃນພາກພື້ນນີ້, ການສະຫນັບສະຫນູນກົດຫມາຍ ໃນທະເລຈີນໃຕ້ ແລະການປະຕິບັດຢ່າງເຂັ້ມງວດກ່ຽວກັບການລົງໂທດຕໍ່ເກົາຫລີເຫນືອ. ພວກເຮົາຍັງເຮັດວຽກຮ່ວມກັບສະມາຊິກສະມາຄົມອາຊຽນ ເພື່ອຕ້ານໄພຂົ່ມຂູ່ຕໍ່ການກໍ່ການຮ້າຍ ແລະຄວາມຮຸນແຮງຢູ່ໃນພາກພື້ນນີ້.

ໃນສ່ວນບັນຫາສັງຄົມແລະວັດທະນະທໍາຂອງອາຊຽນ, ພວກເຮົາກໍາລັງສ້າງຄວາມສາມາດ ໃນບັນດາຊາວຫນຸ່ມອາຊຽນ, ສ້າງໂອກາດສໍາລັບແມ່ຍິງ ແລະເຮັດວຽກເພື່ອປັບປຸງການຕອບໂຕ້ ໄພພິບັດແລະສົ່ງເສີມລະບົບນິເວດທະເລໃຫ້ມີສຸຂະພາບດີ. ການຮ່ວມມືຂອງພວກເຮົາໃນການ ຮ່ວມກັນແກ້ໄຂບັນຫາດ້ານຄວາມປອດໄພທີ່ທ້າທາຍນີ້ ກໍ່ຍັງໄດ້ຂະຫຍາຍຕົວ ແລະ ພວກເຮົາຊື່ນຊົມຂໍ້ຖະແຫຼງການ cyber  ຄັ້ງທໍາອິດຂອງຜູ້ນໍາອາຊຽນໃນເດືອນເມສາ.

ກໍຂໍເວົ້າອີກເທື່ອຫນຶ່ງ, ທ່ານລັດຖະມົນຕີ, ເພື່ອນຮ່ວມງານອາຊຽນ, ມັນເປັນຄວາມສຸກ ຢ່າງໃຫຍ່ຫຼວງທີ່ໄດ້ຢູ່ກັບທ່ານໃນມື້ນີ້.  ຂ້າພະເຈົ້າຫວັງວ່າຈະໄດ້ສົນທະນາກັບທ່ານ ແລະ ຈະໄດ້ຍິນຄວາມຄິດຂອງທ່ານກ່ຽວກັບວິທີການທີ່ສະຫະລັດ ອາເມລິກາແລະອາຊຽນ ຈະສາມາດສ້າງຄວາມເຂັ້ມແຂງໃຫ້ແກ່ສາຍພົວພັນຂອງພວກເຮົາ.  ຂໍຂອບໃຈ, ທ່ານລັດຖະມົນຕີ.