ການມາຢ້ຽມຢາມຂອງເຈົ້າໜ້າທີ່ລະດັບສູງສະຫະລັດ ເພື່ອເສີມຂະຫຍາຍການຮ່ວມມືເກັບກູ້ລະເບີດບໍ່ທັນແຕກທີ່ຫຼົງເຫຼືອຈາກສົງຄາມ

ໃນວັນທີ 10-14 ກໍລະກົດທີ່ຜ່ານມາທ່ານ ພົນຕີ ໄມເຄີລ ດີ. ຣອດສະຕິນ (Michael D. Rothstein), ຮອງຜູ້ຊ່ວຍລັດຖະມົນຕີການຕ່າງປະເທດສະຫະລັດ ຮັບຜິດຊອບດ້ານແຜນການ, ໂຄງການ ແລະ ການປະຕິບັດງານ, ຫ້ອງການການເມືອງ-ການທະຫານ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ເພື່ອເສີມຂະຫຍາຍການຮ່ວມມືວຽກງານສຳຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກ (UXO). ທ່ານໄດ້ໄປຢ້ຽມຢາມແຂວງຊຽງຂວາງ ເພື່ອທົບທວນຄືນຄວາມຄືບໜ້າການຈັດຕັ້ງປະຕິບັດການສຳຫຼວດລະເບີດລູກຫວ່ານທີ່ບໍ່ທັນແຕກທົ່ວປະເທດ (CMRS) ເຊິ່ງລັດຖະບານສະຫະລັດອາເມລິກາຈະໃຫ້ການສະໜັບສະໜູນທຶນ ໂດຍໄດ້ປະກາດເພີ່ມທຶນຊ່ວຍເຫຼືອດັ່ງກ່າວໃນປີທີ່ຜ່ານມາ.

ໃນລະຫວ່າງການພົບປະໂອ້ລົມກັບບັນດາເຈົ້າຫນ້າທີ່ອາວຸໂສຈາກພາກລັດ, ທ້ອງຖີ່ນ ແລະ ຄູ່ຮ່ວມມືສາກົນ ໃນຂະແໜງການເກັບກູ້ລະເບີດບໍ່ທັນແຕກ, ທ່ານ ພົນຕີ ຣອດສະຕິນ ໄດ້ຊີ້ໃຫ້ເຫັນເຖີງບາງຂະແໜງການທີ່ສຳຄັນທີ່ສະຫະລັດອາເມລິກາ ແລະ ສປປ ລາວ ສາມາດເພີ່ມທະວີການຮ່ວມມືດ້ານການເກັບກູ້ລະເບີດບໍ່ທັນແຕກ. ຂະແໜງການດັ່ງກ່າວລວມທັງການຈັດຕັ້ງປະຕິບັດຫນ້າທີ່ຂອງ (CMRS), ເພີ່ມທີມງານເກັບກູ້ລະເບີດໃຫ້ແກ່ໜ່ວຍງານການເກັບກູ້ລະເບີດພາຍໃນປະເທດ ແລະ ໃຫ້ການສະໜັບສະໜູນແກ່ຄະນະກຳມະການຄຸ້ມຄອງແຫ່ງຊາດ (ຄຊກລ) ໃນການຕິດຕາມກວດກາ ແລະ ການຄຸ້ມຄອງການຈັດຕັ້ງປະຕິບັດວຽກງານຂອງ (CMRS).

ໃນໄລຍະຢູ່ນະຄອນຫຼວງວຽງຈັນ ທ່ານ ພົນຕີ ຣອດສະຕິນ ໄດ້ຮັບຟັງທັດສະນະຂອງບັນດາອົງການ (INGO) ກ່ຽວກັບວຽກງານການເກັບກູ້ລະເບີດບໍ່ທັງແຕກໃນ ສປປ ລາວ ແລະ ທ່ານໄດ້ເນັ້ນເຖີງຄວາມຈຳເປັນໃນການຮ່ວມມືຢ່າງໃກ້ຊິດໃນຂະແໜງການນີ້ກັບຄູ່ຮ່ວມພັດທະນາ, ຜູ້ໃຫ້ທຶນ ແລະ ລັດຖະບານ ສປປ ລາວ ໂດຍພ່ານ (ຄຊກລ). ໃນວັນທີ 14 ກໍລະກົດ, ທ່ານຍັງໄດ້ພົບປະກັບ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອສະແດງຄວາມຂອບໃຈ ໃນການໃຫ້ການສະໜັບສະໜູນໃນວຽກການສຳຫລວດແຫ່ງຊາດເຊີ່ງໄດ້ປະຕິບັດໂດຍພ່ານໂຄງການຮ່ວມມືກັນລະຫວ່າງໜ່ວຍງານກັບກູ້ລະເບີດຂອງ ສປປ ລາວ ແລະ ອົງການ (INGO). ນອກນັ້ນ, ຍັງໄດ້ປຶກສາຫາລືໃນການຊອກຫາວິທີທາງໃນການເພີ່ມທະວີການຮ່ວມມືໃນຂະການເກັບກູ້ລະເບີດບໍ່ທັນແຕກ. ທ່ານ ພົນຕີ ຣອດສະຕິນ ຍັງໄດ້ປຶກສາຫາລືບັນດາຈິດຈະກຳຕ່າງໆກ່ຽວກັບລະເບີດບໍ່ທັນແຕກ ແລະ ເປີດກວ້າງການຮ່ວມມືທາງດ້ານຄວາມປອດໄພ ກັບ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໃນລະຫວ່າງການເຂົ້າຢ້ຽມຄຳນັບໃນວັນທີ14 ກໍລະກົດ.

ໃນລະຫວ່າງວັນທີ11-13 ກໍລະກົດ, ທ່ານ ພົນຕີ ຣອດສະຕິນ ໄດ້ໄປຢ້ຽມຢາມການສຳຫຼວດລະເບີດບໍ່ທັນແຕກ ແລະ ພື້ນທີ່ເກັບກູ້ລະເບີດ ຢູ່ທີ່ແຂວງຊຽງຂວາງ ພ້ອມກັບ ທ່ານ ເອກອັກຄະລັດຖະທູດ ຣີນາ ປິດເຕີ, ທ່ານ ພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງການ (ຄຊກລ) ແລະ ບັນດາຄູ່ຮ່ວມມືຈາກ ທີມງານ (UXO Lao) ແລະ ບັນດາອົງການ International NGOS – ອົງການເກັບກູ້ລະເບີດແມັກ (Mines Advisory Group), ອົງການເກັບກູ້ລະເບີດ (The halo trust the HALO Trust), ອົງການຊ່ວຍເຫຼືອລ້າ ຂອງປະຊາຊົນ ນອກແວ (Norwegian People’s Aid), ແລະ ອົງການ Danish Church Aid.  ທ່ານຍັງໄດ້ພົບປະກັບ ທ່ານ ສົມກົດ ມັງໜໍ່ເມກ ເຈົ້າແຂວງຊຽງຂວາງ ແລະ ບັນດາເຈົ້າຫນ້າທີ່ຈາກພາກລັດທ່ານອື່ນໆ. ພາຍຫລັງການລົງຢ້ຽມຢາມພື້ນທີ່, ທ່ານໄດ້ກ່າວວ່າ: ລະເບີດຕົກຄ້າງທີ່ບໍ່ທັນແຕກໃນ ສປປ ລາວ ແລະ ຜົນກະທົບ ໄດ້ເປັນໄພຂົ້ມຂູ່ຕໍ່ຊຸມຊົນ. ເຖີງຢາງໃດກໍ່ຕາມ, ໂດຍຜ່ານການຮ່ວມມືກັນຢ່າງໃກ້ສິດກັນຄູ່ຮ່ວມພັດທະນາ, ກັບລັດຖະບານ ສປປ ລາວ ແລະ ຂະບວນການຈັດຕັງປະຕິບັດຂອງ (CMRS) ຂ້າພະເຈົ້າເຊື່ອໝັ້ນວ່າ ການຮ່ວມກັນພວກເຮົາຈະສາມາດກຳນົດບັນຫາລະເບີດທີ່ບໍ່ທັນແຕກໃນ ສປປ ລາວ ແລະ ການເຮັດວຽກຮ່ວມກັນນີ້ຈະຊ່ວຍໃຫ້ຊຸມຊົນຫລຸດພົ້ນອອກຈາກພົນກະທົບທີ່ຂົ່ມຂູ່ໂດຍລະເບີດທີ່ຍັງບໍ່ທັນແຕກ.

ທ່ານ ພົນຕີ ຣອດສະຕິນ ແມ່ນນັກບິນຄວບຄຸມອາກາດສະຍານ ໂດຍເຂົ້າຮັບຕຳແໜ່ງດັ່ງກ່າວໃນປີ 1988 ເຊິ່ງທ່ານແມ່ນນັກຮຽນດີເດັ່ນຈາກໂຮງຮຽນທະຫານອາກາດສະຫະລັດ. ທ່ານໄດ້ບັນຊາກອງພົນເຮືອບິນສະໜັບສະໜູນ, ໜ່ວຍບັນຊາການທາງອາກາດ, ສອງເຮືອບິນຂັບໄລ່ ແລະ ໄລຍະບໍ່ດົນທີ່ຜ່ານມາ, ທ່ານຮັບໜ້າທີ່ເປັນຜູ້ບັງຄັບບັນຊາ ດ້ານການຝຶກອົບຮົມ, ປຶກສາ ແລະ ຊ່ວຍເຫຼືອດ້ານການບິນ (Train, Advise Assist Command – Air) ແລະ ຜູ້ບັງຄັບບັນຊາໜ່ວຍບິນນອກປະເທດກອງທັບອາກາດສະຫະລັດ ທີ 438 (438th Air Expeditionary Wing) ຢູ່ຄາບູ, ປະເທດອັບກັນນິສະຖານ. ໜ້າທີ່ຮັບຜິດຊອບປະຈຸບັນຂອງ ທ່ານ ພົນຕີ ຣອດສະຕິນ ແມ່ນນຳພາ ແລະ ຊີ້ນຳດ້ານການປະຕິບັດງານ ໃຫ້ບັນດາໂຄງການ ແລະ ນະໂຍບາຍຂອງສະຫະລັດດ້ານການຊ່ວຍເຫຼືອດ້ານຄວາມໝັ້ນຄົງສາກົນ ເຊັ່ນ: ໂຄງການລິເລີ່ມການຝຶກປະຕິບັດການຮັກສາສັນຕິພາບສາກົນ (Global Peace Operations Initiative), ເສີມຂະຫຍາຍຄວາມໝັ້ນຄົງທາງທະເລ ແລະ ຄວບຄຸມດູແລ ວຽກງານການເກັບກູ້ລະເບີດ ແລະ ທຳລາຍອາວຸດທົ່ວໄປ ຂອງກະຊວງການຕ່າງປະເທດສະຫະລັດອາເມລິກາ.