ການເດີນທາງມາຢ້ຽມຢາມຂອງເຈົ້າໜ້າທີ່ອະວຸໂສສະຫະລັດອາເມລິກາ ເນັ້ນຍ້ຳຄວາມສຳຄັນຂອງສັນຍາຄູ່ຮ່ວມມືແບບກວມລວມລະຫວ່າງ ລາວ ແລະ ສະຫະລັດອາເມລິກາ

ຮອງ​ຜູ້​ຊ່​ວຍ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ຮັ​ບ​ຜິດ​ຊອບວຽກ​ງານ​ຂົງ​ເຂດ​ອາ​ຊີ​ຕະ​ເວັ​ນ​ອອກ​ສຽງ​ໃຕ້ ທ່ານ ແພັດ​ທຼິກ ເມີ​ຟີ ໄດ້​ເດີນ​ທາງ​ມາ​ຢ້ຽ​ມ​ຢາມ ສ​ປ​ປ ລ​າວ ລະ​ຫວ່າງວັນ​ທີ 16 ແລະ 17 ເດືອ​ນ​ມັງ​ກອນ ທີ່​ຜ່ານ​ມາ. ທ່າ​ນ ເມີ​ຟີ ໄດ້ກ່າວກ່ຽວ​ກັບສາຍ​ພົວ​ພັນ​ລະ​ຫວ່າງ ສປປ ລາວ ແລະ ສະ​ຫະ​ລັດອາ​ເມ​ລິ​ກາ ວ່າ “ການ​ຮ່ວ​ມ​ມື​ຂອງ​ພວກ​ເຮົາໃນ​ອາ​ນາ​ຄົດ​ມີ​ຄວາ​ມ​ສົດ​ໃສເພາະ​ພ​ວກ​ເຮົາເຮັດ​ວ​ຽກຮ່ວມ​ກັນ​ເພື່​ອ​ເຮັດ​ໃຫ້​ສັນ​ຍາ​ຄູ່​ຮ່ວມ​ມື​ແບບກວມລວມ​ປ​ະ​ກົດ​ຜົນ​ເປັນ​ຈິງ.” ​

ທ່ານ​ໄດ້​ສະ​ເໜີ​ໂດຍ​ສັງ​ເຂບ​ຫຼາຍ​ຂົງ​ເຂດ​ສຳ​ຄັນ ທີ່ ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ແລະ ສ​ປ​ປ ລ​າ​ວ ສາ​ມາດ​ເສີມ​ຂະ​ຫ​ຍາ​ຍ​ການ​ຮ່ວມ​ມື ເຊິ່ງ​ລວມ​ທັງ ການ​ເພີ່ມ​ທະ​ວີ​ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕ​ກ (UXO), ການ​ລົ​ງ​ທຶນ​ໃສ່​ກ​ານ​ພັດ​ທະ​ນາ​ຊັ​ບ​ພະ​ຍາ​ກອນ​ມະ​ນຸ​ດ ແລະ ສ​ະ​ຖ​າ​ບັນ, ແລະ ຂ​ະ​ຫ​ຍາ​ຍ​ການ​ຮ່​ວມ​ມື​​​ເສດ​ຖະ​ກິ​ດ ແລະ ການ​ພົວ​ພັນ​ຂອງປະ​ຊາ​ຊົນ​ດ້ວຍກັນ​.

ໃນ​ໄລ​ຍະ​ທີ່​ຢູ່​ນະ​ຄອນ​ຫຼວງວ​ຽງ​ຈັ​ນ, ທ່າ​ນຮອງ​ຜູ້​ຊ່​ວຍ​ລັດ​ຖະ​ມົນ​ຕີ ເມີ​ຟີ ໄດ້​ພົບ​ກັບ​ ລັດຖະມົນຕີຊ່ວຍວ່າການ ກ​ະ​ຊວງກ​ານ​ຕ່າງ​ປະ​ເທດ ທ່ານ ແສງເພັດ ຮຸ່ງບຸນຍວງ ເພື່ອປຶກສາຫາລືສືບຕໍ່ພັດທະນາສັນຍາຄູ່ຮ່ວມມືແບບກວມລວມ ແລະ ໄດ້ພົບກັບ ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ທ່າ​ນ ສົມ​ຈິດ ອິນ​ທະ​ມິດ ເພື່ອ​ປຶ​ກ​ສາ​ຫາ​ລື​ກ່​ຽວ​ກັບ​ ການ​​ຮ່​ວມ​ມື​ເສດ​ຖະ​ກິ​ດທີ່​ຂະ​ຫ​ຍາຍ​ຕົວ​ເພີ່​ມ​ຂຶ້ນ ລະ​ຫວ່າງສະ​ຫະ​ລັດ​ອາ​ເມ​ລິ​ກາ ແລະ ສ​ປ​ປ ລ​າ​ວ. ທ່ານ​ຍັງໄດ້​ພົບ​ກັບ ຮອງລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສາ​ທ​າ​ລະ​ນະ​ສຸກ ​ທ່ານ ດ​ຣ. ພູ​ທອນ ເມືອງ​ປາກ ເພື່ອປຶ​ກ​ສາ​ຫາ​ລື​ກ່​ຽວ​ກັບການ ​​ຮ່​ວມ​ມື​ໃນ​ຂະ​ແໜງ​ສາ​ທ​າ​ລະ​ນະ​ສຸກ ເຊິ່ງ​ລວມ​ທັງ ສະ​ຖາ​ບັນ​ໂພ​ຊະ​ນາ​ການ ​ລາວ-​ອາ​ເມ​ລິ​ກາ (LANI).

ໃນ​ການ​ເດີ​ນ​ທາງ​ໄປ​ຢ້​ຽ​ມ​ຢາມ​ແຂວງ​ຊຽງ​ຂວ​າງ, ທ່າ​ນຮອງ​ຜູ້​ຊ່​ວຍ​ລັດ​ຖະ​ມົນ​ຕີ ເມີ​ຟີ ໄດ້​ເ​ຫັນ​ກ​ານປະ​ຕິ​ບັດ​ງານ​​ເກັ​ບ​ກູ້​ UXO ​ຕົວ​ຈິງ ໂດຍ​ທີມ​ເກັບ​ກູ້ UXO ຂອງລາວ​ທີ່​ໄດ້​ຮັບ​ທຶນ​ຊ່ວ​ຍ​ເຫຼືອ​ຈາ​ກ​ສະ​ຫະ​ລັດ. ໃນ​ການ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ນະ​ຄອນ​ຫຼວງວຽງ​ຈັນ ເດືອ​ນ​ກັນ​ຍາ​ທີ່​ຜ່ານ​ມາ, ທ່ານ​ປະ​ທາ​ນາ​ຖິ​ບໍ​ດີ ໂອບ​າ​ມາ ໄດ້​ປະ​ກ​າ​ດ​ເພີ່​ມ​ການ​ຊ່ວຍ​ເຫຼືອ​ໃຫ້​ຂະ​ແໜງ​ UXO ​ເປັນ​ຈຳ​ນວນເງິນ 90 ​ລ້ານ​ໂດ​ລາ​ໃນ​ໄລ​ຍະສາມປີ.

ຮອງ​ຜູ້​ຊ່​ວຍ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ຮັ​ບ​ຜິດ​ຊອບ​ວຽກ​ງານ​ກ່ຽວ​ກັບອາ​ຊີ​ຕະ​ເວັ​ນ​ອອກ​ສຽງ​ໃຕ້ ທ່ານ ແພັດ​ທຼິກ ເມີ​ຟີ ແມ່ນ​ນັກ​ການ​ທູ​ດ ເຊິ່ງ​ກ່ອນ​ໜ້າ​ນີ້​ເຄີຍດຳ​ລົງ​ຕຳ​ແໜ່ງ​ເປັນ​ຮອງ​ເອ​ກ​ອັກ​ຄະ​ລັດ​ຖະ​ທູ​ດ​ປະ​ຈຳ​ປະ​ເທດ​ໄທ (2013-2016) ແລະ ເລ​ໂຊ​ໂທ (2006-2008). ​ທ່ານ​ຍັງ​ເຄີຍ​ເຮັດ​ໜ້າ​ທີ່​ເປັນ​ທູ​ດ​ພິ​ເສ​ດ​ປະ​ຈຳ​ປ​ະ​ເທດ​ມຽນ​ມ້າ, ຫົວ​ໜ້າ​ສຳ​ນັກ​ງານ​ແຜ່ນ​ດິນ​ໃຫ​ຍ່ອາ​ຊີ​ຕະ​ເວັ​ນ​ອອກ​ສຽງ​ໃຕ້ (the Office for Mainland Southeast Asia) ແລະ ເຈົ້າ​ໜ້າ​ທີ່ໂຕະ​ຮັບ​ຜິດ​ຊອບປະ​ເທດ​ລາວ ແລະ ​ປະ​ເທດມ​ຽນ​ມ້າ.