ການມາຢ້ຽມຢາມຂອງຜູ້ແທນລະດັບສູງສະຫະລັດ ເນັ້ນຄວາມສຳຄັນການຮ່ວມມືລະຫວ່າງລາວ-ສະຫະລັດ ໃນວຽກ ງານການພັດທະນາລັດແຫ່ງກົດໝາຍ

ທ່ານທູດ ອາເລັກຊານເດີ ເອ. ອາວີຊູ, ຮອງຜູ້ຊ່ວຍລັດຖະມົນຕີການຕ່າງປະເທດຮັບຜິດຊອບວຽກງານການປະຕິບັດກົດໝາຍ ແລະ ຕ້ານຢາເສບຕິດສາກົນ (INL), ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນວັນທີ 23-26 ພຶດສະພາ ເພື່ອເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ (SOMTC) ແລະ ກອງປະ  ຊຸມອື່ນໆທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງວຽງຈັນ. ໃນການສົນທະນາກັບບັນດາເຈົ້າໜ້າທີອາວຸໂສລັດຖະບານຫຼາຍທ່ານ, ທ່ານທູດ ອາວີຊູ ໄດ້ລະບຸຫຼາຍຂົງເຂດສຳຄັນທີ່ ສະຫະລັດ ແລະ ສປປ ລາວ ສາມາດເສີມຂະຫຍາຍການຮ່ວມມືໃນວຽກງານການປະຕິບັດກົດໝາຍ ລວມທັງການສະໜັບສະໜູນຕໍ່ກັບບັນດາກິດຈະກຳທີ່ສຸມໃສ່ວຽກງານການພັດທະນາລັດແຫ່ງກົດໝາຍ, ການຕ້ານການສໍ້ລາດບັງຫຼວງ, ການຕ້ານຢາເສບຕິດ ແລະ ການສະກັດກັ້ນການຄ້າສັດປ່າ.

ໃນໄລຍະທີ່ຢູ່ນະຄອນຫຼວງວຽງຈັນ, ຮອງຜູ້ຊ່ວຍລັດຖະມົນຕີ ອາວີຊູ ໄດ້ພົບກັບ ທ່ານ ທອງພັດ ວົງມະນີ, ຮອງລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້ ເພື່ອສົນທະນາກ່ຽວກັບການຄ້າສັດປ່າ ເຊິ່ງເປັນສາເຫດຂອງເສັ້ນທາງການຄ້າຜິດກົດໝາຍ ແລະ ການສໍ້ລາດບັງຫຼວງ  ແລະ ຊຸກຍູ້ໃນມີການສືບຕໍ່ຮ່ວມມືກັບ ກຸ່ມທີ່ເຮັດວຽກໃນຂົງເຂດວຽກງານສັດປ່າ (the Wildlife Working Group) ເຊິ່ງເປັນປະທານຮ່ວມໂດຍສະຖານທູດສະຫະລັດ ແລະ ອີຢູ. ທ່ານຍັງໄດ້ພົບກັບທ່ານ ບຸນສະຫວາດ ບຸບຜາ, ຮອງລັດຖະມົນຕີກະຊວງຍຸຕິທຳ ເພື່ອປຶກສາຫາລືກ່ຽບກັບການສະໜັບສະໜູນຂອງສະຫະລັດຕໍ່ກັບໂຄງການຈັດຕັ້ງປະຕິບັດແຜນແມ່ບົດ ພັດທະນາລັດແຫ່ງກົດໝາຍ ເຊິ່ງແມ່ນໂຄງການໃຫຍ່ດ້ານການປັບປຸງ ແລະ ພັດທະນາຂະແໜງຍຸຕິທຳ ໃນ ສປປ ລາວ.

ນອກຈາກນັ້ນ, ຮອງຜູ້ຊ່ວຍລັດຖະມົນຕີ ອາວີຊູ ໄດ້ພົບປະ ແລະ ໂອ້ລົມກັບ ທ່ານ ວິໄລວັນ ບຸດດາຄຳ ຮອງປະທານອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ກ່ຽວກັບວຽກງານການສະກັດກັ້ນຕ້ານການສໍ້ລາດບັງຫຼວງ ລວມທັງ ການຝຶກອົບຮົມໂດຍການສະໜັບສະໜູນຂອງສະຫະລັດ ກ່ຽວກັບການສືບສວບ-ສອບສວນການສໍ້ລາດບັງຫຼວງ ແລະ ການສໍ້ໂກງ. ທ່ານໄດ້ພົບກັບ ພົນຈັດຕະວາ ສີສະຫວາດ ແກ້ວມະລາວົງ , ກະຊວງປ້ອງກັນຄວາມສະຫງົບ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືໃນວຽກງານການຕ້ານອາຊະຍາກຳຂ້າມຊາດ ລວມທັງ ການຕ້ານຢາເສບຕິດ ແລະ ການຄ້າມະນຸດ ລວມທັງການຝຶກອົບຮົມກ່ຽວກັບການສືບສວບ-ສອບສວນທາງດ້ານການເງິນ.

ທ່ານທູດ ອາວີຊູ ຍັງພົບກັບ ທ່ານນາງ ວັດທະນາ ດາລາລອຍ, ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ເພື່ອປຶກສາຫາລືກ່ຽວກັບວຽກງານຕ້ານການຟອກເງິນ ຢູ່ ສປປ ລາວ ແລະ ໂອກາດການຮ່ວມມືໃນອານາຄົດ. ທ່ານໄດ້ເຂົ້າຮ່ວມ  ປຶກສາຫາລືກັບບັນດາຜູ້ແທນອາຊຽນທີ່ ກອງປະຊຸມ SOMTC ແລະ ກອງປະຊຸມປຶກສາຫາລື SOMTC + U.S ໃນ ວັນທີ 26 ພຶດສະພາ ເຊິ່ງຖືວ່າແມ່ນການສິ້ນສຸດການມາຢ້ຽມຢາມ ສປປ ລາວ ຄັ້ງນີ້ ຂອງທ່ານ.

ຮອງຜູ້ຊ່ວຍລັດຖະມົນຕີ ອາວີຊູ ແມ່ນນັກການທູດໂດຍອາຊີບ ເຊິ່ງເຄີຍຮັບໜ້າທີ່ເປັນເອກອັກຄະລັດຖະທູດສະຫະລັດປະຈຳ ປະເທດສາທາລະນະລັດ ອານບານີ (2010-2015) ແລະ ຮອງທູດສອງຄັ້ງ ທີ່ ບາງກອກ, ປະເທດໄທ (2004-2007) ແລະ ພະນົມເປນ, ປະເທດກຳປູເຈ້ຍ (2000-2003).