ທີ່ ນະຄອນຫຼວງພະບາງ – ລັດຖະບານສະຫະລັດອາເມລິກາໃຫ້ການສະໜັບສະໜູນ ການແຂ່ງຂັນກິລາບານສົ່ງ ແລະ ກິດຈະກຳແລກປ່ຽນທາງດ້ານວັດທະນະທຳ ສຳລັບບັນດານ້ອງນັກຮຽນລະດັບມັດທະຍົມ ຈາກ ສະຫະລັດອາເມລິກາ ແລະ ສປປ ລາວ ໃນວັນທີ 19-20 ກໍລະກົດ 2018, ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ.
ຄະນະຜູ້ແທນທີ່ມາຢ້ຽມຢາມ ມີ 25 ທ່ານ ລວມທັງນັກກິລາ ແລະ ຄູຝຶກ ຈາກນະຄອນແຊນດິອາໂກ ລັດຄາລີຟໍເນັຍ ເດີນທາງມາຈາກສະຫະລັດອາເມລິກາ ມຸ່ງໜ້າມາສູ່ນະຄອນຕ່າງໆ ທີ່ປະເທດຫວຽດນາມ ແລະ ສປປ ລາວ, ເພື່ອຮ່ວມແຂ່ງຂັນມິດຕະພາບກິລາບານສົ່ງ, ສິດສອນທັກສະຕ່າງໆ, ພ້ອມກັນນັ້ນກໍຮຽນຮູ້ກ່ຽວກັບ ວັດທະນະທຳ ແລະ ປະເພນີ ອັນດີງາມຕ່າງໆຢູ່ໃນພາກພື້ນ ແລະ ສົ່ງເສີມຄວາມເຂົ້າໃຈໃນວັດທະນະທຳ.
ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ໄດ້ເດີນທາງເຂົ້າຮ່ວມໃນພິທີ ແລະ ກ່າວໃນບົດປາໃສ ໃນພິທີເປີດງານວ່າ: ການແຂ່ງຂັນກິລາເປັນໜື່ງໃນຫຼາຍວິທີທີ່ຊ່ວຍນໍາເອົາບັນດາຊາວໜຸ່ມມາເຂົ້າຮ່ວມກິດຈະກໍາ. ມັນເປັນໜື່ງໃນຕົວຢ່າງຂອງຄວາມມຸ່ງໝັ້ນໃນການເປັນຄູ່ຮ່ວມພັດທະນາແບບກວມລວມ, ແລະ ສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນດີຂອງສອງຊາດ.
ທ່ານ ຜູ້ຕາງໜ້າຈາກ ກົມກິລາ ແລະ ສິລະປະ, ກະຊວງສຶກສາທິການ ແລະ ກິລາ ກໍໄດ້ເດີນທາງມາເຂົ້າຮ່ວມໃນພິທີ.
ນັກຮຽນອາເມລິກັນ ມາຈາກ ທີມໂຮງຮຽນ ແລະ ທີມກິລາ ຈາກນະຄອນແຊນດິອາໂກ ທີ່ມີພາລະກິດໃນການນຳໃຊ້ ວຽກງານການກິລາ ເປັນວິທີເຂົ້າເຖິງ ແລະ ສະໜັບສະໜູນ ຊາວໜຸ່ມທີ່ຢູ່ໃນກຸ່ມສ່ຽງ.
ນັກກິລາຫຼາຍຄົນເປັນສ່ວນໜຶ່ງຂອງສະໂມສອນບານສົ່ງ Exodus ເພື່ອຄວາມເປັນທຳທາງສັງຄົມ, ແມ່ນອົງກອນທີ່ໄດ້ຖືກສ້າງຕັ້ງຂຶ້ນມາເພື່ອນຳສະເໜີຄຸນນະພາບໃນການຝຶກສອນບັນດາຊາວໜຸ່ມທີ່ດ້ອຍໂອກາດ. ສ່ວນນັກກິລາຜູ້ອື່ນໆ ຮຽນທີ່ໂຮງຮຽນມັດທະຍົມສົມບູນ ທີ່ ແຊນດິເອໂກ, ຊື່ງແມ່ນໂຮງຮຽນຂອງລັດຢູ່ໃນ ສະຫະລັດອາເມລິກາ ສຳລັບນັກຮຽນທີ່ ບໍ່ມີເຮືອນຢູ່ອາໃສ, ຢູ່ໃນກຸ່ມສ່ຽງທີ່ຈະບໍ່ມີທີ່ຢູ່ອາໃສ, ຫຼື ທີ່ໄດ້ຮັບຜົນກະທົບຈາກການທີ່ບໍ່ມີເຮືອນຢູ່ອາໃສທີ່ແນ່ນອນ.
ສຳລັບທີມທີ່ມາຈາກສະຫະລັດອາເມລິກາ, ນີ້ຄືການເດີນທາງທີ່ສຳຄັນໃນຊີວິດ. ບັນດານັກກິລາສ່ວນຫຼາຍຢູ່ໃນທີມ ບໍ່ເຄີຍເດີນທາງອອກໄປຕ່າງປະເທດ ແລະ ນີ້ແມ່ນຄັ້ງທຳອິດທີ່ພວກເຂົາ ເດີນທາງມາຢ້ຽມຢາມ ປະເທດຕ່າງໆ ໃນອາຊີຕາເວັນອອກສຽງໃຕ້.
ທ່ານ ແອມມີ ເຮີນັນເດສ, ນັກກິລາຈາກ ໂຮງຮຽນໂມນາດ ກ່າວວ່າ: ຂ້າພະເຈົ້າຮູ້ສຶກຕື່ນເຕັ້ນທີ່ສຸດ, ຢາກຈະເດີນທາງໄປຕ່າງປະເທດ, ທາງຍົນ, ແລະຮຽນຮູ້ເພີ່ມເຕີມກ່ຽວກັບກິລາບານສົ່ງ.
ຄະນະຜູ້ແທນ ສະຫະລັດອາເມລິກາໄດ້ຮັບການຕ້ອນຮັບເປັນພິເສດຈາກ “ທູດວັດທະນະທຳ” 5 ທ່ານ ທີ່ນະຄອນຫຼວງພະບາງ, ຊື່ງແມ່ນບັນດາໄວໜຸ່ມ ທີ່ກຳລັງສຶກສາຮໍ່າຮຽນພາສາອັງກິດ ທີ່ອົງການສາກົນທ້ອງຖິ່ນ @MyLibrary.
ທ່ານ ປານ ເຮືອງວິໄລສີ, ອະດີດສາມະເນນ ປັດຈຸບັນຮຽນຢູ່ປີສຸດທ້າຍ ມັດທະຍົມປາຍ ແລະ ເຮັດວຽກທີ່ ຫ້ອງສະໝຸດ ໃນຕອນຄ່ຳ ໄດ້ກ່າວວ່າ: ມັນເຮັດໃຫ້ຂ້າພະເຈົ້າຮູ້ສຶກຕື່ນເຕັ້ນທີ່ໄດ້ມີໂອກາດເຮັດວຽກຮ່ວມກັບຄະນະຜູ້ແທນທີ່ມາ ຢ້ຽມຢາມທັງໝົດ ແລະ ຍິນດີຕ້ອນຮັບທຸກໆທ່ານ ສູ່ ສປປ ລາວ.
ໂຄງການນີ້ໄດ້ຖືກຈັດໃຫ້ມີຂື້ນມາໂດຍການສະໜັບສະໜູນທາງດ້ານທຶນຮອນ ຈາກລັດຖະບານສະຫະລັດ ອາເມລິກາໂດຍຜ່ານ ສຳນັກງານການສຶກສາ ແລະ ວັດທະນະທຳ ກະຊວງການຕ່າງປະເທດ ສະຫະລັດອາເມລິກາ. ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງໂດຍ ສະພາການທູດ ແຊນດິເອໂກ ແລະ ສູນຄວາມອາດສາມາດແຫ່ງຊາດ.
ສະພາການທູດ ແຊນດິເອໂກ ໄດ້ມີບົດບາດອັນສຳຄັນໃນການເຊື່ອມຕໍ່ ນະຄອນແຊນດິເອໂກ ກັບໂລກພາຍນອກໂດຍ ຜ່ານໂຄງການທາງວິຊາການໃນລະດັບສູງ, ໂຄງການແລກປ່ຽນທາງດ້ານການສຶກສາ ແລະ ວັດທະນະທຳ. ສູນຄວາມອາດສາມາດແຫ່ງຊາດ ກໍມີຄວາມສຳຄັນໃນການເສີມສ້າງ ຄວາມນັບຖືໃນຕົນເອງ, ຄວາມໝັ້ນໃຈ ແລະ ທັກສະໃນການດຳເນີນຊີວິດໂດຍຜ່ານການກິລາ, ຄວາມລື່ນເລີງ ແລະ ໂຄງການຕ່າງໆດ້ານ ການສຶກສາ.