ສະຖານເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ, ຮ່ວມກັບສູນບໍລິຈາກເລືອດແຫ່ງຊາດ (NBTC), ໄດ້ໃຫ້ການຊ່ວຍເຫລືອໃນການຝຶກອົບຮົມ ເພື່ອຍົກລະດັບການບໍລິການເລືອດປອດໄພຢູ່ໃນ ສປປ ລາວ. ການຝຶກອົບຮົມດັ່ງກ່າວໄດ້ຈັດຂື້ນເປັນເວລາ 5 ວັນ, ນັບແຕ່ວັນທີ 27 ກຸມພາ ຫາ 3 ມີນາ, 2017 ຮ່ວມກັບກອງປະຊຸມປະຈໍາປີຂອງອົງການກາແດງລາວ ທີ່ໄດ້ຈັດຂື້ນຢູ່ແຂວງວຽງຈັນ. ການຝຶກອົບຮົມຄັ້ງນີ້ ໄດ້ມີຜູ້ເຂົ້າຮ່ວມຫລາຍກວ່າ 60 ຄົນ ຊຶ່ງລວມມີນັກວິຊາການວິໄຈເລືອດ, ພະຍາບານ ແລະ ຫົວໜ້າສູນເລືອດທີ່ມາຈາກທັງໝົດ 18 ແຂວງ ໃນທົ່ວປະເທດ.
ການຝຶກອົບຮົມໄດ້ສຸມໃສ່ການຈັດຕັ້ງປະຕິບັດກິດຈະກຳຕ່າງໆໃນໄລຍະທີ່ຜ່ານມາ ແລະ ແຜນຍຸດທະສາດແຫ່ງຊາດສຳລັບປີ 2016-2020. ໂດຍສະເພາະຢ່າງຍິ່ງ ຜູ້ໃຫ້ການຝຶກອົບຮົມໄດ້ເລັ່ງໃສ່ວິທີການປະຕິບັດຕົວຈິງ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພ ໃນຂະບວນການເລືອດປອດໄພ, ປັບປຸງຄຸນນະພາບການໃຫ້ບໍລິການ, ແລະ ເພີ້ມຂີດຄວາມສາມາດໃຫ້ແກ່ພະນັກງານສູນເລືອດຢູ່ໃນແຕ່ລະແຂວງ, ໂດຍການປະຕິບັດງານຮ່ວມກັບອົງການແຫ່ງຊາດ ແລະ ອົງການສາກົນທີ່ເຮັດວຽກກ່ຽວກັບເລືອດປອດໄພ. ການຝຶກອົບຮົມເຊັ່ນນີ້ຈະຊ່ວຍໃຫ້ ສປປ ລາວ ກຳນົດນະໂຍບາຍ ເພື່ອຮັບປະກັນຄຸນນະພາບດ້ານເລືອດປອດໄພ ແລະ ພັດທະນາທິມງານຮັບປະກັນຄຸນນະພາບຢູ່ໃນແຕ່ລະແຂວງ ທີ່ຈະໄດ້ກວດສອບ ແລະ ຮັບປະກັນທາງດ້ານການປະຕິບັດທີ່ປອດໄພ ແລະ ການສະໜອງເລືອດທີ່ປອດໄພໃນທົ່ວປະເທດ.
ທ່ານ ຮສ ດຣ. ສິງ ເມໂນລາດ, ຮອງປະທານອົງການກາແດງລາວ, ທ່ານ ດຣ. ຈັນທະລາ ສຸກສາຄອນ, ຫົວໜ້າສູນເລືອດແຫ່ງຊາດ, ແລະ ທ່ານພັນຕີ ສຕີເວັນ ຄະລີຟອດ, ຫົວໜ້າຫ້ອງການໂຄງການເລືອດຮ່ວມ ຂອງສູນບັນຊາການກອງທັບສະຫະລັດປະຈຳພາກພື້ນປາຊີຟິກ ກໍໄດ້ເຂົ້າຮ່ວມໃນພິທີເປີດການຝຶກອົບຮົມ ໃນຄັ້ງນີ້. ໃນບົດກ່າວເປີດພິທີ, ດຣ. ສິງ ເມໂນລາດ ໄດ້ເວົ້າເຖິງຄວາມສຳຄັນໃນການຈັດເກັບເລືອດທີ່ປອດໄພ ແລະ ເຊື່ອຖືໄດ້ ແລະ ຂະບວນການບໍລິການເລືອດ ເພື່ອຫລຸດຜ່ອນຄວາມສ່ຽງໃຫ້ໜ້ອຍທີ່ສຸດຕໍ່ຜູ້ຮັບເລືອດ.