ສະຫະລັດອາເມລິກາສົ່ງເສີມການສຶກສາໃນຊັ້ນປະຖົມສຶກສາ ທີ່ ແຂວງສະຫວັນນະເຂດ

ໃນວັນທີ່ 15 ສິງຫາ, ທ່ານ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ຣີນາ ບິດເຕີ ຮ່ວມກັບ ທ່ານ ບຸນກອງ ແສງມະນີ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ເບີນີ ເອຟ໌ ຊາເວຊ໌ ຜູ້ຕາງຫນ້າອົງການບັນເທົາທຸກກາໂຕລິກ CRS ປະຈຳ ສປປ ລາວ ໄດ້ເຊັນບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ CRS. ພິທີເຊັນສັນຍາບັນທຶກຄວາມເຂົ້າໃຈໃນຄັ້ງນີ້ແມ່ນເພື່ອເລີ່ມຕົ້ນຢ່າງເປັນທາງການ ໄລຍະທີ່ສອງ ຂອງໂຄງການສົ່ງເສີມໃຫ້ເດັກນ້ອຍທຸກຄົນໄດ້ເຂົ້າຮຽນຊັ້ນປະຖົມສຶກສາ (LEAPS) ໂດຍແນ່ໃສ່ປັບປຸງການສຶກສາໃນຊັ້ນປະຖົມສຶກສາ ໃຫ້ແກ່ບັນດານັກຮຽນຢູ່ແຂວງສະຫວັນນະເຂດ. 

ກະຊວງກະຊິກຳສະຫະລັດອາເມລິກາ ໂຄງການອາຫານເພື່່ອການສຶກສາ (McGovern-Dole Food for Education program) ໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າ 27 ລ້ານໂດລາສະຫະລັດ ໃຫ້ແກ່ອົງການບັນເທົາທຸກກາໂຕລິກ (CRS) ເພື່ອຂະຫຍາຍໂຄງການໄລຍະເວລາ 5 ປີ ຢູ່ທີ່ແຂວງສະຫວັນນະເຂດ.  CRS ຍັງໄດ້ຈະໄດ້ຂະຫຍາຍວຽກງານດ້ານອື່ນໆທີ່ກ່ຽວພັນກັບ ນໍ້າສະອາດ, ສຸຂາພິບານ, ສຸຂາອານາໄມ ເພື່ອຮັບປະກັນວ່າ ບັນດາເດັກນ້ອຍຈຳນວນ 40,000 ຄົນໃນທົ່ວແຂວງ ຈະໄດ້ສືບຕໍ່ຮັບຄາບອາຫານທີ່ມີປະໂຫຍດ ແລະ ໃນຂະນະດຽວກັນພວກເຂົາຍັງໄດ້ມີໂອກາດ ສຶກສາຮໍ່າຮຽນ ແລະ ເຕີບໃຫຍ່ຂະຫຍາຍຕົວອີກດ້ວຍ.

ທ່ານ ເອກອັກຄະລັດຖະທູດ ຣີນາ ບິດເຕີ ໄດ້ກ່າວວ່າ: ການສະໜອງ ອາຫານສຳຮັບໂຮງຮຽນໃນເຂດຫ່າງໄກສອກຫຼີກ ຂອງໂຄງການ LEAPS ແມ່ນເພື່ອຊ່ວຍໃຫ້ເພີ່ມອັດຕາການເຂົ້າຮຽນຂອງນັກສຶກສາ ແລະ ເພື່ອຮັບປະກັນໃຫ້ພວກເຂົາ ມີຄວາມຫ້າວຫັນ ແລະ ມີສ່ວນຮ່ວມຫຼາຍຂື້ນໃນເວລາທີ່ພວກເຂົາຮຽນໜັງສືໃນຫ້ອງຮຽນ. ນັ້ນໄດ້ໝາຍຄວາມວ່າ ນັກຮຽນທີ່ແຂວງສະຫວັນນະເຂດ ຈະໄດ້ມີໂອກາດໃນການສຶກສາຮໍ່າຮຽນ ແລະ ການອ່ານຫຼາຍຂຶ້ນ. ນັກສຶກສາຍັງຈະໄດ້ຮຽນໜັງສືຢູ່ໃນທ້ອງຖິ່ນຂອງພວກເຂົາເອງ ແລະ ຍັງຈະໄດ້ຮຽນຮູ້ທັກສະທີ່ຈຳເປັນ ເພື່ອຄວາມສຳເລັດໃນອານາຄົດ.

ທ່ານ ເບີນີ ເອຟ໌ ຊາເວຊ໌ ໄດ້ກ່າວຕື່ມວ່າວ່າ: ພວກເຮົາເຫັນວ່າໂຄງການນີ້ ເປັນໂຄງການໜຶ່ງ ທີ່ຈະສາມາດແກ້ໄຂບັນຫາຫລາຍໆດ້ານ ກ່ຽວກັບການຮຽນຮູ້ຂອງເດັກ ໃນຊັ້ນປະຖົມສຶກສາ.

ນັບຕັ້ງແຕ່ປີ 2012, ໂດຍການໃຫທຶນການສະໜັບສະໜູນຂອງລັດຖະບານສະຫະລັດອາເມລິກາໂດຍຜ່ານ ກະຊວງກະຊິກຳສະຫະລັດອາເມລິກາ ໂຄງການອາຫານເພື່່ອການສຶກສາ (McGovern-Dole Food for Education program), ກະຊວງສຶກສາທິການ ແລະກິລາ ແລະ CRS ໄດ້ຮ່ວມກັນໃນການນຳເອົາ ອາຫານ ແລະ ໂອກາດທາງດ້ານການສຶກສາໄປສູ່ເຂດ ຫ່າງໄກສອກຫຼີກ ຢູ່ທີ່ແຂວງສະຫວັນນະເຂດ.

ໃນລະຫວ່າງປີ 2012 ແລະ 2016, ໃນຊ່ວງໄລຍະທຳອິດຂອງໂຄງການ, LEAPS ໄດ້ສະໜອງການຊ່ວຍເຫລືອໃນຂົງເຂດໂພສະນາການ ແລະ ໂອກາດດ້ານການສຶກສາໃຫ້ແກ່ 350 ໂຮງຮຽນ ໃນແຂວງສະຫວັນນະເຂດ. ໃນໄລຍະເວລາ 4 ປີທີ່ຜ່ານມາ, LEAPS ໄດ້ສະໜອງຄາບອາຫານຫຼາຍກວ່າ 16ຄາບ ໃຫ້ແກ່ນັກສຶກສາ ຈຳນວນ 35 ພັນຄົນ.