ສະຫະລັດອາເມລິກາສະໜັບສະໜູນບຸກຄະລາກອນດ້ານການແພດຟື້ນຟູໜ້າທີ່ການຢູ່ ສປປ ລາວ

ນະຄອນຫຼວງວຽງຈັນ, ສປປ ລາວ  ວັນທີ 20 ເມສາ 2022, ທ່ານ ປ.ອ ປີເຕີ ເຮມ໋ອນ, ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະ​ຈຳ   ສ​ປ​ປ ລາວ, ພ້ອມດ້ວຍ ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ເພື່ອເປີດຫ້ອງຝຶກອົບຮົມ​ຍົກ​ລະ​ດັບ​ວິ​ຊາ​ການດ້ານການ​ແພດ​ຟື້ນ​ຟູ​ໜ້າ​ທີ່​ການ ​ທີ່ສູນການແພດຟື້ນຟູໜ້າທີ່ການ (ສຟຟ). ນອກຈາກນີ້, ​ໃນພິທີດັ່ງກ່າວຍັງເປັນການມອບ – ຮັບ ອຸປະກອນດ້ານການແພດຟື້ນຟູໜ້າທີ່ການໃຫ້ກັບ ສຟຟ ແລະ ກະຊວງສາທາລະນະສຸກຢ່າງເປັນທາງການ.

ທ່ານ ປ.ອ ປີເຕີ ເຮມ໋ອນ ກ່າວວ່າ: ການຊ່ວຍເຫຼືອດ້ານສຸຂະພາບ ແລະ ຄວາມພິການ ແມ່ນພາກສ່ວນສຳຄັນໃນການຮ່ວມມືແບບກວມລວມ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ. ສະຫະລັດອາເມລິກາ ຫວັງເປັນຢ່າງຍິ່ງວ່າ ພວກເຮົາຈະໄດ້ສືບຕໍ່ໃຫ້ການ ສະໜັບສະໜູນ ສຟຟ ໃຫ້ກາຍເປັນສູນແຫ່ງຄວາມເປັນເລີດທີ່ໄດ້ມາດຕະຖານສາກົນ. ພວກເຮົາມີຄວາມພູມໃຈທີ່ໄດ້ສະໜອງ ອຸປະກອນ ການແພດຟື້ນຟູໜ້າທີ່ການໃໝ່ດັ່ງກ່າວນີ້ ໃຫ້ກັບ ສຟຟ ເພື່ອຊ່ວຍໃຫ້ຄົນທີ່ມີຄວາມຫຍຸ້ງຍາກໃນການຍ່າງ ບໍ່ວ່າຈະດ້ວຍ ສາເຫດໃດກໍ່ຕາມໃຫ້ພວກເຂົາສາມາດກັບມາຍ່າງໄດ້ອີກຄັ້ງ.

ການແພດຟື້ນຟູໜ້າທີ່ການແມ່ນຍຸດທະສາດທີ່ສຳຄັນສຳລັບການສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການບໍລິການດ້ານ ສາທາລະນະສຸກ. ການແພດຟື້ນຟູໜ້າທີ່ການທີ່ມີຄຸນນະພາບມີຢູ່ໃນທຸກລະດັບຂອງລະບົບການບໍລິການດ້ານສາທາລະນະສຸກໂດຍສະເພາະແມ່ນລະດັບການປິ່ນປົວຂັ້ນຕົ້ນ ເພື່ອເພີ່ມປະສິດທິພາບໃນການເຮັດໜ້າທີ່ການຂອງປະຊາກອນລາວ ແລະ ເປີດໂອກາດໃຫ້ທຸກຄົນມີສ່ວນຮ່ວມໃນກິດຈະກຳທາງສັງຄົມ ພ້ອມທັງປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດຂອງປະເທດຊາດ.

ສູນການແພດຟື້ນຟູໜ້າທີ່ການແມ່ນຜູ້ດຳເນີນການທີ່ສຳຄັນໃນ ສປປ ລາວ ສຳລັບການສ້າງຂີດຄວາມສາມາດໃຫ້ແກ່ ບຸກ​ຄະ​ລາ​ກອນ​ທາງ​ການແພດ ເພື່ອສະໜອງການບໍລິການດ້ານການແພດຟື້ນຟູໜ້າທີ່ການ. ໂຄງການ USAID ​ໂອ​ກາດ ໃຫ້ການສະໜັບສະໜູນໃນການສ້າງຫ້ອງຝຶກອົບຮົມ​ຍົກ​ລະ​ດັບ​ວິ​ຊາ​ການດ້ານການ​ແພດ​ຟື້ນ​ຟູ​ໜ້າ​ທີ່​ການເຊິ່ງ ທ່ານໝໍ, ພະຍາບານ ແລະ ແພດກາຍະບຳບັດ ​ຈຳ​ນວນ 150 ທ່ານ ຈາກທົ່ວປະເທດ ສາມາດພັດທະນາຄວາມຮູ້ ແລະ ທັກສະຂອງພວກເຂົາ ແລະ ສາ​ມາດສະໜອງການປິ່ນປົວດ້ານ​ການ​ແພດຟື້ນຟູໜ້າທີ່ການທີ່ຈຳເປັນໃນລະດັບ ການປິ່ນປົວຂັ້ນຕົ້ນຢູ່​ໂຮງ​ໝໍ​ເມືອງ.

ນອກຈາກນີ້, ໂຄງການ USAID ໂອ​ກາດ ຍັງໃຫ້ການສະໜັບສະໜູນ ສຟຟ ໃຫ້ກາຍເປັນສູນແຫ່ງຄວາມເປັນເລີດ ໂດຍການຍົກລະດັບເຄື່ອງມືດ້ານການແພດຟື້ນຟູໜ້າທີ່ການໃຫ້ໄດ້ມາດຕະຖານສາກົນ. ໂຄງການ USAID ໂອ​ກາດ ໄດ້ສະໜອງເຄື່ອງເກາະຫ້ອຍຝຶກແອບຢ່າງໃຫ້ແກ່ ສຟຟ. ອຸປະກອນທີ່ທັນສະໄໝດັ່ງກ່າວນີ້ຈະຊ່ວຍໃຫ້ຄົນທີ່ມີ ຄວາມຫຍຸ້ງຍາກໃນການຍ່າງຈຳນວນຫຼາຍ ພາຍຫຼັງທີ່ເກີດອຸປະຕິເຫດ ຫຼື ເປັນພະຍາດ ເຊັ່ນ: ກະດູກແຕກຫັກ, ເສັ້ນເລືອດອຸດຕັນ, ການບາດເຈັບທາງສະໝອງ ຫຼື ການນຳໃຊ້ຂາທຽມ ເພື່ອປັບປຸງການຊົງໂຕ ແລະ ຟື້ນຟູ ຄວາມສາມາດດ້ານການຍ່າງຂອງພວກເຂົາ.

ໂຄງການ USAID ໂອ​ກາດ ໄດ້ໃຫ້ການສະໜັບສະໜູນທາງດ້ານການເງິນ ປະ​ມານ 255,000,000 ກີບ ສຳລັບສ້າງຕັ້ງ ແລະ ຕິດຕັ້ງອຸປະກອນຝຶກອົບຮົມຢູ່ຫ້ອງຝຶກອົບຮົມ​ຍົກ​ລະ​ດັບ​ວິ​ຊາ​ການດ້ານການ​ແພດ​ຟື້ນ​ຟູ​ໜ້າ​ທີ່​ການ ແລະ ສຳລັບ ສຟຟ ເພື່ອຮັບສະໝັກ ແລະ ຝຶກອົົບຮົມຄູຝຶກຫຼັກ ພ້ອມທັງ ໃຫ້ການສະໜັບສະໜູນຈຳ​ນວນ 342,000,000 ກີບ ເພື່ອຕິດຕັ້ງເຄື່ອງເກາະຫ້ອຍ ແລະ ລະບົບລາງເລື່ອນຝຶກແອບຍ່າງ.

ໂຄງການ USAID ໂອ​ກາດ ໃຫ້ການສະໜັບສະໜູນທຶນໂດຍ ອົງການພັດທະນາສາກົນ ປະເທດ ສະຫະລັດ ອາເມລິກາ (USAID) ຈັດຕັ້ງປະຕິບັດໂດຍ ອົງການເວີລດ໌ເອດຢູເຄຊັນ ປະຈຳລາວ, ເພື່ອເສີມຂະຫຍາຍ ການເຂົ້າເຖິງການຮັກສາ ສຸຂະພາບ ແລະ ໂອກາດທາງດ້ານເສດຖະກິດ ສຳລັບ ຄົນທີ່ມີຄວາມພິການ, ພ້ອມທັງສະໜັບສະໜູນໃຫ້ເຂົາເຈົ້າມີ ສ່ວນຮ່ວມໃນການອອກແບບ ນະໂຍບາຍ ແລະ ປະຕິບັດວຽກງານໃນການພັດທະນາແບບມີສ່ວນຮ່ວມ.