ລັດຖະບານ ສະຫະລັດ ສະ​ໜັບ​ສະ​ໜູນ​ການສ້າງຄວາມເຂັ້ມແຂງລະບົບວິເຄາະການແພດ

ສູນວິເຄາະ ແລະ ລະບາດວິທະຍາ (ສວລ), ກະຊວງສາທາລະນະສຸກ, ໂດຍການສະຫນັບສະຫນູນຈາກ ລັດຖະບານ ສະຫະລັດໄດ້ເປີດກອງປະຊຸມເປີດໂຄງການໃຫມ່: ສ້າງຄວາມເຂັ້ມແຂງລະບົບວິເຄາະການແພດ ແລະ ລະບາດວິທະຍາ ໃນລາວ ທີ່ ໂຮງແຮມ ລາວ ພລາຊາ, ນະຄອນຫຼວງວຽງຈັນໃນວັນທີ່ 21 ມີນາ 2017. ໂຄງການນີ້ ຈະສ້າງຄວາມເຂັ້ມແຂງລະບົບຫ້ອງວິເຄາະການແພດ ແຫ່ງຊາດໃນລາວ ໂດຍການສະໜັບສະໜູນງົບປະມານສາມລ້ານໂດລາສະຫະລັດຈາກລັດຖະບານ ສະຫະລັດໃນລະຍະເວລາສາມປີ, ແຕ່ 2017 ຫາ 2020  ໂດຍອົງການອະນາໄມໂລກ(WHO)ຈະເປັນຜູ້ຈັດຕັ້ງປະຕິບັດ. ຊຶ່ງຈະປະສານງານໃນການຄຸ້ມຄອງ  ແລະ ຊ່ວຍເຫລືອດ້ານວິຊາການ ແກ່ສູນວິເຄາະ ແລະ ລະບາດວິທະຍາໃນການສ້າງຄວາມເຂັ້ມແຂງຄວາມອາດສາມາດແຫ່ງຊາດຂອງລະບົບຫ້ອງວິເຄາະ ແລະ ການບົ່ງມະຕິ, ເຊ່ນ ການຄຸ້ມຄອງຄຸນນະພາບ, ຄວາມປອດໄພ ແລະ ຄວາມຫມັ້ນຄົງດ້ານຊີວະພາບໃນຫ້ອງວິເຄາະ, ເຮັດວຽກຮ່ວມກັບ ຫ້ອງວິເຄາະ ເຄືອຂ່າຍ ຂອງສູນກາງ ແລະ ແຂວງ. ພ້ອມດຽວກັນນີ້, ຍັງຊ່ວຍສະຫນັບສະຫນູນ ການຝຶກອົບຮົມລະບາດວິທະຍາພາກສະໜາມ (FET)ໃນ ການສ້າງຄວາມອາດສາມາດລະດັບຊາດ ແລະ ທ້ອງຖິ່ນໃນການຕອບໂຕ້ຕໍ່ໄພຂົ່ມຂູ່ຂອງພະຍາດຕິດຕໍ່, ລວມທັງພະຍາດໄຂ້ຫວັດສັດປີກ ແລະ ການລະບາດໃຫຍ່.

ໃນພິທີກອງປະຊຸມ ລິເລີ່ມໂຄງການເປັນກຽດເຂົ້າຮ່ວມໃນຄະນະປະທານກອງປະຊຸມ ມີ ທ່ານ ດຣ. ບຸນຫຼາຍ ພົມມະສັກ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ແລະ ສອງທ່ານປະທານຮ່ວມ: ທ່ານໄມເຄິນ ຄລາຍ ຮອງເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາ ສປປ ລາວ, ທ່ານ Dr. Luo Dapeng, ຫົວໜ້າຝ່າຍເຝົ້າລະວັງ ແລະ ໂຕ້ຕອບຕໍ່ການລະບາດຂອງພະຍາດ, ອົງການອະນາໄມໂລກປະຈໍາລາວ.  ຜູ້ເຂົ້າຮ່ວມ 60 ທ່ານຈາກບັນດາກົມ, ສະຖາບັນ, ມະຫາວິທະຍາໄລວິທະຍາສາດ ສຸຂະພາບ, ສູນ ທີ່ກ່ຽວຂ້ອງອ້ອມຂ້າງກະຊວງສາທາລະນະສຸກ, ລວມທັງພະແນກສາທາລະນະສຸກແຂວງ, ແລະ ຜູ້ຕາງຫນ້າສູນວິເຄາະເມລີເອີ່ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.

ໂຄງການນີ້ສະຫນັບສະຫນູນ ສ. ປ. ປ. ລາວ ໃນການ ປະຕິບັດຕາມກົດລະບຽບສາກົນດ້ານສາທາລະນະສຸກ, ໂດຍຜ່ານແຜນຄວາມຫມັ້ນຄົງດ້ານສາທາລະນະສຸກຂອງໂລກ .