ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 22 ສິງຫາ 2019, ສະຫະລັດອາເມລິກາ ໄດ້ຮ່ວມກັບ ສູນບົ່ມທຸລະກິດ TOH-LAO ແລະ ບໍລິສັດເຕັກໂນໂລຊີຊັັ້ນນໍາ ລວມທັງ ເຟສບຸກ ໄດ້ເປີດໂຄງການAC STEM Lab ການຝຶກອົບຮົມຢ່າງເປັນທາງການເຊິ່ງຈັດຂຶ້ນເພື່ອສ້າງ ແລະ ຂະຫຍາຍ ຈໍານວນບຸກຄະລະກອນທີ່ມີທັກສະສູງເພື່ອຕອບສະໜອງໃຫ້ກັບການຈ້າງງານໃນຂະແໜງເຕັກໂນໂລຊີ ໃນ ສປປ ລາວ.
AC STEM Lab ແມ່ນໂຄງການລິເລີ່ມເຊິ່ງມີໄລຍະການຮຽນການສອນເປັນເວລາໜຶ່ງປີຢູ່ທີ່ສູນອາເມລິກາທາດດໍາ. ໂຄງການນີ້ແມ່ນໄດ້ໃຫ້ການຝຶກອົບຮົມໃຫ້ແກ່ບັນດາຜູ້ເຂົ້າຮ່ວມໃຫ້ມີທັກສະໃນການສ້າງ ແອັບພລິເຄຊັນ ສຳລັບໄອໂຟນ ແລະ ລະບົບເອນດຮອຍ, ການຂຽນໂປຣແກມ, ການອອກແບບເວບໄຊ ແລະ ການພັດທະນາທຸລະກິດ ລວມໄປເຖິງການສ້າງຄວາມຮັບຮູ້ ແລະ ກະກຽມຄວາມພ້ອມໃຫ້ບັນໄວໜຸ່ມໃນການມີສ່ວນຮ່ວມໃນຂົງເຂດວິທະຍາສາດ, ເຕັກໂນໂລຢີ, ວິສະວະກຳສາດ ແລະ ຄະນິດສາດ (STEM) ໃນສປປ ລາວ.
ທ່ານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ຣີນາ ບິດເຕີ ໄດ້ເປັນເຈົ້າພາບເປີດງານເພື່ອຕ້ອນຮັບແຂກພິເສດຈາກເຟສບຸກປະຈຳທີ່ອາຊີປາຊິຟິກເຊິ່ງມີຫ້ອງການໃຫ່ຍທີ່ປະເທດສິງກະໂປ ພ້ອມທັງບັນດາຜູ້ນຳທາງດ້ານທຸລະກິດ ແລະ ຜູ້ຕາງໜ້າຈາກບໍລິສັດເຕັກໂນໂລຢີຊັ້ນນຳ ໃນ ສປປ ລາວ. ທ່ານທູດ ຣີນາ ບິດເຕີ ໄດ້ກ່າວວ່າ: ນີ້ແມ່ນການລິເລີ່ມໃນການລົງທຶນທີ່ສຳຄັນທີ່ສຸດໃຫ້ແກ່ບຸຸກຄະລະກອນ ໃນ ສປປ ລາວ ນັ້ນກະຄືການສ້າງໄວໜຸ່ມ. ພວກເຮົາຫວັງວ່າການພັດທະນາໃນຂະແໜງການ ວິທະຍາສາດ, ເຕັກໂນໂລຢີ, ວິສະວະກຳສາດ ແລະ ຄະນິດສາດ (STEM) ແລະ ຍັງເປັນການ ຊ່ວຍເຂົ້າໃນການເລັ່ງການເຕີບໂຕໄລຍະກາງ ແລະ ໄລຍະຍາວໃນເສດຖະກິດດິຈິຕອນຂອງລາວ.
ໂດຍການສະໜັບສະໜູນເງິນທຶນຈາກ ລັດຖະບານສະຫະລັດອາເມລິກາ, ໜຶ່ງໃນເປົ້າໝາຍຫຼັກໆ ແມ່ນຊ່ວຍປິດຊ່ອງວ່າງຄວາມຕ້ອງການລະຫວ່າງ ຊັບພະຍາກອນມະນຸດທີ່ມີພອນສະຫວັນ ໃນຂະແໜງການ (STEM) ໃນ ສປປ ລາວ ແລະ ເພີ່ມຈຳນວນບັນດາບຸກຄະລາກອນທີ່ໄດ້ຮັບການຝຶກອົບຮົມຢູ່ພາຍໃນປະເທດ. ທ່ານນາງ ສຸພາພອນ ສວນນາວົງ, ຜູ້ຈັດຕັ້ງປະຕິບັດໂຄງການ AC STEM Lab ແລະ ຜູ້ກໍ່ຕັ້ງສູນບົ່ມທຸລະກິດ TOH-LAO ໄດ້ກ່າວວ່າ: ພາຍໃຕ້ໂຄງການ AC STEM Lab, ພວກເຮົາມີຄວາມຕ້ອງການຢາກສ້າງຈິດສຳນຶກໃຫ້ໄວໜຸ່ມກ່ຽວກັບຂົງເຂດ STEM. ທ່ານຍັງໄດ້ກ່າວຕື່ມອີກວ່າ: ພວກເຮົາຍັງຕ້ອງການດຶງດູດບັນດາບໍລິສັດສາກົນລະດັບແນວໜ້າເຂົ້າມາທີ່ ສປປ ລາວ ທີ່ເຫັນຄຸນຄ່າ ແລະ ມີຄວາມຕ້ອງການບຸກຄະລາກອນທີ່ມີຄວາມສາມາດ. ພ້ອມດຽວກັນຍັງຢາກໃຫ້ພວກເຂົາຮູ້ວ່າ – ພວກເຮົາມີບຸກຄະລາກອນທີ່ຄົບຖ້ວນ ແລະ ພ້ອມທີ່ຈະລົງມືປະຕິບັດ.”
ໃນຊ່ວງພິທີການເປີດງານດັ່ງກ່າວ, ທ່ານ Rafael Frankel, ຫົວໜ້າຊີ້ນຳວຽກງານທາງດ້ານນະໂຍບາຍຂອງ ເຟສບຸກ ປະຈຳຂົງເຂດອາຊີຕາເວັນອອກສຽງໃຕ້, ໄດ້ເຫັນເຖິງຄວາມສຳຄັນຂອງໂຄງການ AC STEM Lab ແລະ ໃຫ້ຄຳໝັ້ນສັນຍາຈະສົ່ງບັນດາຊ່ຽວຊານ ແລະ ຜູ້ຝຶກອົບຮົມເພື່ອປະກອບສ່ວນເຂົ້າໃນຊ່ວງການຮຽນພິເສດສຳລັບໂຄງການດັ່ງກ່າວອີກດ້ວຍ. ທ່ານ Frankel ກ່າວວ່າ: Facebook ມີຄວາມໝາຍໝັ້ນໃນການຊ່ວຍພັດທະນາທັກສະທາງດ້ານເຕັກນິກ ຢູ່ໃນຕະຫຼາດຫຼັກທົ່ວອາຊີຕາເວັນອອກສຽງໃຕ້ ແລະ ພວກເຮົາກໍມີຄວາມພາກພູມໃຈກັບໂອກາດອັນໃໝ່ນີ້ທີ່ ສປປ ລາວ.
ບໍລິສັດນຳໜ້າທາງດ້ານເຕັກໂນໂລຊີໃນ ສປປ ລາວ ນັ້ນກໍຄືບໍລິສັດ Bizgital ແລະ Lao IT Dev ຈະໄດ້ປະກອບສ່ວນເຂົ້າໃນການເປັນສ່ວນໜຶ່ງຂອງໂຄງການ AC STEM Lab ເພື່ອສອນນັກຮຽນແບບບໍ່ເສຍຄ່າ ພ້ອມກັນນັ້ນຍັງມີບໍລິສັດ LOCA, Datacom, Cyberia Co. Ltd, ແລະ KP Group ຍັງຈະສະເໜີການເຝິກ ງານທີ່ໄດ້ຮັບຄ່າຈ້າງໃຫ້ແກ່ຜູ້ເຂົ້າຮ່ວມໂຄງການອີກດ້ວຍ.
ໂຄງການ AC STEM Lab ແມ່ນເປັນໂຄງການລ່າສຸດທີ່ສະໜັບສະໜູນໂດຍລັດຖະບານອາເມລິກາເພື່ອເປັນການຊຸກຍູ້ການຂະຫຍາຍໂຕທາງດ້ານເສດຖະກິດດິຈິຕັນໃນຂອບເຂດທົ່ວບັນດາປະເທດອາຊຽນ. ອາຊຽນແມ່ນເປັນພາກພື້ນທີ່ມີການເຕີບໂຕທາງດ້ານຜູ້ບໍລິໂພກອິນເຕີເນັດທີ່ໄວທີ່ສຸດໃນໂລກ ເຊິ່ງນັ້ນກໍ່ມາຈາກການເພີ່ມຂຶ້ນໃນການນຳໃຊ້ໂທລະສັບມືຖື. ໃນໄລຍະຊຸມປີ 2006 ຫາ 2015 ທີ່ຜ່ານມາ, ໂຕເລກຜູ້ບໍລິໂພກສື່ອິນເຕີເນັດເພີ່ມຈາກ 198 ລ້ານຄົນມາເປັນ 784 ລ້ານຄົນ. ການເຕີບໂຕທາງດ້ານເສດຖະກິດ ແລະ ການຂະຫຍາຍຕົວຂອງພົນລະເມືອງທີ່ມີໄວໜຸ່ມເປັນສ່ວນຫຼາຍໃນອາຊຽນແມ່ນຈະໄດ້ຮັບຜົນປະໂຫຍດຈາກເສດຖະກິດດິຈິຕັນໃນຄັ້ງນີ້.