ນະຄອນຫຼວງວຽງຈັນ, ສປປ ລາວ — ສະຫະລັດອາເມລິກາ ສືບຕໍ່ແບ່ງປັນຄວາມຮູ້ ແລະ ຮ່ວມມືກັບບັນດານັກວິທະຍາສາດໄວໜຸ່ມ ກ່ຽວກັບບັນດາສິ່ງທ້າທາຍດ້ານສຸຂະພາບທີ່ສໍາຄັນ. ໃນວັນທີ 1 ກໍລະກົດ 2019, ເຈົ້າໜ້າທີ່ຈາກສະຖານທູດສະຫະລັດອາເມລິກາ, ກະຊວງສາທາ ແລະ ມະຫາວິທະຍາໄລແຫ່ງຊາດ ໄດ້ຕ້ອນຮັບຄະນະນັກວິທະຍາສາດ 33 ທ່ານ ຈາກປະເທດລາວ, ກໍາປູເຈ້ຍ, ມຽນມ້າ, ໄທ ແລະ ຫວຽດນາມ ເພື່ອຮ່ວມສະເຫຼີມສະຫຼອງເປີດໂຄງການນັກວິທະຍາສາມາດໄວໜຸ່ມ ຂອງ ຂໍ້ລິເລີ່ມແມ່ນ້ຳຂອງຕອນລຸ່ມ-ສະຫະລັດອາເມລິກາ (the Lower Mekong Initiative Young Scientists Program).
ການຈັດງານຄັ້ງນີ້ເປັນເຈົ້າພາບໂດຍ ຄະນະວິສະວະກໍາຂອງມະຫາວິທະຍາໄລແຫ່ງຊາດ (NUOL) ເພື່ອສະເຫຼີມສະຫຼອງພາລະກິດພາກສະໜາມປະຈໍາປີ ຂອງໂຄງການນັກວິທະຍາສາມາດໄວໜຸ່ມ ຂອງ ຂໍ້ລິເລີ່ມແມ່ນ້ຳຂອງຕອນລຸ່ມ-ສະຫະລັດອາເມລິກາ ທີ່ຈັດຂື້ນເປັນປີທີ 2 ເຊິ່ງແມ່ນໂຄງການລິເລີ່ມການພັດທະນາວິທະຍາສາດ, ເຕັກໂນໂລຊີ, ວິສະວະກໍາ ແລະ ຄະນິດສາດ (STEM) ລະດັບພາກພື້ນ ທີ່ໄດ້ຮັບທຶນໂດຍ ສະຫະລັດອາເມລິກາ ແລະ ຈັດຕັ້ງປະຕິບັດໂດຍ ມະຫາວິທະຍາໄລລັດອາຣິໂຊນາ. ໂຄງການນີ້ ແນໃສ່ສະໜັບສະໜູນ ແລະ ສົ່ງເສີມການຮ່ວມມືດ້ານວິທະຍາສາດ ໃນເຂດສາມຫຼ່ຽມລຸ່ມແມ່ນໍ້າຂອງ ແລະ ສົ່ງເສີມການແບ່ງປັນຄວາມຮູ້ກ່ຽວກັບວິທີການປະຕິບັດທີ່ດີທີ່ສຸດດ້ານວິທະຍາສາດ ແລະ ເຕັກໂນໂລຊີ ແລະ ແນວຄວາມຄິດດ້ານການຄົ້ນຄວ້າຕ່າງໆ.
ຕະຫຼອດເດືອນກໍລະກົດ, ຄະນະນັກວິທະຍາສາດລະດັບປະລິນຍາໂທ ແລະ ປະລິນຍາເອກ ຈະເຮັດວຽກຢູ່ນະຄອນຫຼວງວຽງຈັນ ແລະ ສະຖານທີ່ຕ່າງໆ ທົ່ວປະເທດລາວ ເພື່ອຄົ້ນຄວ້າ ແລະ ພັດທະນາບັນດາວິທີການແກ້ໄຂທີ່ມີລັກສະນະໆວັດຕະກໍາ ຕໍ່ກັບພະຍາດທີ່ເກີດຈາກແມງໄມ້ເປັນພາຫະນໍາເຊື້ອ ເຊັ່ນ ໄຂ້ມາເລເຣຍ ແລະ ໄຂ້ເລືອດອອກ ທີ່ຍຸງເປັນພາຫະນໍາເຊື້ອ. ຄະນະນັກວິທະຍາສາດດັ່ງກ່າວມີຄວາມຊໍານິຊໍານານໃນດ້ານຕ່າງໆ ນັບຕັ້ງແຕ່ດ້ານ ລະບາດວິທະຍາ ຈົນໄປເຖິງ ເຄມີວິເຄາະ ແລະ ວິສະວະກໍາຄອມພິວເຕີ. ໃນບັນດານັກວິທະຍາສາດ 36 ທ່ານ, 9 ທ່ານມາຈາກ ປະເທດລາວ.
ໃນບົດກ່າວຕໍ່ນັກວິທະຍາສາດ, ເຈົ້າໜ້າທີ່ຂອງ ສປປ ລາວ ແລະ ຄະນະຂອງ NUOL, ເອກອັກຄະລັດຖະທູດສະຫະລັດອາເມລິກາ ຣີນາ ບິດເຕີ ໄດ້ເນັ້ນຍໍ້າເຖິງຄວາມສໍາຄັນຂອງການຮ່ວມມືຫຼາຍປະເທດໃນການແກ້ໄຂບາງບັນຫາທີ່ພາກພື້ນກໍາລັງປະເຊີນ ດັ່ງນີ້ “ການປ່ຽນແປງດິນຟ້າອາກາດ, ພະຍາດຕິດຕໍ່ ແລະ ໄພພິບັດທໍາມະຊາດ ບໍ່ໄດ້ຈໍາແນກເຂດແດນລະຫວ່າງປະເທດ. ມັນເປັນສິ່ງສໍາຄັນທີ່ສຸດ ທີ່ພວກເຮົາຕ້ອງເຮັດວຽກຮ່ວມກັນ ຖ້າພວກເຮົາຈະສາມາດຕອບໂຕ້ຕໍ່ກັບບັນດາສິ່ງທ້າທາຍທີ່ມີລັກສະນະຮ່ວມກັນ ເຫຼົ່ານີ້”.
ກະຊວງການຕ່າງປະເທດສະຫະລັດອາເມລິກາ ເລີ່ມໃຫ້ທຶນໂຄງການຂໍ້ລິເລີ່ມແມ່ນ້ຳຂອງຕອນລຸ່ມ-ສະຫະລັດອາເມລິກາ (LMI) ໃນປີ 2009 ໂດຍມີເປົ້າໝາຍເສີມຂະຫຍາຍທັກສະ, ສ້າງສາຍພົວພັນ ແລະ ການຮ່ວມມື ລະຫວ່າງບັນດາປະເທດລຸ່ມແມ່ນໍ້າຂອງ ຄື ປະເທດກໍາປູເຈ້ຍ, ມຽນມ້າ, ລາວ, ໄທ ແລະ ຫວຽດນາມ. ໂຄງການນັກວິທະຍາສາມາດໄວໜຸ່ມ ແມ່ນຂໍ້ລິເລີ່ມໜຶ່ງຂອງ LMI ທີ່ສະໜັບສະໜູນບັນດານັກວິຊາການໄວໜຸ່ມ ໂດຍການສ້າງໂອກາດການເຮັດວຽກຮ່ວມກັນ, ເສີມຂະຫຍາຍການຮ່ວມມືດ້ານວິທະຍາສາດ ໃນເຂດສາມຫຼ່ຽມລຸ່ມແມ່ນໍ້າຂອງ ແລະ ສົ່ງເສີມການແບ່ງປັນຄວາມຮູ້ກ່ຽວກັບວິທີການປະຕິບັດທີ່ດີທີ່ສຸດດ້ານວິທະຍາສາດ ແລະ ເຕັກໂນໂລຊີ ແລະ ແນວຄວາມຄິດດ້ານການຄົ້ນຄວ້າຕ່າງໆ.