ພະນັກງານຈາກກະຊວງກະສິກໍາຂອງສະຫະລັດອາເມລິກາ (USDA) ແລະ ກະຊວງ ສຶກສາທິການ ແລະ ກິລາ ແຫ່ງສປປ ລາວ ໄດ້ສຳເລັດການການຢ້ງມຢາມບັນດາໂຮງຮຽນທີ່ໄດ້ຮັບການສະໜັບສະໜູນ ຈາກໂຄງການສາກົນດ້ານການສະບຽງອາຫານເພື່ອການສຶກສາ ແລະໂພສານາການແກ່ເດັກ (McGovern–Dole International Food for Education and Child Nutrition Program) ໂດຍຜ່ານການຈັດຕັ້ງປະຕິບັດຂອງອົງການອາຫານໂລກ (WFP).
ບັນດາຜູ້ຕາງຫນ້າອົງການໄດ້ລົງຢ້ຽມຢາມໂຮງຮຽນ5ແຫ່ງຢູ່ແຂວງອຸດົມໄຊພາກເໜືອຂອງສປປ ລາວ ທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການອາຫານໂລກ. ແຂວງອຸດົມໄຊຖືວ່າເປັນແຂວງທີ່ມີອັດຕາການຂາດ ສານອາຫານຊໍາເຮື້ອຫຼາຍທີ່ສຸດຢູ່ໃນສປປ ລາວ ເຊິ່ງງກວມເອົາ50ສ່ວນຮ້ອຍຂອງເດັກນ້ອຍທີ່ມີອາຍຸຕໍ່າ ກວ່າ5ປີທີ່ໄດ້ຮັບຜົນກະທົບຈາກການຂາດສານອາຫານ.
ຜູ້ອຳນວຍການອົງການອາຫານໂລກແຫ່ງສປປ ລາວ ທ່ານ ສາຣາ ກໍດອນ ກິບສັນໄດ້ກ່າວວ່າ: ການສືບຕໍ່ໃຫ້ການຊ່ວຍເຫຼືອການສະໜັບສະໜູນຈາກລັດຖະບານສະຫະລັດອາເມລິກາດ້ານໂຄງການສະບຽງອາຫານສຳລັບໂຮງຮຽນໃນສປປ ລາວ ໂດຍພ່ານໂຄງການ (McGovern-Dole Food for Education Program) ແມ່ນໄດ້ສະທ້ອນເຖິງຄວາມໝາຍໝັ້ນຂອງສະຫະລັດອາເມລິກາທີ່ໄດ້ເອົາໃຈໃສ່ ຕໍ່ອານາຄົດຂອງເດັກນ້ອຍ.
ຜູ້ຊ່ວຍຮອງຜູ້ບໍລິຫານກະຊວງກະສິກໍາຂອງສະຫະລັດອາເມລິກາດ້ານການບໍລິການກະຊິກຳຕ່າງປະເທດ ທ່ານ ໄມເຄີນ ຄາຮູນ ໄດ້ກ່າວວ່າ: ການສະໜອງອາຫານທີ່ມີໂພສະນາການໃຫ້ແກ່ເດັກນ້ອຍໃນ ສປປ ລາວ ຖືເປັນບູລິມາສິດຂອງກະຊວງກະສິກໍາຂອງສະຫະລັດອາເມລິກາ. ເດັກນ້ອຍທີ່ໄດ້ຮັບອາຫານທີ່ດີ ແລະ ພຽງພໍພວກເຂົາຈະເຕີບໃຫຍ່ ແລະ ແຂງແຮງ. ພວກເຂົາຈະເຫຼົ່ານີ້ຈະມີໂອກາດໃນການຈົບການ ສຶກສາ ແລະ ມີອານາຄົດທີດີກວ່າ.
ນັບຕັ້ງແຕ່ປີ2008ໂດຍຜ່ານກະຊວງກະສິກໍາຂອງສະຫະລັດອາເມລິກາ (USDA), ລັດຖະບານສະຫະລັດ ອາເມລິກາໄດ້ໃຫ້ການສະໜັບສະໜູນອົງການອາຫານໂລກດ້ານໂຄງການອາຫານສຳລັບໂຮງຮຽນໃນສປປ ລາວ, ທັງໄດ້ປະກອບສ່ວນທຶນ 47ລ້ານໂດລາສະຫະລັດໃນການສະຕອບສະໜອງເຂົ້າໃນໂຄງການອາ ຫານເຊົ້າ ແລະ ສວາຍໃຫ້ແກ່ເດັກນ້ອຍຈຳນວນ150,000 ຄົນໃນຈຳນວນ1,500ໂຮງຮຽນຈົນເຖິງປີ2017.
ອົງການອາຫານໂລກໄດ້ເຮັດວຽກຮ່ວມກັນກັບລັດຖະບານສປປ ລາວ ໃນການກຳນົດຍຸດຖະສາດການເປັນ ເຈົ້າການໂຄງການອາຫານສຳລັບໂຮງຮຽນໃນປີທີ່ຈະມາເຖິງນີ້.
ທ່ານ ກໍດອນ ກິບສັນ ກ່າວວ່າ: (the McGovern-Dole program) ໄດ້ເຮັດໃຫ້ໂຄງການອາຫານໂລກມີ ການດຳເນີນການສະໜອງອາຫານທີ່ມີໂພສະນາການໃຫ້ແກ່ນັກສຶກສາໃນບັນດາໂຮງຮຽນໃນປີ2016 ແລະ ສຶບຕໍ່ຂະຫຍາຍໂຄງການອາຫານເຮັດສວນຜັກໃນໂຮງຮຽນ, ພັດທະນາລະບົບນ້ໍາ ແລະ ສ້າງຄວາມເຂັ້ມ ແຂງໃຫ້ຄູ່ຮ່ວມງານຂອງລັດຖະບານ ແລະ ຊຸມຊົນເພື່ອຮັບປະການດ້ານຄຸນນະພາບ, ຄວາມເປັນເຈົ້າ ການ, ແລະ ຄວາມຍືນຢົງຂອງໂຄງການ.
ອົງການອາຫານໂລກແມ່ນເປັນອົງການດ້ານມະນຸດສະທໍາທີ່ໃຫຍ່ທີ່ສຸດໃນການຕໍ່ສູ້ຮັບມືກັບຄວາມອຶດຫິວໃນທົ່ວໂລກ, ສະໜອງການຊ່ວຍເຫຼືອດ້ານສະບຽງອາຫານໃນຍາມສຸກເສີນ ແລະ ເຮັດວຽກຮ່ວມກັບຊຸມຊົນໃນ ການພັດທະນາໂພສະນາການ ແລະ ສ້າງຄວາມຢືດຢຸ່ນ. ນັບແຕ່ປີ2013, ອົງການອາຫານໂລກໄດ້ໃຫ້ ການຊ່ວຍເຫຼືອຫຼາຍກວ່າ 80ລ້ານຄົນໃນໃນ75ປະເທດ. ອົງການອາຫານໂລກໄດ້ເຮັດວຽກຮ່ວມກັບ ສປປ ລາວ ຕັ້ງແຕ່ປີ1975ເຊິ່ງໂຄງການໄດ້ມີຈຸດປະສົງໃນ ການປັບປຸງຄວາມປອດໃພດ້ານສະບຽງອາຫານ ແລະ ສະຖານະພາບດ້ານໂພຊະນາທີ່ມີຄວາມສ່ຽງຫຼາຍ ທີ່ສຸດ. ໂຄງການ (the McGovern-Dole Program) ແມ່ນໄດ້ສ້າງຕັ້ງຂື້ນໃນປີ 2002 ພາຍໃຕ້ກະຊວງ ກະສິກໍາຂອງສະຫະລັດອາເມລິກາດ້ານການບໍລິການກະຊິກຳຕ່າງປະເທດ. ໂຄງການດັງກ່າວແມ່ນ ມີຈຸດມຸງໝາຍໃນການຫຼຸດຜ່ອນຄວາມອຶດຫິວ ແລະ ປັງປຸງການຮູ້ຫນັງສື ແລະ ການສຶກສາຂັ້ນ ພື້ນຖານ.ປະຈຸບັນນີ້,ໂຄງການດັງກ່າວໄດ້ໃຫ້ການສະໜັບສະໜູນກິດຈະກຳດ້ານສະບຽງອາຫານໃນ10 ປະເທດລວມທັງ ສປປ ລາວ.