ສະຫະລັດອາເມລິກາມອບອຸປະກອນເພື່ອຮັບໄຊ້ວຽກງານຕ້ານຢາເສບຕິດ

On behalf of the government, Director of the General Police Department, Police Brigadier General, Sisavath Keomalavong (fourth right) accepts the equipment to fight drug trafficking from U.S. Ambassador Daniel Clune.

ໃນວັນທີ 13 ພຶດສະພາ 2016ນີ້ ທ່ານເອກອັກຄະລັດຖະທູດສະຫະລັດອາເມລິກາ ດານຽວ ຄລູນ ໄດ້ມອບອຸປະກອນຮັບໄຊ້ວຽກງານຕ້ານຢາເສບຕິດໃຫ້ກະຊວງປ້ອງກັນຄວາມສະຫງົບ ລວມເປັນມູນຄ່າທັງໝົດ 110,000 ໂດລາສະຫະລັດ. ໃນພິທີມອບຮັບດັ່ງກ່າວ, ທ່ານພົນຈັດຕະວາ ສີສະຫວາດ ແກ້ວມາລາວົງ, ຫົວໜ້າກົມໃຫຍ່ ຕ່ຳຫລວດ, ກະຊວງປ້ອງກັນຄວາມສະຫງົບ ໃນນາມຕາງໜ້າລັດຖະບານລາວ. ເຄື່ອງອຸປະກອນທີ່ມອບໃຫ້ໃນຄັ້ງນີ້ລວມມີ: ເສື້ອກັນກະສຸນ, ເຄື່ອງກວດຫາສານເສບຕິດ ແລະອຸປະກອນອື່ນໆ ເຊີ່ງອຸປະກອນດັ່ງກ່າວນິີ້ແມ່ນຈະນຳໄປຮັບໃຊ້ວຽກງານຕ້ານ ແລະ ສະກັດກັ້ນຢາເສບຕິດ.

ທ່ານເອກອັກຄະລັດຖະທູດ ດານຽວ ຄູລນ ໄດ້ກ່າວວ່າລັດຖະບານສະຫະລັດອາເມລິກາໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນວຽກງານຕ້ານແລະສະກັດກັ້ນຢາເສບຕິດ ຊຶ່ງມີມູນຄ່າຫລາຍກ່ວາ 45 ລ້ານໂດລາສະຫະລັດ ແລະ ທ່ານທູດ ຍັງໄດ້ກ່າວຕື່ມອີກວ່າ: ພວກເຮົາມີຄວາມຍີນດີເປັນຢ່າງຍີ່ງທີ່ໄດ້ຊ່ວຍປະເທດລາວໃນວຽກງານດັ່ງກ່າວ ເນື່ອງຈາກວ່າ ສອງປະເທດຂອງພວກເຮົາແມ່ນມີເປົ້າໝາຍອັນດຽວກັນ ເພື່ອເຮັດໃຫ້ສັງຄົມຂອງພວກເຮົາປາສະຈາກໄພອັນຕະລາຍ ຂອງຢາເສບຕິດ ແລະການນຳໃຊ້ສານເສບຕິດທີ່ຜິດກົດໝາຍ.

ທ່ານກຸ ຈັນສີນາ ປະທານຄະນະກຳມະການແຫ່ງຊາດເພື່ອຄວບຄຸມ ແລະກວດກາຢາເສບຕິດ ໄດ້ກ່າວວ່າ: ອຸປະກອນດັງກວ່ານີ້ແມ່ນມີຄວາມສຳຄັນຫລາຍໃນການນຳໃຊ້ເພື່ອຊ່ວຍໃນວຽກງານຕ້ານຢາເສບຕິດ,ໂດຍສະເພາະວຽກງານທີ່ມີຄວາມຫຍຸ້ງຍາກ ແລະ ວຽກງານທີ່ມີຄວາມສ່ຽງສູງ.

ໃນໃລຍະທີ່ຜ່ານມາຈົນເຖິງປັດຈຸບັນ ການຊ່ວຍເຫຼືອໃນວຽກງານຕ້ານ ແລະ ສະກັດກັ້ນຢາເສບຕິດຂອງສະຫະລັດອາເມລິກາ ລວມມີການຝືກອົບຮົມໃຫ້ແແກ່ເຈົ້າໜ້າທີ່ຕຳຫຼວດ ພ້ອມທັງສະໜັບສະໜູນທາງດ້ານອຸປະກອນ, ການຝືກອົບຮົມໃຫ້ ຜູ້ໃຫ້ຄຳປືກສາກ່ຽວກັບຢາເສບຕິດ ເພື່ອເຮັດການບຳບັດ ແລະປ້ອງກັນການຕິດຢາເສບຕິດ, ຊ່ວຍເຫຼືອບັນດາສູນບຳບັດຜູ້ຕິດຢາເສບຕິດ ພ້ອມທັງສືບຕໍ່ການຮ່ວມມື ໃນວຽກງານເຜີຍແຜ່ແລະສ້າງຈິດສຳນຶກຂອງຜົນຮ້າຍຂອງຢາເສບຕິດ.